10:54 | 11/08/2023

ທ່ານເລຂາທິການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື່ອງ ຕ້ອນຮັບບັນດາເລຂາທິການ ສະພາຕ່ຳ ໄທ, ສະພາຕ່ຳ ອິນໂດເນເຊຍ ແລະ ສະພາແຫ່ງຊາດ ລາວ

ທ່ານເລຂາທິການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື່ອງ ຕ້ອນຮັບບັນດາເລຂາທິການ ສະພາຕ່ຳ ໄທ, ສະພາຕ່ຳ ອິນໂດເນເຊຍ ແລະ ສະພາແຫ່ງຊາດ ລາວ
ທ່ານເລຂາທິການສະພາແຫ່ງຊາດ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ບຸ່ຍວັນເກື່ອງ ພົບປະສອງຝ່າຍກັບບັນດາເລຂາທິການຂອງສະພາຕ່ຳ ໄທ, ສະພາຕ່ຳ ອິນໂດເນເຊຍ, ສະພາແຫ່ງຊາດລາວ (ພາບ: ຣວນຕັວນ, ສຳນັກຂ່າວສານຫວຽດ ນາມ)

ໃນບັນດາການພົບປະສອງຝ່າຍດັ່ງກ່າວ, ສອງຝ່າຍລ້ວນແຕ່ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແລກປ່ຽນບົດຮຽນປະສົບການເຄື່ອນໄຫວ, ເພີ່ມທະວີການພົວພັນຮ່ວມມືໃຫ້ແໜ້ນແຟ້ນກວ່າອີກໃນໄລຍະຈະມາເຖິງ, ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງອົງການນິຕິບັນຍັດຂອງ ຫວຽດນາມ ກັບ 3 ປະເທດ ດັ່ງກ່າວ.

ຄາດວ່າ, ໃນເດືອນທັນວາ 2023, ກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ຫວຽດນາມ, ລາວ, ກຳປູເຈຍ ຄັ້ງທຳອິດ ຈະໄດ້ດຳເນີນດ້ວຍການເຂົ້າຮ່ວມຂອງປະທານສະພາແຫ່ງຊາດ 3 ປະເທດ ຢູ່ນະຄອນຫຼວງ ວຽງຈັນ (ລາວ). ທ່ານເລຂາທິການສະພາແຫ່ງຊາດ ບຸ່ຍວັນເກື່ອງ ແລະ ທ່ານນາງ ເລຂາທິການສະພາແຫ່ງຊາດ ລາວ ປິ່ງຄຳ ລາຊະສິມມາ ໄດ້ເຫັນດີເປັນເອກະພາບ, ຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນ ເພື່ອກະກຽມຈັດກອງປະຊຸມດັ່ງກ່າວ.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-16815.html

In bài biết