00:00 | 02/08/2023

ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - ຟີ​ລິບ​ປິນ ພັດ​ທະ​ນາ​ຢ່າງ​ແທດ​ຈິງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ - ການ​ຄ້າ ແລະ ການ​ລົງ​ທຶນ

ຊຸກ​ຍູ້​ການ​ພົວ​ພັນ ຫວຽດ​ນາມ - ຟີ​ລິບ​ປິນ ພັດ​ທະ​ນາ​ຢ່າງ​ແທດ​ຈິງ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ - ການ​ຄ້າ ແລະ ການ​ລົງ​ທຶນ
ພາບບັນຍາກາດການພົບປະ (ພາບ: VOV)

ທີ່ການພົບປະ, ການນຳສອງທ່ານເຫັນດີເປັນເອກະພາບຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງແທດຈິງ, ພິເສດແມ່ນໃນຂົງເຂດເສດຖະກິດ - ການຄ້າ ແລະ ການລົງທຶນ, ສູ້ຊົນນຳວົງເງິນການຄ້າສອງຝ່າຍໃຫ້ບັນລຸ 10 ຕື້ USD. ສອງຝ່າຍກໍເຫັນດີຮ່ວມມືໃນສອງຂົງເຂດສຳຄັນ ນັ້ນແມ່ນຫັນເປັນດີຈີຕອນ ແລະ ຫັນປ່ຽນພະລັງງານ. ພ້ອມທັງ, ສືບຕໍ່ຊຸກຍູ້ການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດ, ສ້າງໂອກາດຮ່ວມມືໃໝ່, ນັບທັງສອງຝ່າຍ ແລະ ຫຼາຍຝ່າຍ; ຊຸກຍູ້ການແລກປ່ຽນຄະນະ, ຮ່ວມມືລະຫວ່າງການນຳ ແລະ ບັນດາອົງການວິຊາສະເພາະຂອງສະພາແຫ່ງຊາດ; ແລກປ່ຽນບົດຮຽນ, ປະສົບການໃນການເຄື່ອນໄຫວລັດຖະສະພາ.

ການນຳສອງທ່ານຕ່າງກໍ່ເນັ້ນໜັກວ່າ ຈະສະໜັບສະໜູນເຊິ່ງກັນແລະກັນໃນຂອບເຂດຫຼາຍຝ່າຍ; ສະໜັບສະໜູນບັນດາຂໍ້ລິເລີ່ມຂອງກັນຢູ່ AIPA, ເພີ່ມທະວີຄວາມສາມັກຄີ, ກຳລັງແຮງ ແລະ ບົດບາດເປັນໃຈກາງຂອງ ອາຊຽນ, ຮັກສາສຽງເວົ້າລວມໃນບັນດາບັນຫາຄວາມໝັ້ນຄົງຂອງພາກພື້ນ, ໃນນັ້ນ ມີບັນຫາທະເລຕາເວັນອອກ.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-16859.html

In bài biết