13:30 | 14/08/2018

ສະຖານທີ່ວາງສະແດງ ເອກສານ ແຕ່ປີ 1946 ກ່ຽວກັບ ການປະຕິວັດ ຖາງຕ໋າມ (ເດືອນ ສິງຫາ)

ສະຖານທີ່ວາງສະແດງ ເອກສານ ແຕ່ປີ 1946 ກ່ຽວກັບ ການປະຕິວັດ ຖາງຕ໋າມ (ເດືອນ ສິງຫາ)

ວັນທີ 19 ສິງຫາ 1945 ທີ່ຈະຕຸລັດໜ້າ ໂຮງລະຄອນ ຮ່າໂນ້ຍ ປະຊາຊົນນະຄອນຫຼວງ ເຂົ້າຮ່ວມງານມິດຕິ້ງ ຄຳນັບຮັບຕ້ອນ ຄະນະກຳມະການຄຸ້ມຄອງໂດຍຝ່າຍທະຫານ. (ພາບ: ສຳນັກຂ່າວຫວຽດນາມ)

ຈຸດພິເສດໃນງານວາງສະແດງຄັ້ງນີ້ແມ່ນ ສະຖານທີ່ວາງສະແດງປື້ມ-ໜັງສືພິມ ຕັ້ງແຕ່ປີ1946 ທີ່ຂຽນກ່ຽວກັບ ການປະຕິວັດ ເດືອນ 8 (ເດືອນສິງຫາ) ແລະ ວັນຊາດຫວຽດນາມ 2 ກັນຍາ. ໃນນັ້ນຜູ້ອ່ານຈະໄດ້ເຫັນເອກກະສານອັນລຳ້ຄ່າຄື: ໜັງສືພິມ ຊຶເທີ໋ດ (ໜັງສືພິມເລື່ອງຈິງ), ໜັງສືພິມ ລາວດົ້ງ (ໜັງສືພິມ ແຮງງານ) ສະບັບທີ 83-ປີ 1949, ໜັງສື ກິວກ໋ວກ(ໜັງສືພິມກູ້ຊາດ) ສະບັບທີ 813-ປີ 1949 ແລະ ໜັງສືພິມ ເຍີນເຢິນ( ໜັງສືພິມປະຊາຊົນ) ສະບັບວັນທີ 2 ກັນຍາ 1952...

ສະຖານທີ່ວາງສະແດງ ເອກສານ ແຕ່ປີ 1946 ກ່ຽວກັບ ການປະຕິວັດ ຖາງຕ໋າມ (ເດືອນ ສິງຫາ)

ບັນດາໜັງສືພິມກູ້ຊາດ.

ສະຖານທີ່ວາງສະແດງ ເອກສານ ແຕ່ປີ 1946 ກ່ຽວກັບ ການປະຕິວັດ ຖາງຕ໋າມ (ເດືອນ ສິງຫາ)

ສື່ສິ່ງພິມຂອງຫວຽດນາມໃນສະໄໝປະຕິວັດ.

ຄຽງຄູ່ກັນນັ້ນ ງານຕະຫຼາດນັດປື້ມເກົ່າຄັ້ງນີ້ຍັງມີອີກຫຼາຍກິດຈະກຳອື່ນໆ: ການຂາຍປື້ມລາຄາຖືກ 5.000-20.000 ດົ່ງ/ຫົວ, ຫຼຸດລາຄາ ແຕ່ 35-50% ສຳລັບປື້ມໃໝ່...

ຫົວຂໍ້ປື້ມທີ່ຈະນຳມາສະເໜີ ແລະ ສະແດງໃນງານຄັ້ງນີ້ແມ່ນມີຫຼາຍຂົງເຂດທີ່ແຕກຕ່າງກັນຄື: ວັດທະນະທຳ, ປະຫວັດສາດ, ເສດຖະກິດ, ກອງທັບ, ການແພດ, ປື້ມກາຕູນ, ຄວາມສາມາດໃນການດຳລົງຊີວິດ...

ງານຕະຫຼາດນັດເດືອນ 8 ຄັ້ງນີ້ຈະມີຫຼາຍຫົວໜ່ວຍດຳເນີນທຸລະກິດກ່ຽວກັບປື້ມເກົ່າຂອງຮ່າໂນ້ຍເຂົ້າຮ່ວມຄື: ຮ້ານຂາຍ ປື້ມເກົ່າລາຄາຖືກ, ຮ້ານຂາຍປື້ມ ຈ້ຽວຫ້າຍ, ຮ້ານຂາຍປື້ມເກົ່າ ກິມໝ໋າ, ຮ້ານຂາຍປື້ມເກົ່າ ເມືອງຮາຍບ່າຈຶງ, ຮ້ານຂາຍປື້ມເກົ່າ ຟຸ໋ກເກືອງ, ຮ້ານຂາຍປື້ມ ທ໋າຍຮ່າ, ຮ້ານຂາຍປື້ມເກົ່າ ແບັກມາຍ, ຮ້ານຂາຍປື້ມເກົ່າ ຢຸຍມິງ...

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-1705.html

In bài biết