19:10 | 23/08/2018

ອາຊຽນ ແມ່ນປັດໄຈສໍາຄັນຕໍ່ຄວາມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້

ອາຊຽນ ແມ່ນປັດໄຈສໍາຄັນຕໍ່ຄວາມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້

ການສະແດງສິລະປະທີ່ພິທີສະເຫຼີມສະຫຼອງ .(ພາບ: hcmcpc.org.vn)

ທີ່ພິທີ, ທ່ານນາງ Leow Siu Lin, ຫົວໜ້າສະຖານກົງສູນ ສິງກະໂປ ປະຈໍານະຄອນໂຮ່ຈິມິນ, ເຊິ່ງເປັນປະເທດພວມຮັບໜ້າທີ່ເປັນປະທານອາຊຽນ, ໃຫ້ຮູ້ວ່າ: ປີນີ້, ສິງກະໂປ ໄດ້ເອົາຫົວຂໍ້ວ່າ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ແລະ “ປ່ຽນແປງໃໝ່” ເພື່ອສ້າງອາຊຽນກາຍເປັນອົງການຈັດຕັ້ງທີ່ມີຄວາມຜູກພັນ, ມີຄວາມສາມາດແກ້ໄຂບັນດາຂາດສະຖຽນລະພາບພູມສາດການເມືອງ ໃຫ້ມີປະສິດທິຜົນກວ່າ, ກຽມພ້ອມກໍາແໜ້ນບັນດາກາລະໂອກາດ ແລະ ຮັບມືກັບສິ່ງທ້າທາຍຂອງການປະຕິວັດດີຈີຕອນ, ຕ້ານຄືນບັນດາການນາບຂູ່ລວມຄື ການກໍ່ການຮ້າຍ, ການໃຊ້ຄວາມຮຸນແຮງທີ່ຫຍໍ້ທໍ້, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ອາດຊະຍາກໍາຂ້າມຊາດ, ໄພທໍາມະຊາດ ແລະ ການປ່ຽນແປງຂອງດິນຟ້າອາກາດ.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-1714.html

In bài biết