15:42 | 02/09/2018

ຊາວໜຸ່ມຫວຽດນາມ ຢູ່ ສປປ ລາວ ຮັກສາມູນເຊື້ອອັນດີງາມ ປະເທດບ້ານໃກ້ເຮືອນຄຽງ

ຊາວໜຸ່ມຫວຽດນາມ ຢູ່ ສປປ ລາວ ຮັກສາມູນເຊື້ອອັນດີງາມ ປະເທດບ້ານໃກ້ເຮືອນຄຽງ

ງານແຂ່່ງຂັນກິລາບານເຕະ ຊາວໜຸ່ມຫວຽດນາມ ປະຈໍາ ລາວ ຄັ້ງທີ 5 ປີ 2018.

ງານແຂ່່ງຂັນກິລາບານເຕະ ຊາວໜຸ່ມຫວຽດນາມ ປະຈໍາ ລາວ ຄັ້ງທີ 5 ປີ 2018 ແນໃສ່ ສ້າງກອງທຶນການກຸສົນ ເພື່ອຊ່ວຍເຫຼືອຜູ້້ເຖົ້າຜູ້ແກ່ທີ່ຢູ່ປ່ຽວ, ບັນດາຄອບຄົວທຸກຍາກ ແລະ ສູນອຸປະກະລະເດັກນ້ອຍພິການຂອງລາວ. ງານແຂ່ງຂັນກິລາບານເຕະຄັ້ງນີ້ ບໍ່ພຽງແຕ່ ແມ່ນໂອກາດ ເພື່ອເພີ່ມທະວີຄວາມສາມັກຄີ, ຄວາມຜູກພັນໃນປະຊາຄົມຊາວຫວຽດນາມ ອາໄສຢູ່່ນະຄອນຫຼວງ ວຽງຈັນ ເວົ້າສະເພາະ ແລະ ອາໄສຢູ່ປະເທດລາວເວົ້າລວມເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມເຂັ້ມແຂງຂອງຂະບວນການກິລາກາຍະກໍາ ແລະ ນໍ້າໃຈ “ອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ” ຂອງປະຊາຄົມຊາວຫວຽດນາມອາໄສຢູ່ລາວ, ຊ່ວຍໃຫ້ບັນດາຊາວໜຸ່ມຫວຽດນາມພວມຮໍ່າຮຽນ, ເຮັດວຽກ ແລະ ດໍາລົງຊີວິດຢູ່ນະຄອນຫຼວງວຽງຈັນ ມີໂອກາດພົບປະແລກປ່ຽນ ແລະ ແລກປ່ຽນບົດຮຽນນໍາກັນອີກດ້ວຍ.

ງານແຂ່່ງຂັນກິລາບານເຕະ ຊາວໜຸ່ມຫວຽດນາມ ຢູ່ ລາວ ຄັ້ງທີ 5 ປີ 2018 ມີທັງໝົດ 10 ທິມເຂົ້າຮ່ວມ, ໄດ້ດໍາເນີນຮອດວັນທີ 22 ກັນຍາ ຈຶ່ງຈະອັດລົງ.

ຊາວໜຸ່ມຫວຽດນາມ ຢູ່ ສປປ ລາວ ຮັກສາມູນເຊື້ອອັນດີງາມ ປະເທດບ້ານໃກ້ເຮືອນຄຽງ


ຊາວໜຸ່ມຫວຽດນາມ ຢູ່ ສປປ ລາວ ຮັກສາມູນເຊື້ອອັນດີງາມ ປະເທດບ້ານໃກ້ເຮືອນຄຽງ

ທີມເຕະບານທີ່ເຂົ້າຮ່ວມ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-1720.html

In bài biết