ບັນດາສະຖານທີ່ທ່ອງທ່ຽວທີ່ຕ້ອງໄປ ໃນການທ່ຽວຫວຽດນາມ
ເມືອງເກົ່າໂຮ້ຍອານ, ກ໋ວາງນາມ
ເມື່ອເຕື້ອງເຖິງການທ່ອງທ່ຽວ ຫວຽດນາມ, ໂຮ້ຍອານແມ່ນຊື່ທີ່ບໍ່ອາດບໍ່ກ່າວເຖິງໄດ້. ໂຮ້ຍອານມີຮູບຊົງທີ່ເກົ່າແກ່ ດ້ວຍການດຳລົງຊີວິດທີ່ລຽບງ່າຍ ເຊິ່ງແຂກທ່ອງທ່ຽວຫຼາຍຄົນໄດ້ເລືອກເຟັ້ນ; ປັດຈຸບັນ, ການທ່ອງທ່ຽວຢູ່ໂຮ້ຍອານ ພວມມີການພັດທະນາໄວທີ່ສຸດ ດ້ວຍແຂກທ່ອງທ່ຽວເປັນຈຳນວນຫຼາຍທັງຢູ່ພາຍໃນ ແລະ ຕ່າງປະເທດທີ່ມານີ້ໃນແຕ່ລະປີ. ຢູ່ທີ່ນີ້ ກໍ່ມີຫຼາຍສະຖານທີ່ເພື່ອມາຢ້ຽມຊົມ ແລະ ຖ່າຍຮູບ.
ເມືອງເກົ່າໂຮ້ຍອານແມ່ນນະຄອນຢູ່ແຄມທະເລຂອງແຂວງພາກກາງ ຫ່າງຈາກນະຄອນດ່ານັ້ງ ປະມານ 30 ກິໂລແມັດໄປທາງທິດໃຕ້, ຕັ້ງຢູ່ແຂວງກວ໋າງນາມ. ນີ້ແມ່ນສະຖານທີ່ພົ້ນເດັ່ນສຳລັບທ່າກຳປັ່ນການຄ້າທີ່ຟົດຟື້ນ, ເຄີຍມີຮ່ອງຮອຍຂອງທ່າກ່ຳປັ່ນການຄ້າຊາວຈຳ, ເຊິ່ງເປັນທີ່ຮູ້ຈັກດ້ວຍເສັ້ນທາງຜ້າໄໝທີ່ມີຊື່ສຽງ.
![]() |
ເທດສະບານ ຊາປາ, ລາວກາຍ
ນອນຢູ່ທາງທິດຕາເວັນຕົກສ່ຽງເໜືອ ຫວຽດນາມ, ຊາປາຊ້ອນແຝງຫຼາຍສີສັນທີ່ມະຫັດສະຈັນ ແລະ ມີສະເໜ່ຂອງເຂດປູຜາປ່າໄມ້ ແລະ ທິວທັດທຳມະຊາດແບບຮົກເຣື້ອ. ຢ່າພາດໂອກາດໄປຕະຫຼາດແຫ່ງຄວາມຮັກທີ່ໄດ້ຈັດໃນຄ່ຳຄືນວັນເສົາ ທີ່ເຕັ້ມໄປດ້ວຍພະລັງຊີວິດ ດ້ວຍບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະທີ່ແຊບນົວ. ຈາກເທດສະບານນ້ອຍທີ່ມີຄວາມຟົດຟື້ນ, ແຂກທ່ອງທ່ຽວອາດຈະມາບັນດາໝູ່ບ້ານຂອງຊາວຊົນເຜົ່າສ່ວນໜ້ອຍທີ່ນອນຢູ່ທ່າມກາງນາຂັ້ນໄດ ເພື່ອລົງພຶດຕິກຳຕົວຈິງວັດທະນະທຳ ແລະ ອາຫານການກິນເຂດດັ່ງກ່າວ.
