15:52 | 16/09/2023

ພິທີອອກເດີນທາງໄປເຂົ້າຮ່ວມ ASIAD 19 ຂອງຄະນະກິລາຫວຽດນາມ

ພິທີໄຂ ASIAD 19 : ກິລາອາຊີ ສ່ອງແສງກັບສີສັນວັດທະນະທຳ ພິທີໄຂ ASIAD 19 : ກິລາອາຊີ ສ່ອງແສງກັບສີສັນວັດທະນະທຳ
ກິລາຫວຽດນາມ ສູ້ຊົນຍາດຫຼຽນຄຳໃຫ້ໄດ້ 3 ເຖິງ 5 ຫຼຽນຢູ່ ASIAD 19 ກິລາຫວຽດນາມ ສູ້ຊົນຍາດຫຼຽນຄຳໃຫ້ໄດ້ 3 ເຖິງ 5 ຫຼຽນຢູ່ ASIAD 19

ຄະນະກິລາຫວຽດນາມ ເຂົ້າຮ່ວມ ASIAD 19 ມີສະມາຊິກ 504 ຄົນ, ໃນນັ້ນມີນັກກິລາ 337 ຄົນ ແຂ່ງຂັນກິລາ 31 ປະເພດ, ຕັ້ງເປົ້າໝາຍຍາດຫຼຽນຄຳໃຫ້ໄດ້ແຕ່ 2-5 ຫຼຽນ, ສູ້ຊົນໃຫ້ນັກກິລາຫຼາຍຄົນໄດ້ຜ່ານເຂົ້າຮອບຄັດເລືອກການແຂ່ງຂັນກິລາໂອລິມປິກ ປາຣີ 2024. ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ສະເໜີໃຫ້ນັກກິລາແຕ່ລະຄົນຄວນແຂ່ງຂັນດ້ວຍຈິດໃຈຊື່ສັດ, ສູງສົ່ງ, ດຸໝັ່ນ ແລະມີຫົວຄິດປະດິດສ້າງ, ມານະພະຍາຍາມເອົາຊະນະຕົນເອງເພື່ອໃຫ້ບັນລຸໄດ້ຜົນງານສູງ; ຢຶດໝັ້ນຕໍ່ຄວາມເອກອ້າງທະນົງໃຈຂອງຊາດ, ສາມັກຄີ, ມີລະບຽບວິໄນ, ປະຕິບັດກົດລະບຽບຂອງງານມະຫາກຳ, ກົດລະບຽບຂອງການແຂ່ງຂັນ, ເຄົາລົບກົດໝາຍ ແລະຮີດຄອງປະເພນີ, ມູນເຊື້ອວັດທະນະທຳຂອງປະເທດເຈົ້າພາບ ແລະບັນດາປະເທດທີ່ເຂົ້າຮ່ວມ; ເປັນເຈົ້າການ, ຈິງໃຈ, ສ້າງນ້ຳໃຈໄມຕີຈິດມິດຕະພາບກັບຄະນະນັກກິລາປະເທດເພື່ອນ.

ພິທີອອກເດີນທາງໄປເຂົ້າຮ່ວມ ASIAD 19 ຂອງຄະນະກິລາຫວຽດນາມ

ພິທີອອກເດີນທາງໄປເຂົ້າຮ່ວມ ASIAD 19 ຂອງຄະນະກິລາຫວຽດນາມ

ASIAD 19 ເປີດການແຂ່ງຂັນຢ່າງເປັນທາງການແຕ່ວັນທີ 23 ກັນຍາ ຫາວັນທີ 8 ຕຸລາ, ຢູ່ນະຄອນ Hangzhou ຂອງຈີນ. ຄະນະກິລາຫວຽດນາມ ຈະອອກເດີນທາງໄປເຂົ້າຮ່ວມ ASIAD 19 ໃນວັນທີ 20 ກັນຍາ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-17153.html

In bài biết