11:27 | 01/08/2018

ເປີດຫ້ອງຮຽນສອນພາສາຫວຽດ ແລະ ພາສາລາວ ໃຫ້ພໍ່ແມ່ພີ່ນ້ອງເຊື້ອສາຍຫວຽດ ຢູ່ ນະຄອນຫຼວງວຽງຈັນ

ເປີດຫ້ອງຮຽນສອນພາສາຫວຽດ ແລະ ພາສາລາວ ໃຫ້ພໍ່ແມ່ພີ່ນ້ອງເຊື້ອສາຍຫວຽດ ຢູ່ ນະຄອນຫຼວງວຽງຈັນ

ທ່ານ ບຸ່ຍຈີ໋ແມັ້ງ ທີ່ປືກສາທູດ ກ່າວຄຳປາໄສທີ່ພິທີ.

ຕົ້ນອາທິດທີ່ຜ່ານມາ ຢູ່ທີ່ວັດ ບ່າງລ໋ອງ ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ຈັດພິທີເປີດຫ້ອງຮຽນພາສາຫວຽດ ແລະ ພາສາ ລາວໂດຍບໍ່ເສຍຄ່າໃຫ້ພໍ່ແມ່ພີ່ນ້ອງເຊື້ອສາຍຫວຽດນາມ ທີ່ກຳລັງດຳລົງຊີວິດ ຢູ່ ສປປ ລາວ.

ກ່າວຄຳປາໄສທີ່ກອງປະຊຸມ ທີ່ປືກສາທູດ ທ່ານ ບຸ່ຍຈີ໋ແມັ້ງ ຄະນະຜູ້ປະຈຳການ ຮັບຜິດຊອບມວນຊົນ ຂອງສະຖານທູດ ໃຫ້ຮູ້ວ່າ: ນີ້ແມ່ນຫ້ອງຮຽນສອງຫ້ອງ ທຳອິດ ທີ່ຈັດຂື້ນ ຢູ່ວັດ ບ່າງລ໋ອງ, ເພື່ອຈັດຕັ້ງປະຕິບັດແຜນການໃຫ້ປະກົດຜົນເປັນຈິງ ເພີ່ມທະວີປະສານສົມທົບ ເຄື່ອນໄຫວ ວັດທະນະທຳຄວາມສັດທາເຫຼື່ອມໃສ ຢູ່ທີ່ວັດຫວຽດນາມ ຢູ່ແຜ່ນດິນລາວເວົ້າລວມ ແລະ ນະຄອນຫຼວງວຽງຈັນເວົ້າສະເພາະ. ນີ້ແມ່ນຄວາມມຸ້ງມາດປາດຖະໜາຂອງ ສະຖານທູດ, ສະມາຄົມໃຫຍ່ ຂອງສະມາຄົມຄົນຫວຽດນາມຢູ່່ນະຄອນຫຼວງວຽງຈັນ ແລະ ບັນດາຮາກຖານສາດສະໜາຫວຽດນາມ, ເບື້ອງຕົ້ນແມ່ນຢູ່ບັນດາວັດຫວຽດ ຢູ່ນະຄອນຫຼວງວຽງຈັນ.

ເປີດຫ້ອງຮຽນສອນພາສາຫວຽດ ແລະ ພາສາລາວ ໃຫ້ພໍ່ແມ່ພີ່ນ້ອງເຊື້ອສາຍຫວຽດ ຢູ່ ນະຄອນຫຼວງວຽງຈັນ

ບັນດາຜູ້ແທນເຂົ້າ່ຮ່ວມທີ່ກອງປະຊຸມ.

ນອກນີ້ ພໍ່ແມ່ພີ່ນ້ອງເຊື້ອສາຍຫວຽດ ກໍ່ມີຄວາມຕ້ອງການທີ່ຢາກຮຽນພາສາຫວຽດ ຕາມຫຼັກສູດ ຢ່າງມີແບບມີແຜນ ເພື່ອຈະອ່ານອອກຂຽນເປັນພາສາແມ່ຂອງຕົນ. ເຖິງວ່າຈະມີເຊື້ອສາຍຫວຽດນາມແຕ່ວ່າຍ້ອນສະພາບແວດລ້ອມການດຳລົງຊີວິດທີ່ມີຄວາມໄກ້ສິດກັບພໍ່ແມ່ປະຊາຊົນທ້ອງຖິ່ນ ແລະ ຍ້ອນກ່ອນໜ້ານີ້ການສອນພາສາຫວຽດກໍ່ຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ທີ່ຄວນ, ເຮັດໃຫ້ພໍ່ແມ່ປະຊາຊົນສ່ວນຫຼາຍພົບກັບຄວາມຫຍຸ້ງຍາກ ສະນັ້ນພໍ່ແມ່ພີ່ນ້ອງຄົນຫວຽດໃຊ້ຫວຽດຢູ່ໃນພາສາເວົ້າເທົ່ານັ້ນ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-1692.html

In bài biết