00:00 | 28/07/2023

ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຕາ​ລີ

ທ່ານ​ປະ​ທານ​ປະ​ເທດ ຫວໍ​ວັນ​ເຖືອງ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອີ​ຕາ​ລີ

ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ສ. ອີຕາລີ Antonio Alessandro (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕີລາຄາສູງທ່ານເອກອັກຄະລັດຖະທູດ ທີ່ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ທີມີຄວາມຮັບຜິດຊອບຂອງ ຫວຽດນາມ ກະກຽມຢ່າງລອບຄອບຖີ່ຖ້ວນ, ປະກອບສ່ວນເຮັດໃຫ້ການຢ້ຽມຢາມ ອີຕາລີ ຂອງຄະນະຜູ້ແທນຂັ້ນສູງ ຫວຽດນາມ ແຕ່ວັນທີ 25 – 29 ກໍລະກົດ ປະສົບຜົນສຳເລັດຢ່າງຈົບງາມ. ທ່ານປະທານປະເທດ ຢັ້ງຢືນວ່າ ເຫດການນີ້ແມ່ນຈຸດເດັ່ນໃນໄລຍະເຮັດວຽກທີ່ສຳເລັດຜົນຢູ່ ຫວຽດນາມ ຂອງທ່ານເອກອັກຄະລັດຖະທູດ Antonio Alessandro. ໂດຍຢ້ຳຄືນເລື່ອງທ່ານເອກອັກຄະລັດຖະທູດ Antonio Alessandro ເຮັດວຽກຢູ່ ຫວຽດນາມ ໃນໄລຍະປະສົບກັບຄວາມຫຍຸ້ງຍາກທີ່ສຸດ ຍ້ອນໂລກລະບາດໂຄວິດ - 19, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຖືວ່າ ຄວາມຫຍຸ້ງຍາກນັ້ນ, ບວກກັບການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ, ສອງປະເທດ ຍັງຮັກສາໄດ້ການພົວພັນທີ່ສະໜິດຕິດພັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຜ່ານຜ່າຄວາຫຍຸ້ງຍາກ ແລະ ສືບຕໍ່ບັນລຸໄດ້ຜົນງານດີງາມຫຼາຍຢ່າງ.

ສ່ວນທ່ານເອກອັກຄະລັດຖະທູດ Antonio Alessandro ເຜີຍໃຫ້ຮູ້ວ່າ ທ່ານປະທານາທິບໍດີ ສ.ອີຕາລີ Sergio Mattarella ມີຄວາມປະທັບໃຈຕໍ່ໝາກຜົນຂອງການພົບປະເຈລະຈາກັບທ່ານປະທານປະເທດ ຫວໍວັນເຖືອງ ຢູ່ ອີຕາລີ ກໍຄືການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງປະເທດ ຫວຽດນາມ.

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ກໍໄດ້ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານເອກອັກຄະລັດຖະທູດ Antonio Alessandro.

Link: https://huunghivietlao.thoidai.com.vn/detail-article-16837.html

In bài biết