00:00 | 28/08/2023

ສິນໃນນ້ຳຫວຽດນາມຟື້ນຟູການສົ່ງອອກໃນຊຸມເດືອນທ້າຍປີ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ເປັນປະທານກອງປະຊຸມຂອງສະພາປະເມີນຜົນແຜນຜັງປົກປັກຮັກສາ ແລະ ຂຸດຄົ້ນສິນໃນນ້ຳ ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ເປັນປະທານກອງປະຊຸມຂອງສະພາປະເມີນຜົນແຜນຜັງປົກປັກຮັກສາ ແລະ ຂຸດຄົ້ນສິນໃນນ້ຳ
ຫວຽດນາມ ຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ, ຕັດສິນໃຈແກ້ໄຂ “ບັດເຫຼືອງ” ຫວຽດນາມ ຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ, ຕັດສິນໃຈແກ້ໄຂ “ບັດເຫຼືອງ”

ຕາມສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP) ແລ້ວ, ຂະແໜງສິນໃນນ້ຳ ພວມຟື້ນຟູ, ຈຳນວນໃບສັ່ງຊື້ສິນຄ້າສົ່ງອອກພວມເພີ່ມຂຶ້ນ, ວິສາຫະກິດ ຫຼາຍແຫ່ງໄດ້ເພີ່ມຜຽນເຮັດວຽກເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ.

ສິນໃນນ້ຳຫວຽດນາມຟື້ນຟູການສົ່ງອອກໃນຊຸມເດືອນທ້າຍປີ

ສິນໃນນ້ຳຫວຽດນາມຟື້ນຟູການສົ່ງອອກໃນຊຸມເດືອນທ້າຍປີ

ລະອຽດຄື, ຕະຫຼາດການສົ່ງອອກສິນໃນນ້ຳໃຫຍ່ສຸດຂອງ ຫວຽດນາມ ແມ່ນ ອາເມລິກາ ຄາດຄະເນວ່າຈະຟື້ນຕົວນັບແຕ່ໄລຍະ 6 ເດືອນທ້າຍປີຍ້ອນລະດັບເງິນເຟີ້ຫລຸດລົງ, ລະດັບສິນຄ້າຄ້າງສາງຫລຸດລົງ, ຄວາມຕ້ອງການຮັບໃຊ້ໂອກາດງານບຸນທ້າຍປີເພີ່ມຂຶ້ນ. ສິ່ງດັ່ງກ່າວຊ່ວຍວົງເງິນສົ່ງອອກສິນໃນນ້ຳໄປຍັງປະເທດນີ້ຄາດວ່າຈະເພີ່ມຂຶ້ນ 40 – 50% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຂະນະນັ້ນ, ຢູ່ຕະຫຼາດສະຫະພາບ ເອີລົບ (EU), ການບໍລິໂພກປາຈາ ສືບຕໍ່ໄດ້ຮັບການປົວແປງ ແລະ ເປັນປົກກະຕິ. ຕະຫຼາດ ຍີ່ປຸ່ນ, ສ ເກົາຫຼີ, ຈີນ, ຄາດວ່າ ຄວາມຕ້ອງການຈະເພີ່ມຂຶ້ນເລກນ້ອຍໃນທ້າຍໄຕມາດ III. ທ່ານນາງ ເລຮັ່ງ, ຜູ້ອຳນວຍການສື່ສານສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP) ໃຫ້ຂໍ້ສັງເກດວ່າ:

“ຍີ່ປຸ່ນ, ສ ເກົາຫຼີ, ອົດສະຕາລີ ແມ່ນຕະຫຼາດສົ່ງອອກບັນດາປະເພດສິນຄ້າປຸງແຕ່ງ, ມີມູນຄ່າເພີ່ມສູງຂອງ ຫວຽດນາມ. ຢູ່ບັນດາຕະຫຼາດນີ້, ຍັງບໍ່ທັນຖືກກຳລັງດັນຈາກການແກ່ງແຍ້ງທາງດ້ານແຫຼ່ງການສະໜອງ ແລະ ລາຄາຂາຍຄືຢູ່ ອາເມລິກາ, ອີຢູ ແລະ ຈີນ. ໄປຄຽງຄູ່ກັນນັ້ນ, ບາງຕະຫຼາດຢູ່ ອາຊີຕາເວັນອອກສ່ຽງໃຕ້ ກໍ່ໄດ້ຮັບການຕີລາຄາແມ່ນມີຄວາມສາມາດບົ່ມຊ້ອນຍ້ອນລະດັບເງິນເຟີ້ຕ່ຳກ່ວາ ແລະ ມີທ່າໄດ້ປຽບດ້ານພູມສາດ, ບຸລິມະສິດດ້ານພາສີອາກອນຕາມບັນດາສັນຍາການຄ້າເສລີ”.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-16877.html

In bài biết