ເທດສະການເບຍ ເຍຍລະມັນ Oktoberfest ຫວຽດນາມ 2018 ຈະຈັດຂື້ນ ຢູ່ ນະຄອນໂຮ່ຈີ໋ມິງ ແລະ ຮ່າໂນ້ຍ
ຄະນະຈັດງານ ເທດສະການເບຍ Oktoberfest ຫວຽດນາມ 2018 ຫາກໍ່ຖະແຫຼງຂ່າວຢ່າງເປັນທາງການ Oktoberfest ຫວຽດນາມ 2018 ຈະຈັດຂື້ນຢູ່ ໂຮງແຮມ Nikko Saigon ນະຄອນ ໂຮ່ຈີ໋ມິງ ແຕ່ວັນທີ 19-22 ກັນຍາ 2018
ຫຼັງຈາກນັ້ນ ເທດສະການດັ່ງກ່າວຈະ ສືບຕໍ່ຈັດຂື້ນຢູ່ນະຄອນຫຼວງ ຮ່າໂນ້ຍ ບັນຍາກາດແຄມໜອງ ຂອງໂຮງແຮມ JW Marriott Hanoi ເລີ່ມຕັ້ງແຕ່ເວລາ 18ໂມງ ຮອດ 23 ຂອງວັນທີ 11-13 ຕຸລາ 2018 ນີ້ແມ່ນຄັ້ງທີ 5 ທີ່ Oktoberfest ໄດ້ຈັດງານຂື້ນຢູ່ ນະຄອນຮ່າໂນ້ຍ.
ບັນຍາກາດເທດສະການເບຍ Oktoberfest ຫວຽດນາມ ປີກ່ອນ.
Oktoberfest ຫວຽດນາມ 2018 ຈະຈັດຂື້ນດ້ວຍຄວາມຍິ່ງໃຫຍ່ທີ່ສຸດນັບຕັ້ງແຕ່ເຄີຍຈັດມາ ດ້ວຍຕະກູນເບຍ Oktoberfest ກັ່ນດ້ວຍກຳມະວິທີພິເສດດັ້ງເດີມ ຈະເປີດໂຕໃນເຫດການນີ້ ນອກຈາກບັນດາເບຍແບນ ລັກໂຊລີ ຂອງ ເຍຍລະມັນຄືໃນທຸກໆປີ.
ເມື່ອມາຮ່ວມງານແຂກຮ່ວມງານນອກຈາກຈະໄດ້ຊິມເບຍແບບບຸບເຟ້ ກັບອາຫານຊັ້ນສູງຄື: ໃສ້ກ້ອກ, ຊີ້ນເອືອບກັບເຂົ້າຈີ່ປິ້ງ, ຂາໝູອົບເກືອປີ້ງ, ຊີ້ນສົ້ມປີ້ງ, ເຂົ້າຈີ່ກົມ, ສົ້ມຜັກ... ດື່ມເບຍເຍຍລະມັນ ແບບບໍ່ມີກຳນົດ ເບຍ Oktoberfest ຂອງແທ້. ພ້ອມທັງມີການສະແດງ ແລະ ເປີດເພງເກົ່າທີເປັນເອກກະລັກຂອງ ເຍຍລະມັນ ທີ່ດົ່ງດັງ “AntonShow Band” ຈາກ Munich ມາທຳການສະແດງຮັບໃຊ້ແຂກໃນງານ.
ບັນຍາກາດເທດສະການເບຍຂອງເຍຍລະມັນ.
ຮູ້ວ່າ Oktoberfest ຫວຽດນາມ ເຄີຍໄດ້ຮັບການຍອມຮັບຈາກສຳນັກຂ່າວ Reuters ວ່າ ແມ່ນໜຶ່ງ ໃນ 10 (Top 10 ) ເທດສະການເບຍ Oktoberfest ອັນດັບຕົ້ນໆຂອງໂລກ ທີ່ຈັດຂື້ນນອກປະເທດເຍຍລະມັນ, ກໍ່ໄດ້ຮັບການລົງວາລະສານ Chicago Tribune ອັນດົ່ງດັງ. ປີ 2017 ເທດສະການເບຍ ດຶງດູດ ຄໍເບຍເຂົ້າຮ່ວມ ຫຼາຍກວ່າ 10.000ຄົນ.
(ຫັດທະບູນ)