00:00 | 05/08/2023

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ປະ​ທານ​ຄະ​ນະ​ກຳ​ມະ​ການກວດ​ສອບອິນ​ໂດ​ເນ​ເຊຍ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ປະ​ທານ​ຄະ​ນະ​ກຳ​ມະ​ການກວດ​ສອບອິນ​ໂດ​ເນ​ເຊຍ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ພົບປະກັບທ່ານປະທານຄະນະກຳມະການກວດສອບ ອິນໂດເນເຊຍ Isma Yatum. ( ພາບ ; vov)

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕີລາຄາສູງບົດບາດ ແລະ ບັນດາການປະກອບສ່ວນຂອງຄະນະກຳມະການກວດສອບ ອິນໂດເນເຊຍ ທີ່ມີຕໍ່ການເຄື່ອນໄຫວກວດສອບແຫ່ງລັດໃນພາກພື້ນ ແລະ ສາກົນ; ພ້ອມທັງສະເໜີໃຫ້ສອງອົງການ ສືບຕໍ່ເພີ່ມທະວີການຮ່ວມມືກ່ຽວກັບການກວດສອບການເງິນ, ກວດສອບການປະຕິບັດ ແລະ ກວດສອບການເຄື່ອນໄຫວ, ເອົາໃຈໃສ່ເປັນພິເສດເຖິງການກວດສອບໃນຂົງເຂດສິ່ງແວດລ້ອມ, ເຕັກໂນໂລຢີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ, ຄວບຄຸມຄຸນນະພາບການກວດສອບ ແລະ ບັນດາການເຄື່ອນໄຫວ ເຊິ່ງອົງການກວດກາສູງສຸດຂອງສອງປະເທດມີທ່າແຮງ ແລະ ມີຄວາມບົ່ມຊ້ອນ.

ສ່ວນທ່ານປະທານຄະນະກຳມະການກວດສອບ ອິນໂດເນເຊຍ Isma Yatun, ປາດຖະໜາວ່າ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະສືບຕໍ່ສະໜັບສະໜູນການຮ່ວມມືລະຫວ່າງສອງອົງການກວດສອບສູງສຸດຂອງສອງລັດ, ສະໜັບສະໜູນ ອິນໂດເນເຊຍ ໃນຖານະເປັນປະເທດເຈົ້າພາບຈັດກອງປະຊຸມສາກົນບັນດາອົງການກວດສອບສູງສຸດ (INTOSAI)ໃນປີ 2028.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-16854.html

In bài biết