ແຜ່ກະຈາຍຄວາມຮັກແພງຫວຽດນາມ ຜ່ານການແຂ່ງຂັນເວົ້າພາສາຫວຽດເກັ່ງ
ການແຂ່ງຂັນ “ ເດັກເກັ່ງ ພາສາຫວຽດ” ສຳລັບເດັກນ້ອຍຢູ່ ອົດສະຕາລີ | |
ການແຂ່ງຂັນ ARMY GAMES: ເຫຼົ່າຮົບຊ່າງແສງກອງທັບປະຊາຊົນລາວ ຍາດໄດ້ອັນດັບ 2 |
ວັນທີ 10 ພະຈິກນີ້, ຢູ່ມະຫາວິທະຍາໄລວິທະຍາສາດສັງຄົມ ເເລະ ມະນຸດສາດ - ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ຈັດຕັ້ງຮອບຄັດເລືອກເຂດພາກໃຕ້ ຂອງການແຂ່ງຂັນເວົ້າພາສາຫວຽດເກັ່ງ ສຳລັບນັກສຶກສາຕ່າງປະເທດປີ 2023.
ຕາມທ່ານ ຟ້າມກວາງຮືງ, ຫົວໜ້າກົມການຮ່ວມມືສາກົນ (ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ) ແລ້ວ: ເຂດພາກໃຕ້ ເວົ້າລວມ ແລະ ນະຄອນ ໂຮ່ຈີມິນ ເວົ້າສະເພາະ ນັບແຕ່ກ່ອນມາຮອດປັດຈຸບັນແມ່ນຈຸດເປັນທີ່ນິຍົມຂອງຊາວຕ່າງປະເທດໃນທົ່ວໂລກ ໄປທັດສະນະສຶກສາ, ຮ່ຳຮຽນ ແລະ ເຮັດວຽກ.
ປະຈຸບັນ, ເຂດພາກໃຕ້ ມີນັກສຶກສາຕ່າງປະເທດ 4.000 ກວ່າຄົນທີ່ຮ່ຳຮຽນເອົາໃບປະກາດ ຢູ່ປະມານ 50 ຮາກຖານການສຶກສາ ແລະ ນັກສຶກສາຕ່າງປະເທດນັບພັນຄົນພວມຮ່ຳຮຽນຢູ່ຕາມບັນດາໂຄງການແລກປ່ຽນໄລຍະສັ້ນທີ່ມາຈາກປະມານ 60 ກວ່າປະເທດ.
![]() |
ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ - ມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈິມິນ ໄດ້ຮັບລາງວັນທີ 1 (ພາບ: ກະຊວງສຶກສາ ແລະ ບຳລຸງສ້າງ) |
ດ້ວຍການເອົາພື້ນຖານພາສາເປັນກຸນແຈເປີດປະຕູທຳອິດໃນວິວັດການຮ່ຳຮຽນທີ່ເຕັໃໄປດ້ວຍຄວາມຄາດຫວັງ ແຕ່ກະມີຫຼາຍສິ່ງທົດສອບ, ກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ກຳນົດບັນດາປັດໄຈຫຼັກທີ່ກຳນົດກ່ຽວກັບຄຸນນະພາບການຮ່ຳຮຽນຂອງນັກສຶກສາຕ່າງປະເທດທີ່ຢູ່ ຫວຽດນາມ. ສະນັ້ນ, ການຍົກສູງຄວາມສາມາດພາສາຫວຽດ ຍາມໃດກໍຖືວ່າແມ່ນໜ້າທີ່ສຳຄັນ ແລະ ລຸລ່ວງໃນວິວັດການບຳລຸງສ້າງຢູ່ບັນດາຮາກຖານການສຶກສາໃນທົ່ວປະເທດ.
ດ້ວຍຫົວຂໍ້ “ຫວຽດນາມໃນໃຈຂ້ອຍ”, ບັນດານັກສຶກສາຕ່າງປະເທດໄດ້ນຳເອົາຄວາມຊົງຈຳໃນຊີວິດ, ປະສົບການຮ່ຳຮຽນ, ທັດສະນີຍະພາບທີ່ຫຼາກຫຼາຍ ດ້ວຍບັນດາຫົວເລື່ອງກ່ຽວກັບປະຊາຊົນ, ປະຫວັດສາດ, ວັດທະນະທຳ ຫວຽດນາມ ມາລວມຢູ່ໃນບົດການແຂ່ງຂັນເວົ້າພາສາຫວຽດເກັ່ງ.
