09:46 | 15/08/2023

ທ່ານ ພົນເອກ ຟານວັນຢາງ ເຂົ້າຮ່ວມກອງປະຊຸມ MCIS - 11 ແລະ Army 2023

ທ່ານ ພົນເອກ ຟານວັນຢາງ ເຂົ້າຮ່ວມກອງປະຊຸມ MCIS - 11 ແລະ Army 2023

ທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງເລຂາຄະນະພັກກອງທັບສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ.

ການເຂົ້າຮ່ວມ MCIS-11 ແລະ Army 2023 ຂອງຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ແມ່ນເພື່ອແນໃສ່ສືບຕໍ່ຢືນຢັນບົດບາດຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງຂອງຫວຽດນາມ ຕໍ່ບັນຫາສາກົນ ແລະ ພາກພື້ນ; ສະ​ແດງ​ໃຫ້​ເຫັນ​ການ​ສະໜັບສະໜູນ ​ແລະ ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຫຼາຍ​ຝ່າຍ​ສາກົນ ​ທີ່​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະພັນ​ລັດ​ເຊຍ ຈັດ​ຕັ້ງ; ພ້ອມ​ກັນ​ນັ້ນ, ກໍ່ຮັກສາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສອງ​ປະ​ເທດ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ປ້ອງ​ກັນຊາ​ດຂອງ​ສອງ​ປະ​ເທດ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ - ລັດ​ເຊຍ.

ຄາດ​ວ່າ ທ່ານ​ພົນ​ເອກ ຟານວັນຢາງ ກໍ່​ຈະ​ມີ​ບາງ​ການ​ພົບ​ປະ​ສອງ​ຝ່າຍ​ໃນ​ໂອກາດ​ເຂົ້າ​ຮ່ວມ MCIS-11 ​ແລະ Army 2023 ນີ້.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-16817.html

In bài biết