![]() |
ອ່າວຮະລອງ, ກ໋ວາງນິງ
ໂດຍຕັ້ງຢູ່ແຄມຝັ່ງຕາເວັນຕົກຂອງອ່າວພາກເໜືອ, ອ່າວຮະລອງລວມມີເຂດທະເລໝູ່ເກາະຂຶ້ນກັບນະຄອນຮະລອງ, ເກີມຝາ ແລະ ສ່ວນໜຶ່ງຂອງເມືອງເກາະເວິນດົນ, ແຂວງກ໋ວາງນິງ. ອ່າວຮະລອງມີເນື້ອທີ່ເຖິງ 1.553 ກີໂລຕາແມັດ, ເສັ້ນທາງທະເລຍາວ 120 ກີໂລແມັດ, ສະຖານທີ່ນີ້ລວມມີ 1.969 ໝູ່ເກາະໃຫຍ່ນ້ອຍທີ່ແຕກຕ່າງກັນ. ບັນດາໝູ່ເກາະນີ້ສ່ວນຫຼາຍແມ່ນເກາະຫີນປູນ. ເນື້ອທີ່ຫຼັກຂອງອ່າວຮະລອງ ເປັນຕົ້ນແມ່ນເຂດໃຈກາງຂອງອ່າວທີ່ມີເນື້ອທີ່ກວາງ 335 ກີໂລແມັດ, ສະຖານທີ່ນີ້ມີໝູ່ເກາະໃຫຍ່ນ້ອຍເກືອບ 775 ແຫ່ງ ສ້າງເປັນທິວທັດທຳມະຊາດທີ່ໃຫຍ່ໂຕມະໂຫຖານ.
ບໍ່ພຽງແຕ່ມີຄວາມສວຍງາມຈາກທິວທັດທຳມະຊາດທີ່ໃຫຍ່ໂຕມະຫາຖານເທົ່ານັ້ນ, ມາຮະລອງ, ແຂກທ່ອງທ່ຽວຍັງຮູ້ສຶກມີຄວາມສະຫງົບສຸກ ເມື່ອໄດ້ເຊື່ອມຕົວເຂົ້າກັບທິວທັດທຳມະຊາດຢູ່ແຫ່ງນີ້. ປະຊາຊົນມີຄວາມເປັນມິດ, ອາຫານການກິນທີ່ມີຊື່ສຽງ ກໍ່ປະກອບສ່ວນເຂົ້າໃນການຊ່ວຍໃຫ້ອ່າວຮະລອງ ມີຄວາມດຶງດູດໃຈຄືແນວນັ້ນ. ປີ 2012, ອ່າວຮະລອງມີຄວາມເປັນກຽດຢ່າງຍິ່ງ ເມື່ອອົງການຈັດຕັ້ງ New Open World ໄດ້ນຳເຂົ້າບັນຊີລາຍຊື່ 7 ສິ່ງມະຫັດສະຈັນທຳມະຊາດໃໝ່ຂອງໂລກ. ເພາະສະນັ້ນ, ອ່າວຮະລອງຍາມໃດກໍ່ແມ່ນຄວາມເອກອ້າງທະນົງໃຈຂອງການທ່ອງທ່ຽວ ຫວຽດນາມ.
![]() |
ນະຄອນໂຮ່ຈີມິນ
ແມ່ນໜຶ່ງໃນສອງສູນເສດຖະກິດ - ວັດທະນະທຳໃຫຍ່ທີ່ສຸດໃນທົ່ວປະເທດ, ນະຄອນໂຮ່ຈີມິນຍັງຮັກສາໄດ້ບັນດາຈຸດສະຖາປັດຕະຍະກຳ ແຕ່ສະໄໝພາຍໃຕ້ການປົກຄອງຂອງພວກຫົວເມືອງຂຶ້ນຝລັ່ງ. ແຂກທ່ອງທ່ຽວສາກົນອາດຈະມາຫໍພິພິທະພັນຫຼັກຖານຮ້ອງຮອຍສົງຄາມ, ອຸມົງກູຈີ ເພື່ອຊອກຮູ້ກ່ຽວກັບສົງຄາມ ຫວຽດນາມ, ຫຼືມາຢ້ຽມຢາມຫໍບູຊາດຶກບ່າ, ວັດ ງອັກຮວ່າງ. ຖ້າຢາກຊື້ເຄື່ອງ, ຕະຫຼາດເບັ້ນແທັງຈະແມ່ນສະຖານທີ່ລຶ້ງເຄີຍທີ່ມີສິນຄ້າປະເພດຕ່າງໆທີ່ອຸດົມສົມບູນ.
