15:07 | 09/11/2023

ປະຊາຊົນເຊດັ້ງ (ແຂວງກວາງນາມ) ໄດ້ຮັບຊິມໂທລະສັບມືຖື 200 ຊິມ

ກວາງນາມ: ປະກັນ​ສັງຄົມ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໝັ້ນຄົງ ກວາງນາມ: ປະກັນ​ສັງຄົມ​ໄດ້​ຮັບ​ການ​ເອົາ​ໃຈ​ໃສ່, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໝັ້ນຄົງ
ເຂດຊຸມຊົນ ບາງລາ (ກວາງນາມ): ສ້າງຊີວິດໃຫມ່ ເຂດຊຸມຊົນ ບາງລາ (ກວາງນາມ): ສ້າງຊີວິດໃຫມ່

ແຕ່ລະຊິມໂທລະສັບມືຖືມີມູນຄ່າ 50.000 ດົ່ງ, ຄ່າໃຊ້ຈ່າຍໃນການປະຕິບັດແມ່ນໄດ້ມາຈາກແຫຼ່ງດຸ່ນດ່ຽງງົບປະມານຂອງຕາແສງ.

ປະຊາຊົນເຊດັ້ງ (ແຂວງກວາງນາມ) ໄດ້ຮັບຊິມໂທລະສັບມືຖື 200 ຊິມ
ປະຊາຊົນເຊດັ້ງ (ແຂວງກວາງນາມ) ໄດ້ຮັບຊິມໂທລະສັບມືຖື 200 ຊິມ (ພາບ: HT/quangnam.gov.vn).

ການຈັດຕັ້ງປະຕິບັດໂຄງການ, ວິສາຫະກິດໂທລະຄົມມະນາຄົມໄດ້ໄປເຖິງທີ່ເພື່ອຫນູນຊ່ວຍ ແລະ ໃຫ້ຄໍາແນະນໍາກ່ຽວກັບການເປີດໃຊ້ຊິມ ສໍາລັບປະຊາຊົນ, ພ້ອມກັນນັ້ນ ກໍ່ຜັນຂະຫຍາຍການປ່ຽນຊິມຈາກເຄືອຂ່າຍ 2G / 3G ເປັນເຄືອຂ່າຍ 4G ສໍາລັບບຸກຄົນທີ່ມີຄວາມຕ້ອງການໃຊ້. ຕຳຫຼວດ​ຕາ​ແສງ ຈ່າງກາງ ກໍ່​ໄດ້​ໜູນ​ຊ່ວຍ​ການລົງທະບຽນ ​ແລະ ເປີດນຳໃຊ້​ບັນຊີ​ VNeID ​ໃຫ້​ແກ່​ບັນດາ​ບຸກຄົນ​ທີ່​ໄດ້​ຮັບ​ຊິມ ເພື່ອສຳ​ເລັດ​ຕາມ​ຄາດໝາຍ​ທີ່​ໄດ້​ຮັບ​ການມອບ​ໝາຍ.

ຕາມ​ແຜນຮ່າງ 06 ຂອງ​ລັດຖະບານ, ຕາ​ແສງ ຈ່າ​ກາງ ​ໄດ້​ຮັບ​ການ​ມອບໝາຍ​​ຄາດໝາຍເປີດນຳໃຊ້​ 1.400 ບັນຊີ VNeID ​ໃຫ້​ພົນລະ​ເມືອງ, ​ແຕ່​ມາ​ຮອດ​ປະຈຸ​ບັນ ຫາກໍ​ປະຕິບັດ​ໄດ້ພຽງແຕ່ປະມານ 30,6%. ສາເຫດແມ່ນປະຊາຊົນເຊດັ້ງ ຍັງບໍ່ມີຊິມມີຖື ຫຼື ຊິມຍັງບໍ່ໄດ້ລົງທະບຽນຢ່າງເປັນທາງການ ເພື່ອຮັບໃຊ້ການເປີດນຳໃຊ້ໂປແກຼມ VNeID.

ປະຈຸ​ບັນ​ຕາ​ແສງ​ຈ່າກາງ ມີ 885 ຄອບຄົວ, ​ໃນ​ນັ້ນ​ມີ 581 ຄອບຄົວ​ທຸກ​ຍາກ​ກວມມາດຕາສ່ວນ 65,65%; ຊົນເຜົ່າເຊດັ້ງ ກວມ 99,29%, ສ່ວນທີ່ເຫຼືອແມ່ນບັນດາຊົນເຜົ່າອື່ນໆທີ່ກຳລັງດຳລົງຊີວິດ ແລະ ເຮັດທຸລະກິດຢູ່ເຂດດັ່ງກ່າວ.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-17561.html

In bài biết