ເປີດສະໄໝກອງປະຊຸມໃຫຍ່ຄັ້ງທີ 8 ຂອງສູນກາງພັກຊຸດທີ 13
ທ່ານນາງຮອງປະທານປະເທດ ຫວໍທິແອັງຊັວນ ໄດ້ເຂົ້າຮ່ວມພິທີເປີດກອງປະຊຸມສະພາແຫ່ງຊາດ ອາຊຽນ ຄັ້ງທີ 16 | |
ກອງປະຊຸມທົ່ວປະເທດປະຕິບັດກົດໝາຍ ແລະມະຕິຂອງສະພາແຫ່ງຊາດຊຸດທີ XV |
ກ່າວຄຳເຫັນອັດກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ: ກອງປະຊຸມເຫັນດີຢ່າງສູງຖືວ່າ: ເຖິງວ່າສະພາບການໂລກ ແລະ ພາຍໃນປະເທດປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຜິດປົກກະຕິ, ສົບສົນຫຼາຍເມື່ອທຽບໃສ່ການຄາດຄະເນ, ຫວຽດນາມ ໄດ້ບັນລຸຫຼາຍ ໝາກຜົນສຳຄັນໃນຫຼາຍຂົງເຂດ. ບົນພື້ນຖານນັ້ນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກ ບັນດາວຽກງານຕ້ອງຜັນຂະຫຍາຍ ໃນຊຸມເດືອນຍັງເຫຼືອຂອງປີນີ້ ແລະ ປີ 2024:
ພວກເຮົາຄວນສືບຕໍ່ຜັນຂະຫຍາຍຢ່າງຂ້ຽວຂາດ, ມີປະສິດທິຜົນ ບັນດາແຜນນະໂຍບາຍ, ນະໂຍບາຍ ແລະ ເປົ້າໝາຍ, ໜ້າທີ່ ໂດຍສູນກາງປຶກສາຫາລື ຢ່າງລະອຽດ ແລະ ເປັນເອກະພາບວາງ ອອກໃນບົດສະຫລຸບຂອງກອງປະຊຸມຄັ້ງນີ້. ສຸມໃສ່ບຸລິມະສິດຊຸກຍູ້, ຍົກສູງຄຸນນະພາບການເຕີບໂຕ, ສ້າງວຽກເຮັດງານທຳ, ເພີ່ມລາຍຮັບໃຫ້ແກ່ຊາວຜູ້ອອກແຮງງານ ບົນພື້ນຖານຮັກສາເສດຖະກິດມະຫາ ພາກໃຫ້ເປັນປົກກະຕິ, ຮັບປະກັນຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ຮັບປະກັນຊີວິດສັງຄົມ. ສືບຕໍ່ຕິດຕາມສະພາບການສາກົນ ແລະ ພາຍໃນປະເທດຢ່າງໃກ້ຊິດ ເພື່ອມີບັນດານະໂຍບາຍຊີ້ຂາດທີ່ເໝາະສົມ, ມີປະສິດທິຜົນ, ສູ້ຊົນບັນລຸບັນດາເປົ້າໝາຍ, ຄາດໝາຍຕົ້ນຕໍໃນລະດັບສູງສຸດຂອງປີ 2023 ແລະ ທັງອາຍຸການຊຸດທີ XIII.
![]() |
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກ່າວຄຳເຫັນທ່ີພິທີ. ພາບ : TPO |
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ ຄະນະບໍລິຫານງານສູນກາງພັກ ໄດ້ເຫັນດີເປັນ ເອກະພາບ ປະກາດໃຊ້ມະຕິກ່ຽວກັບການສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບນະໂຍບາຍສັງຄົມ ດ້ວຍຫຼາຍເນື້ອໃນໄດ້ສືບທອດ, ປ່ຽນແປງໃໝ່, ເພີ່ມເຕີມ, ພັດທະນາສຳຄັນ ເມື່ອທຽບໃສ່ ມະຕິສູນກາງພັກຄັ້ງທີ 5 ຊຸດທີ XI (ປີ 2012).
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ຮຽກຮ້ອງວ່າ ພາຍຫຼັງກອງປະຊຸມຄັ້ງນີ້, ກົມການເມືອງສູນກາງພັກ ຈະພິຈາລະນາແຜນຊັບຊ້ອນບຸກຄະລາກອນຂອງຄະນະບໍລິຫານງານສູນກາງພັກ ອາຍຸການ 2026 – 2031, ໃຊ້ເປັນພື້ນຖານເພື່ອບຳລຸງສ້າງ, ຝຶກອົບຮົມ ແລະ ຕິດຕາມ, ກວດກາເປັນປະຈຳສຳລັບບັນດາພະນັກງານ ໄດ້ຖືກນຳເຂົ້າແຜນຊັບຊ້ອນ; ຄົ້ນພົບຢ່າງທັນການ, ແນະນຳເພີ່ມເຕີມໃນແຜນຊັບຂ້ອນເພື່ອລາຍງານກົມການເມືອງ ຍື່ນສະເໜີຕໍ່ສູນກາງພັກ ພິຈາລະນາ ໃນກອງປະຊຸມ ຄັ້ງຕໍ່ໆໄປ.
ດີງເລື້ອງ