ຜ່ານບັນດາບົດເຂົ້າຮ່ວມການແຂ່ງຂັນ, ນັກສຶກສາຕ່າງປະເທດທີ່ມາຈາກລາວ, ກຳປູເຈຍ, ສ.ເກົາຫຼີ, ຝລັ່ງ... ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນຄວາມສາມາດໃນການເວົ້າພາສາຫວຽດໄດ້ຢ່າງຫຼ່ຽນໄຫຼດີເທົ່ານັ້ນ, ຫາກຍັງໄດ້ສະແດງໃຫ້ເຫັນຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບພາສາ, ວັດທະນະທຳ, ປະເທດຊາດ, ຊາວຫວຽດນາມ. ບັນດາຜູ້ເຂົ້າຮ່ວມການແຂ່ງຂັນ ໄດ້ເຊື່ມຕົວເຂົ້າໃນວັດທະນະທຳຫວຽດນາມ ຜ່ານບັນດາບົດແຂ່ງຂັນທີ່ໄດ້ສະແດງຢ່າງມີຊີວິດຊີວາ, ດຶງດູດໃຈ, ບັນດາບົດເພງກອນລຳ, ບົດກະວີ, ເພງພື້ນເມືອງ, ຄຳສຸພາສິດ, ສະແດງປະກອບຕື່ມໃນບັນດາການລະຫຼິ້ນພື້ນເມືອງ, ຮີດຄອງປະເພນີ, ງານບຸນທີ່ເປັນເອກະລັກພິເສດ ໃນນັ້ນມີບັນດາຊຸດອາພອນຂອງຫວຽດນາມ.
ພາຍຫຼັງການແຂ່ງຂັນຂອງ 13 ທີມຢູ່ເຂດພາກໃຕ້, ຄະນະກຳມະການໄດ້ມອບລາງວັນທີ 1 ໃຫ້ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈິມິນ; ລາງວັນທີ 2 ມີ 2 ລາງວັນ ໃຫ້ມະຫາວິທະຍາໄລສ້າງຄູ ນະຄອນໂຮ່ຈິມິນ ແລະ ມະຫາວິທະຍາໄລ ກີວລອງ; ລາງວັນທີ 3 ມີ 2 ລາງວັນ ໃຫ້ມະຫາວິທະຍາໄລ ກຽນຢາງ, ມະຫາວິທະຍາໄລ ຈ່າວິງ ແລະ ມະຫາວິທະຍາໄລ ເສດຖະກິດ ເເລະ ການເງິນ ນະຄອນໂຮ່ຈິມິນ.
ມີລາງວັນຊົມເຊີຍເຂດພາກໃຕ້ 6 ລາງວັນໄດ້ມອບໃຫ້ບັນດາໂຮງຮຽນຄື: ມະຫາວິທະຍາໄລ ດົ່ງທາບ, ມະຫາວິທະຍາໄລ ລາກຮົ່ງ, ມະຫາວິທະຍາໄລ ອານຢາງ - ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈິມິນ, ມະຫາວິທະຍາໄລ ດາລາດ, ມະຫາວິທະຍາໄລ ຫງວຽນເຕີດແທ່ງ, ມະຫາວິທະຍາໄລ ດົ່ງນາຍ.
ນອກນີ້, ຄະນະຈັດຕັ້ງຍັງໄດ້ມອບລາງວັນແຫ່ງແງ່ຫວັງ ໃຫ້ແກ່ໂຮງຮຽນກຽມມະຫາວິທະຍາໄລ ນະຄອນໂຮ່ຈິມິນ.
ມີ 4 ທີມຈາກເຂດພາກໃຕ້ໄດ້ເຂົ້າຮອບຊີງຊະນະເລີດທົ່ວປະເທດຄື: ມະຫາວິທະຍາໄລວິທະຍາສາດສັງຄົມ ເເລະ ມະນຸດສາດ - ມະຫາວິທະຍາໄລແຫ່ງຊາດ ນະຄອນໂຮ່ຈິມິນ, ມະຫາວິທະຍາໄລສ້າງຄູ ນະຄອນໂຮ່ຈິມິນ, ມະຫາວິທະຍາໄລ ກີວລອງ, ມະຫາວິທະຍາໄລ ກຽນຢາງ.
ພາຍຫຼັງຮອບຄັດເລືອກຢູ່ເຂດພາກໃຕ້, 12 ທີມດີເດັ່ນທີ່ຄັດເລືອກຈາກ 3 ກຸ່ມການແຂ່ງຂັນ ຈະເຂົ້າຮ່ວມຮອບຊີງຊະນະເລີດທົ່ວປະເທດຮອບສຸດທ້າຍ ເຊິ່ງຈະເກີດຂຶ້ນໃນວັນທີ 1 ທັນວານີ້ຢູ່ນະຄອນໂຮ່ຈິມິນ.
ດີງເລື້ອງ