ສະເທືອນໃຈລາຍການສິລະປະ “ດາວເອກະລາດ” ສະເຫຼີມສະຫຼອງວັນຊາດ 2 ກັນຍາ
ປະທານສະມາຄົມມິດຕະພາບລາວ - ຫວຽດນາມ ອວຍພອນວັນຊາດຫວຽດນາມ | |
ຜູ້ໂດຍສານໄປຜ່ານຄິວລົດເມຮ່າໂນ້ຍເພີ່ມຂຶ້ນປະມານ 300% ໃນໂອກາດວັນພັກບຸນທີ 2 ກັນຍາ |
ໂດຍສະເຫຼີມສະຫຼອງ 78 ປີແຫ່ງການປະຕິວັດເດືອນສິງຫາ (19/8/1945 - 19/8/2023) ແລະ ວັນຊາດ ຫວຽດນາມ (2/9/1945 - 2/9/2023), ຕອນຄ່ຳວັນທີ 1 ກັນຍາ, ຢູ່ຮ່າໂນ້ຍ, ຄະນະບັນນາທິການວາລະສານ ຄອມມູນິດ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ຄະນະບັນນາທິການໜັງສືພິມປະຊາຊົນ ໄດ້ຈັດລາຍການສະແດງສິລະປະ ດ້ວຍຫົວຂໍ້ “ດາວເອກະລາດ”. ເຂົ້າຮ່ວມລາຍການ ມີທ່ານເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງັຍ, ການນຳບັນດາຄະນະ, ກະຊວງ, ຂະແໜງການຂອງສູນກາງ, ທ້ອງຖິ່ນ ແລະ ນັກປະຕິວັດອາວຸໂສ.
![]() |
![]() |
“ດາວເອກະລາດ” ແມ່ນລາຍການຖືກຈັດຂຶ້ນເປັນປະຈຳ ດ້ວຍການສະແດງບັນດາລາຍການທີ່ເປັນເອກະລັກສະເພາະ, ສະແດງບັນດາຄຸນຄ່າອັນດີງາມດ້ານວັດທະນະທຳ, ປະຫວັດສາດກ່ຽວກັບນ້ຳໃຈຮັກຊາດ, ມານະຈິດອົງອາດກ້າແກ່ນຂອງປະຊາຊົນ ຫວຽດນາມ ຫຼາຍລຸ້ນຄົນໃນການຕໍ່ສູ້, ສ້າງສາ ແລະ ປົກປັກຮັກສາພື້ນຖານເອກະລາດຂອງຊາດ. “ດາວເອກະລາດ” ປີ 2023 ມີຫຼາຍຈຸດໃໝ່ອ່ຽມ, ປະດິດຄິດສ້າງ, ປະສານສົມທົບລະຫວ່າງປັດໃຈສິລະປະ ແລະ ມີຄວາມໝາຍດ້ານການເມືອງໄດ້ຢ່າງກົມກຽວ, ສ່ອງແສງໄດ້ສະພາບການຂອງປະເທດໃນຕະຫຼອດ 78 ປີທີ່ມີເອກະລາດ, ເປັນເຈົ້າຕົນເອງ ແລະ ຢຶດໝັ້ນເດີນຕາມເສັ້ນທາງສັງຄົມນິຍົມ ນັບແຕ່ການປະຕິວັດເດືອນສິງຫາ ແລະ ວັນຊາດທີ 2 ກັນຍາ 1945. ລາຍການໄດ້ສະແດງໃຫ້ເຫັນເປົ້າໝາຍ, ການກຳນົດທິດທາງ, ຄວາມປາດຖະໜາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ສູນກາງພັກໃນຊຸມເດືອນຈະມາເຖິງ ແລະ ໃນຫຼາຍປີຕໍ່ໜ້າ ເພື່ອແນໃສ່ນຳປະເທດຍາດໄດ້ຜົນງານໃໝ່ໃນພາລະກິດແຫ່ງການເຊື່ອມໂຍງ ແລະ ພັດທະນາ.
ຄຳຮຸ່ງ