10:00 | 23/09/2023

ພິທີໄຂ ASIAD 19 : ກິລາອາຊີ ສ່ອງແສງກັບສີສັນວັດທະນະທຳ

ດ້ວຍຫົວຂໍ້ທີ່ວ່າ "ມຸ່ງໄປສູ່ອາຊີ", ພິທີໄຂງານມະຫາກຳກິລາອາຊີ ຄັ້ງທີ 19 (ASIAD 19) ໄດ້ດໍາເນີນໃນຕອນຄໍ່າວັນທີ 23 ກັນຍາ, ຢູ່ສະໜາມກິລາສູນກິລາໂອລິມປິກ ຫາງໂຈວ (ຈີນ).

ເຂົ້າຮ່ວມມີທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ພ້ອມດ້ວຍແຂກຈຳນວນໜຶ່ງທີ່ຕາງໜ້າໃຫ້ກິລາປະເທດຕ່າງໆໃນທະວີບ.

ພິທີໄຂ ASIAD 19 : ກິລາອາຊີ ສ່ອງແສງກັບສີສັນວັດທະນະທຳ

ພິທີໄຂ ASIAD 19 ໄດ້ນຳໃຊ້ເຕັກໂນໂລຢີສູງ ເພື່ອເພີ່ມຄວາມຮູ້ສຶກ ແລະຈິດໃຈມະນຸດສະທຳ, ສະແດງໃຫ້ເຫັນຈຸດວັດທະນະທໍາທີ່ເປັນເອກະລັກສະເພາະຂອງ ຈີນ. ຄະນະຈັດຕັ້ງໄດ້ນຳໃຊ້ເຕັກໂນໂລຢີສົມທົບກັບສິລະປະ, ພ້ອມທັງປະສານເຊື່ອມໂຍງວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະຂອງຈີນ ຜ່ານແນວຄິດສິລະປະການແຕ້ມສີນ້ຳເມິກ, ການຂຽນຕົວໜັງສືຈີນ... ASIAD 19 ໄດ້ດຶງດູດນັກກິລາປະມານ 13.000 ຄົນທີ່ມາຈາກ 45 ປະເທດ ແລະເຂດແຄວ້ນເຂົ້າຮ່ວມແຂ່ງຂັນກິລາ 40 ປະເພດ. ຄະນະກິລາຫວຽດນາມ ໄດ້ສົ່ງນັກກິລາເຂົ້າຮ່ວມ 337 ຄົນແຂ່ງຂັນກິລາ 31 ປະເພດ, ຕັ້ງເປົ້າໝາຍຍາດຫຼຽນຄຳໃຫ້ໄດ້ແຕ່ 2-5 ຫຼຽນ.

ພິທີໄຂ ASIAD 19 : ກິລາອາຊີ ສ່ອງແສງກັບສີສັນວັດທະນະທຳ

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-17104.html

In bài biết