13:52 | 02/05/2019

ອາຊຽນຊຸກຍູ້ການຮ່ວມມືກັບບັນດາອົງການຈັດຕັ້ງສັງຄົມມຸ່ງໄປເຖິງປະຊາຄົມ

ອາຊຽນຊຸກຍູ້ການຮ່ວມມືກັບບັນດາອົງການຈັດຕັ້ງສັງຄົມມຸ່ງໄປເຖິງປະຊາຄົມ

ອາຊຽນຊຸກຍູ້ການຮ່ວມມືກັບບັນດາອົງການຈັດຕັ້ງສັງຄົມມຸ່ງໄປເຖິງປະຊາຄົມ. ພາບ: baoquocte.vn.

ນີ້ແມ່ນເຫດການໄດ້ຈັດຕັ້ງປະຈໍາປີ, ແນໃສ່ຕີລາຄາການຮ່ວມມືລະຫວ່າງຄະນະເລຂາອາຊຽນ, ບັນດາອົງການ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງເຖິງອາຊຽນພ້ອມກັບບັນດາອົງການຈັດຕັ້ງສັງຄົມ ແນໃສ່ອັບເດດບັນດາຜົນງານ ແລະ ສິ່ງທ້າທາຍຂອງອາຊຽນທີ່ກ່ຽວຂ້ອງເຖິງບັນດາມາດຕະການຮ່ວມມືຍຸດທະສາດ.

ກ່າວຄໍາເຫັນທີ່ພິທີໄຂກອງປະຊຸມ, ທ່ານ Mochtan ຮອງເລຂາທິການໃຫຍ່ອາຊຽນ ໄດ້ເນັ້ນໜັກວ່າ ເພື່ອໃຫ້ບັນດາຄວາມມານະພະຍາຍາມສ້າງປະຊາຄົມອາຊຽນ ໃຫ້ມີປະສິດທິຜົນ ແລະ ມີຄວາມໝາຍ, ຕ້ອງການມີການໜູນຊ່ວຍ ແລະ ການຮ່ວມມືຂອງບັນດາຝ່າຍທີ່ກ່ຽວຂ້ອງປະກອບສ່ວນໃຫ້ວິວັດການເຊື່ອມໂຍງຂອງພາກພື້ນ.

(ໄຊພອນ)

Link: https://huunghivietlao.thoidai.com.vn/detail-article-173.html

In bài biết