15:18 | 22/08/2018

ແຂວງເທື່ອທຽນເຫວ້ ເພີ່ມທະວີການຮ່ວມມື ພັດທະນາ ການທ່ອງທ່ຽວ ກັບບັນດາແຂວງພາກເໜືອ

ນັບແຕ່ວັນທີ 20 ຫາ 25 ສິງຫາ ພະແນກ ທ່ອງທ່ຽວ ແຂວງ ເທື່ອທຽນເຫວ້ ໄດ້ປະສານສົມທົບກັບ ພະແນກ ທ່ອງທ່ຽວ ແຂວງກວ້າງນິງ ແລະ ຫ້າຍຟ່ອງ ຈັດງານການແລກປ່ຽນ ແລະ ສະເໜີສະຖານທີ່ທ່ອງທ່ຽວ, ສ້າງສະພາບແວດລ້ອມໃຫ້ແກ່ການດຳເນີນທຸລະກິດຂອງບັນດາທ້ອງຖິ່ນ ຊອກຫາຄູ່ຮ່ວມມື, ເຊື່ອມຕໍ່ການຮ່ວມມືພັດທະນາການທ່ອງທ່ຽວ.

ຮູ້ວ່າ ໃນການເຮັດວຽກຮ່ວມກັນ ຂອງ ພະແນກທ່ອງທ່ຽວ ແລະ ສູນ ອະນຸລັກ ປູນີຍະສະຖານ ເມືອງເກົ່າ ເຫວ້ ໄດ້ນຳສະເໜີ ສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈ ຂອງແຂວງ ເທື່ອທຽນເຫວ້ ດ້ວຍຜລິດຕະພັນດ້ານການທ່ອງທ່ຽວໃໝ່ໆ.

ແຂວງເທື່ອທຽນເຫວ້ ເພີ່ມທະວີການຮ່ວມມື ພັດທະນາ ການທ່ອງທ່ຽວ ກັບບັນດາແຂວງພາກເໜືອ

ພະລາດສະວັງເກົ່າ ເຫວ້ ດຶງດູດນັກທ່ອງທ່ຽວພາຍໃນແລະ ຕ່າງປະເທດເຂົ້າຢ້ຽມຊົມ.

ໃນນັ້ນພິເສດແມ່ນມີຫຼາຍລາຍການທີ່ເຮັດໃຫ້ຜູ້ຄົນສົນໃຈເຊັ່ນ: ການສະແດງແສງສີ ກີ່ດ່າຍ ແລະ ການຍິງປືນຄົກ , ລາຍການສະແດງສິນລະປະຂັບລຳ ແບບພະລາດສະວັງ ແລະ ການທ່ຽວຊົມວັງຜ່ານເທັກໂນໂລເບິ່ງໜັງທີ່ທັນສະໄໝ...

ພ້ອມກັນນັ້ນ ບັນດາທ້ອງຖິ່ນ ຍັງຈັດການເຊື່ອມຕໍ່ການຮ່ວມມືລະຫວ່າງ ສະຫະພັນທ່ອງທ່ຽວ ເທື່ອທຽນເຫວ້ ກັບສະຫະພັນ ທ່ອງທ່ຽວ ນະຄອນ ຫ໋າຍຟ່ອງ ແລະ ກວ້າງນິງ ໃນການຊຸກຍູ້ ແລະ ພັດທະນາການທ່ອງທ່ຽວ.

ແຂວງເທື່ອທຽນເຫວ້ ເພີ່ມທະວີການຮ່ວມມື ພັດທະນາ ການທ່ອງທ່ຽວ ກັບບັນດາແຂວງພາກເໜືອ

ສະຖານທີ່ທ່ອງທ່ຽວຂອງເທື່ອທຽນເຫວ້ ການເປັນສະຖານທີ່-ທີ່ດຶງດູດນັກທ່ອງທ່ຽວ.

ແລະ ນີ້ກໍ່ແມ່ນບາດກ້າວທຳອິດ ເພື່ອເຮັດໃຫ້ບັນດາຫົວໜ່ວຍວິສາຫະກິດ ດຳເນີນທຸລະກິດດ້ານການບໍລິການ-ທ່ອງທ່ຽວ ຂອງທ້ອງຖິ່ນເວົ້າສະເພາະ ແລະ ພາກກາງ, ເຂດຕາເວັນຕົກສ່ຽງເໜືອເວົ້າລວມ ສ້າງຕັ້ງການເຊື່ອມຕໍ່ສາຍທົວ ນຳນັກທ່ອງທ່ຽວເຂດພາກຕາເວັນຕົກສ່ຽງເໜືອ ມາທ່ຽວ ເຫວ້ ແລະ ປີ້ນກັນ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-1719.html

In bài biết