ການຮ່ວມມືລະຫວ່າງ IAEA ແລະ ຫວຽດນາມ ພວມພັດທະນາອັນດີງາມ
ການຮ່ວມມືລະຫວ່າງອົງການພະນັງງານປະລະມານູ ສາກົນ IAEA ແລະ ຫວຽດນາມ ພວມມີພັດທະນາອັນດີງາມ. ນີ້ແມ່ນຂໍ້ສັງເກດຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ທ່ານນາງ Najat Mokhtar ຜູ້ຮັກສາການຜູ້ອຳນວຍການໃຫຍ່ ຢູ່ການພົບປະລະຫວ່າງການນຳສອງທ່ານ ທີ່ໄດ້ດຳເນີນໃນຕອນບ່າຍວັນທ 24 ກໍລະກົດ ຢູ່ວຽນນາ.
ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານນາງ Najat Mokhtar ຜູ້ຮັກສາການຜູ້ອຳນວຍການໃຫຍ່ IAEA (ພາບ: TTXVN) |
IAEA ພວມໜູນຊ່ວຍ ຫວຽດນາມ ໃນການຜັນຂະຫຍາຍບັນດາໂຄງການໃນຂອບເຂດ “ໂຄງການຮ່ວມມືດ້ານເຕັກນິກ ຂອງ IAEA”, ລວມມີສອງໂຄງການທີ່ມີຄວາມຈຳເປັນກ່ຽວກັບການນຳໃຊ້ນິວເຄຼຍ ໃນການແກ້ໄຂໂລກລະບາດ ທີ່ມີຕົ້ນກຳເນີດຈາກ ສັດ (ZODIAC) ແລະ ໃນການແກ້ໄຂຂີ້ເຫຍື້ອປຼາດສຕິກ ຢູ່ມະຫາສະໝຸດ (NUTEC Plastic). ທ່ານປະທານປະເທດ ຫວໍວັນເຖືອງ ຢັ້ງຢືນວ່າ ຫວຽດນາມ ຈະຕັ້ງໜ້າເຂົ້າຮ່ວມ ແລະ ຜັນຂະຫຍາຍບັນດາໂຄງການຮ່ວມມືດ້ານເຕັກນິກໂດຍ IAEA ລິເລີ່ມ, ທ່ານກໍ່ສະແດງຄວາມຂອບໃຈ IAEA ທີ່ໄດ້ສະໜັບສະໜູນ ຫວຽດນາມ ເຂົ້າຮ່ວມໂຄງການຮ່ວມມືສາມຝ່າຍ ລະຫວ່າງ ຫວຽດນາມ, IAEA, ລາວ/ກຳປູເຈຍ ເພື່ອແນໃສ່ໜູນຊ່ວຍສອງປະເທດບ້ານໃກ້ເຮືອນຄຽງຂອງ ຫວຽດນາມ ພັດທະນາການນຳໃຊ້ພະລັງງານປະລະມານູເພື່ອເປົ້າໝາຍສັນຕິພາບ.
ສ່ວນທ່ານນາງ Najat Mokhtar ເນັ້ນໜັກວ່າ ການຮ່ວມມືກັບ ຫວຽດນາມ ແມ່ນຮູບແບບທີ່ມີປະສິດທິຜົນ, ປະສົບຜົນສຳເລັດ ແລະ ຢັ້ງຢືນຈະສືບຕໍ່ຮ່ວມມືຍົກສູງກຳລັງຄວາມສາມາດ ແລະ ຖ່າຍທອດເຕັກໂນໂລຢີໃຫ້ແກ່ ຫວຽດນາມໃນໄລຍະຈະມາເຖິງ.
ດີງເລື້ອງ