ຫວຽດນາມ ປາດຖະໜາຢາກໃຫ້ລາຊະອານາຈັກ ອັງກິດ ແບ່ງປັນບົດຮຽນພັດທະນາພະລັງງານທົດແທນ
ຕອນບ່າຍວັນທີ 31 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ງຮົ່ງຮ່າ ໄດ້ຕ້ອນຮັບທ່ານ Graham Stuart, ລັດຖະມົນຕີຮັບຜິດຊອບຄວາມໝັ້ນຄົງດ້ານພະລັງງານ ແລະ ກໍ່ປ່ອຍກາກບອນ (Net Zero) ຂອງລາຊະອານາຈັກ ອັງກິດ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລະ ທ່ານລັດຖະມົນຕີ Graham Stuart, ໄດ້ເປັນເອກະພາບຊຸກຍູ້ບາງໂຄງການພະລັງງານທົດແທນລະອຽດ ດ້ວຍການເຂົ້າຮ່ວມຂອງວິສາຫະກິດແຖວໜ້າຂອງ 2 ປະເທດ, ເປັນພື້ນຖານເພື່ອແລກປ່ຽນ, ແບ່ງປັນບົດຮຽນຂອງ 2 ຝ່າຍຢ່າງແທດຈິງ, ບັນລຸປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີໃຫ້ ລາຊະອານາຈັກ ອັງກິດ ແນະນຳບັນດາວິສາຫະກິດທີ່ລົງທຶນບັນດາໂຄງການໄຟຟ້າແຮງລົມ, ໄຟຟ້າແສງຕາເວັນ, ລະບົບເກັບໄຟຟ້າຢ່າງໃຫຍ່ຫຼວງ... ໃຫ້ບັນລຸຜົນສຳເລັດ. ພ້ອມກັນນັ້ນແມ່ນແບ່ງປັນບົດຮຽນໃນການສ້າງນະໂຍບາຍ, ມາດຕະຖານ, ກົນໄກຊື້-ຂາຍໂດຍກົງຈາກແຫຼ່ງພະລັງງານທົດແທນ…
![]() |
ທ່ານຮອງນາຍົກລັດຖະມົນຕີ ເຈິ່ງຮົ່ງຮ່າ ຕ້ອນຮັບທ່ານ Graham Stuart, ລັດຖະມົນຕີຮັບຜິດຊອບຄວາມໝັ້ນຄົງດ້ານພະລັງງານ ແລະ ກໍ່ປ່ອຍກາກບອນ (Net Zero) ຂອງລາຊະອານາຈັກ ອັງກິດ (ພາບ: VGP) |
ສ່ວນທ່ານລັດຖະມົນຕີ Graham Stuart, ໄດ້ແຈ້ງຂໍ້ມູນກ່ຽວກັບວິວັດການ, ໝາກຜົນການຫັນປ່ຽນບັນດາແຫຼ່ງພະລັງງານນຳໃຊ້ຖ່ານຫີນ, ເຊື້ອເພີງ ໄປສູ່ແຫຼ່ງພະລັງງານທົດແທນ. ທ່ານກໍ່ແບ່ງປັນບົດຮຽນທີ່ຖອດຖອນມາໄດ້ຈາກວິວັດການດັ່ງກ່າວ, ກໍຄືເລື່ອງລັດຖະບານເຂົ້າຮ່ວມວິວັດການສ້າງຄວາມສະດວກໃຫ້ແຫຼ່ງເງິນລົງທຶນຈາກບັນດາອົງການຈັດຕັ້ງການເງິນໃຫຍ່.
ດີງເລື້ອງ