ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືຕໍ່ສູ້ຕ້ານອາດຊະຍາກຳ
ວັນທີ 11 ກັນຍາ, ຢູ່ ໂພນສະຫວັນ, ແຂວງຊຽງຂວາງ, ສປປ ລາວ, ໄດ້ເກີດຂຶ້ນກອງປະຊຸມປະສານງານຮ່ວມງານຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແລະ ການຮັກສາຄວາມ ໝັ້ນຄົງ, ຄວາມເປັນລະບຽບຢູ່ເຂດຊາຍແດນລະຫວ່າງກອງບັນຊາການທະຫານ 03 ແຂວງຊຽງຂວາງ, ຫົວພັນ ແລະ ບໍລີຄຳໄຊ ກັບກອງບັນຊາການທະຫານຊາຍແດນແຂວງ ເຫງ້ອ່ານ.
ສະຫາຍພັນເອກເລຍຶ່ເກື່ອງ, ຜູ້ຮັບຜິດຊອບການເມືອງປ້ອງກັນຊາຍແດນແຂວງເຫງ້ອ່ານ ຫົວໜ້າຄະນະເຂົ້າຮ່ວມການເຈລະຈາ. ຝ່າຍລາວ, ມີການເຂົ້າຮ່ວມຂອງບັນດາສະຫາຍ ຫົວໜ້າກອງບັນຊາການກອງບັນຊາການທະຫານ 3 ແຂວງຄື: ແຂວງຊຽງຂວາງ, ຫົວພັນ ແລະ ບໍລີຄຳໄຊ.
![]() |
ຫົວໜ້າຄະນະໄດ້ລົງນາມບົດບັນທຶກຄວາມເຂົ້າໃຈທີ່ຢູ່ກອງປະຊຸມ |
ແຂວງເຫງ້ອ່ານ (ຫວຽດນາມ) ມີເສັ້ນຊາຍແດນຍາວ 468,281 ກິໂລແມັດ ຕິດກັບ 3 ແຂວງຂອງລາວ (ຊຽງຂວາງ, ຫົວພັນ ແລະ ບໍລີຄຳໄຊ). ໃນຊຸມປີມໍ່ໆມານີ້, ບັນດາກຳລັງປະຕິບັດໜ້າທີ່ຂອງສອງປະເທດໄດ້ສົມທົບກັນເປັນປະຈຳເພື່ອຈັດຕັ້ງການລາດຕະເວນຂອງສອງປະເທດ, ພົບປະ, ແລກປ່ຽນສະພາບການ, ແຈ້ງຂ່າວສະພາບການທີ່ກ່ຽວຂ້ອງເຖິງອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບປອດໄພຊາຍແດນຢ່າງທັນການ, ຜ່ານນັ້ນ ກໍ່ສົມທົບກັນແກ້ໄຂເຫດການທີ່ເກີດຂຶ້ນຢ່າງທັນການ. ບັນດາກຳລັງປະຕິບັດໜ້າທີ່ສອງຟາກຊາຍແດນໄດ້ເຮັດວຽກງານໂຄສະນາ, ລາດຕະເວນ, ກວດກາຄຸ້ມຄອງ ແລະ ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍແຫ່ງຊາດ; ໃນປີນີ້, ການລາດຕະເວນສອງຝ່າຍໄດ້ຮັບການຈັດຕັ້ງ 44 ຄັ້ງ/ຜູ້ເຂົ້າຮ່ວມ 528 ຄົນ; ລາດຕະເວນຝ່າຍດຽວ 132 ຄັ້ງ/ຜູ້ເຂົ້າຮ່ວມ 1.056 ຄົນ, ຮັບປະກັນເສັ້ນຊາຍແດນ, ຫຼັກໝາຍແຫ່ງຊາດ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຢູ່ເຂດຊາຍແດນຍາມໃດກໍ່ເປັນປົກກະຕິ.
2 ຝ່າຍໄດ້ຊີ້ນຳບັນດາຫົວໜ່ວຍກວດກາ, ຄຸ້ມຄອງດ່ານຊາຍແດນຕາມລະບຽບການ, ພິເສດແມ່ນໃນວຽກງານກວດກາການເຂົ້າ-ອອກເມືອງ, ສ້າງເງື່ອນໄຂສະດວກໃຫ້ປະຊາຊົນ, ພາຫະນະຜ່ານດ່ານຊາຍແດນ, ຈຸດຜ່ານແດນ. ໃນວຽກງານສົມທົບກັນຕໍ່ສູ້ຕ້ານອາດຊະຍາກຳ, ການລະເມີດຂໍ້ກຳນົດຂອງຊາຍແດນ, ຄວາມເປັນລະບຽບຮຽບຮ້ອຍສັງຄົມ, ກຳລັງຕຳຫຼວດ ແລະ ທະຫານ 03 ແຂວງ ຊຽງຂວາງ, ຫົວພັນ ແລະ ບໍລິຄຳໄຊ ເປັນເຂົ້າການ ແລະ ສົມທົບກັບກອງບັນຊາການທະຫານປ້ອງກັນຊາຍແດນ ແລະ ຕຳຫຼວດແຂວງ ເຫ້ງອ່ານ ແກ້ໄຂ 464 ຄະດີ, ຈັບກຸມເປົ້າໝາຍທີີ່ກ່ຽວຂ້ອງເຖິງການຄ້າເຖື່ອນ, ອາວຸດ, ຄ້າຢາເສບຕິດ... 362 ຄົນ. ໄດ້ດຳເນີນການມອບຮັບອາດຊະຍາກຳຜ່ານດ່ານຊາຍແດນ 20 ຄັ້ງ/44 ເປົ້າໝາຍ. ສືບຕໍ່ຮັກສາການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງບັນດາຫົວໜ່ວຍແຮກສ່ຽວ, ຢື້ຢາມຖາມຂ່າວກັນເປັນປະຈຳໃນໂອກາດວັນບຸນຂອງແຕ່ລະປະເທດ, ຜ່ານນັ້ນ ກໍ່ສະແດງໃຫ້ເຫັນຄວາມສາມັກຄີແບບພິເສດຂອງສອງປະເທດ.
ປີ 2022, ກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ເຫງ້ອ່ານ ໄດ້ຈັດຕັ້ງການເຝິກອົບຮົມວຽກງານຄຸ້ມຄອງປ້ອງກັນຊາຍແດນໃຫ້ແກ່ນັກຮົບຂອງກອງບັນຊາການທະຫານແຂວງຊຽງຂວາງ 20 ສະຫາຍ; ປີ 2023, ສືບຕໍ່ຈັດຕັ້ງການຝຶກອົບຮົມໃຫ້ 40 ສະຫາຍ, ໜູນຊ່ວຍ 03 ແຂວງໃນການປ້ອງກັນໄພທຳມະຊາດ ແລະ ພະຍາດ.
ທີ່ການພົບປະເຈລະຈາ, 2 ຝ່າຍໄດ້ສືບຕໍ່ລົງນາມໃນບົດບັນທຶກຊ່ວຍຈຳເພື່ອສົມທົບກັນແລກປ່ຽນສະພາບການ, ຊຸກຍູ້ວຽກງານສົມທົບກັນຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ, ຕໍ່ສູ້ຕ້ານອາດຊະຍາກຳລະຫວ່າງກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ເຫ້້ງອ່ານ ກັບກອງບັນຊາການທະຫານຂອງປະເທດ ລາວ.
ດີງເລື້ອງ