00:00 | 25/07/2023

ສຶກສາທັກສະສີຂຽວໃຫ້ແກ່ຊາວໜຸ່ມ, ກຸນແຈໃຫ້ແກ່ວິວັດການຫັນເປັນສີຂຽວຢູ່ ຫວຽດນາມ

ສຶກສາທັກສະສີຂຽວໃຫ້ແກ່ຊາວໜຸ່ມ, ກຸນແຈໃຫ້ແກ່ວິວັດການຫັນເປັນສີຂຽວຢູ່ ຫວຽດນາມ
(ທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າໂຄງການພັດທະນາສະຫະປະຊາຊາດ)

ຕອນເຊົ້າວັນທີ 11 ສິງຫາ, ຢູ່ ຮ່າໂນ້ຍ, ສະຫະປະຊາຊາດ ປະຈຳ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາວໜຸ່ມ (12 ສິງຫາ) ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າກະຊວງພາຍໃນ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ການນຳໜຸ່ມກວ່າ 50 ທ່ານ. ພິທີສະເຫຼີມສະຫຼອງປີນີ້ມີຫົວຂໍ້ວ່າ “ມຸ່ງໄປເຖິງອະນາຄົດຍືນຍົງ: ທັກສະສີຂຽວໃຫ້ຊາວໜຸ່ມ”, ໂດຍເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງປະກອບທັກສະສີຂຽວໃຫ້ຊາວໜຸ່ມ ເພື່ອມຸ່ງໄປເຖິງອະນາຄົດທີ່ສົດໃສກວ່າ, ຂຽວກວ່າ ແລະ ຍືນຍົງກວ່າໃຫ້ແກ່ ຫວຽດນາມ. ກ່າວຄຳເຫັນທີ່ເຫດການ, ທ່ານນາງ Ramla Khalidi, ຫົວໜ້າຜູ້ຕາງໜ້າໂຄງການພັດທະນາສະຫະປະຊາຊາດ (UNDP), ເນັ້ນໜັກວ່າ:

“ຫວຽດນາມ ມານະພະຍາຍາມມຸ່ງໄປເຖິງວິວັດການຫັນປ່ຽນພະລັງງານຢ່າງຍຸດຕິທຳ ແລະ ອະນາຄົດຂອງການປ່ອຍອາຍພິດລົງ 0. ສະນັ້ນ, ເລື່ອງເປັນເຈົ້າການປະຕິບັດການຫັນປ່ຽນກຳລັງແຮງງານ ເພື່ອຊຸກຍູ້ພື້ນຖານເສດຖະກິດສີຂຽວ ແລະ ກາກບອນຕ່ຳ ແລະ ບັນດາສິ່ງທ້າທາຍໃໝ່ຂອງພື້ນຖານເສດຖະກິດມີຄວາມສຳຄັນທີ່ສຸດ. ຂ້າພະເຈົ້າຄິດວ່າ, ຊາວໜຸ່ມ ຫວຽດນາມ ຕ້ອງໄດ້ກະກຽມຄວາມຮູ້, ທັກສະໃຫ້ເປັນຢ່າງດີ ເພື່ອເຂົ້າຮ່ວມກຳລັງແຮງງານດັ່ງກ່າວ”.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-16868.html

In bài biết