![]() |
ເກາະຝຸກວັກ, ກຽນຢາງ
ໜຶ່ງໃນ 7 ສະຖານທີ່ທ່ອງທ່ຽວສວຍງານທີ່ສຸດຢູ່ປະເທດຫວຽດນາມ ເຊິ່ງໄດ້ແຂກທ່ອງທ່ຽວຕ່າງປະເທດໄດ້ຄັດເລືອກນັ້ນແມ່ນ ເກາະຝຸກວກ. ນີ້ໄດ້ຮັບຖືວ່າແມ່ນໜຶ່ງໃນບັນດາສະຖານທີ່ຜັກຜ່ອນບຳລຸງ, ຢ້ຽມຊົມ ແລະ ຄົ້ນຫາລະບົບຊີວະພາບທີ່ສວຍງາມ. ຖ້າຫາກວ່າ ແຫຼມອົງໂດຍ, ຫີນຈ່າວ ແມ່ນໂລກແຫ່ງປາກະລັງ ແລະ ປາທະເລທີ່ມີສີສັນອຸດົມສົມບູນນັ້ນ, ຫາຍຊາຍຊາວແມ່ນ ໜຶ່ງໃນບັນດາຫາດຊາຍທີ່ມີແສງແດດເຫຼືອງອາລ່າມ, ນ້ຳທະເລຟ້າຄືຢົກ… ຝຸກວັກແມ່ນ ເມັດຢົກອັນລ້ຳຄ່າຢ່າງແທ້ຈິງໃນແຜນທີ່ຂອງຫວຽດນາມ.
![]() |
ນະຄອນດ່ານັ້ງ
ນະຄອນດ່ານັ້ງບໍ່ພຽງແຕ່ດຶງດູດແຂກທ່ອງທ່ຽວ ດ້ວຍຮູບພາບທີ່ຂະຫຍັນຂັນເຄື່ອນ, ເຕັມໄປດ້ວຍພະລັງຊີວິດເທົ່ານັ້ນ ຫາກຍັງໄດ້ຊົມຫຼາຍທິວທັດທຳມະຊາດທີ່ສວຍງາມ ຫຼື ທະເລ, ພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ. ດ່ານັ້ງໄດ້ຮັບຖືວ່າແມ່ນສະຖານທີ່ເຕົ້າໂຮມສິ່ງຍອດຍິ່ງຂອງດິນຟ້າອາກາດ, ເໝືອນດັ່ງເມັດຢົກອັນລ້ຳຄ່າທີ່ນອນຢູ່ກາງ ຫວຽດນາມ.
ເຂດທົ່ງພຽງແມ່ນ້ຳຂອງ ທາງພາກໃຕ້ ຫວຽດນາມ
ແມ່ນໜຶ່ງໃນບັນດາພາກສ່ວນເຂດທົ່ງພຽງແມ່ນ້ຳຂອງ, ຍັງໄດ້ຮັບຖືວ່າແມ່ນເຂດທົ່ງພຽງທາງພາກໃຕ້ ຫຼື ເຂດຕາເວັນຕົກສ່ຽງໃຕ້ ທີີ່ມີເນື້ອທີ່ 40.548,2 ກີໂລຕາແມັດ. ຍ້ອນມີແຄມຝັ່ງທະເລທີ່ຍາວ, ແມ່ນ້ຳຂອງທີ່ແບ່ງປັນຫຼາຍສາຍ, ເກາະ, ໂນນ ແລະ ໝູ່ເກາະໃຫຍ່ນ້ອຍ, ສະຖານທີ່ນີ້ເໝາະສົມກັບບັນດາຮູບແບບການທ່ອງທ່ຽວແບບທຳມະຊາດ, ລົງພຶດຕິກຳຕົວຈິງ ແລະ ການຄົ້ນຫາ.
ຄຳຮຸ່ງ