ພິທີສົ່ງອັດຖິທະຫານອາເມລິກາ ກັບເມືອປະເທດ ຄັ້ງທີ 162
ເຂົ້າຮ່ວມພິທີ, ຝ່າຍຫວຽດນາມ ມີຄະນະອຳນວຍການ ແລະ ບັນດາສະມາຊິກອົງການຫວຽດນາມ ຊອກຫາຜູ້ຫາຍສາບສູນ (VNOSMP), ຝ່າຍ ອາເມລິກາ ມີທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ Marc E. Knapper, ການນຳຫ້ອງການ MIA ອາເມລິກາ ປະຈຳຮ່າໂນ້ຍ (DET2) ແລະ ບັນດາຜູ້ຊ່ຽວຊານ MIA ຂອງອາເມລິກາ ຈຳນວນໜຶ່ງ ເຂົ້າຮ່ວມການເຄື່ອນໄຫວປະສົມ ຄັ້ງທີ 151 (ພຶດສະພາ - ກໍລະກົດ 2023).
![]() |
ພິທີສົ່ງອັດຖິທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ ຫວຽດນາມ (MIA) ກັບເມືອປະເທດ ຄັ້ງທີ 162 ໄດ້ຈັດຂຶ້ນຢູ່ສະໜາມບິນສາກົນ ດານັ້ງ, ນະຄອນ ດານັ້ງ, ຫວຽດນາມ. |
ຜູ້ຕາງໜ້າຝ່າຍ ຫວຽດນາມ ໄດ້ມອບສົ່ງອັດຖິໃຫ້ຜູ້ຕາງໜ້າຝ່າຍ ອາເມລິກາ ຫີບໜຶ່ງ ເຊິ່ງແມ່ນໝາກຜົນການເຄື່ອນໄຫວຂອງກອງກຳລັງຄົ້ນຫາໃຕ້ນ້ຳຢູ່ ຍາຈາງ, ແຂວງ ແຄ໋ງຮ່ວາ ໃນການເຄື່ອນໄຫວຄັ້ງທີ 151.
ອັດຖິຈຳນວນດັ່ງກ່າວໂດຍບັນດານັກນິຕິເວດສາດ ຫວຽດນາມ ຢູ່ ດານັ້ງ ສັນນະສູດ ແລະ ສະຫລຸບວ່າ ມີສ່ວນກ່ຽວຂ້ອງເຖິງທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ຫວຽດນາມ. ຫີບກະດູກໄດ້ສົ່ງໄປຍັງ Hawaii, ປະເທດ ອາເມລິກາ ເພື່ອຄົ້ນຄ້ວາຢັ້ງຢືນຕື່ມອີກ.
![]() |
ບັນດາຜູ້ແທນເຂົ້າຮ່ວມພິທີ. (ພາບ: ກະຊວງການຕ່າງປະເທດ) |
ການເຄື່ອນໄຫວຮ່ວມມືມະນຸດສະທຳຊອກຫາທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມ ຫວຽດນາມ ລະຫວ່າງສອງປະເທດ, ໃນນັ້ນມີບັນດາການເຄື່ອນໄຫວສອງຝ່າຍທີ່ໄດ້ເລີ່ມປະຕິບັດໃນທ້າຍຊຸມປີ 1980, ມາຮອດປະຈຸບັນໄດ້ຊ່ວຍຢັ້ງຢືນອັດຖິທະຫານອາເມລິກາ ທີ່ເສຍຊີວິດໃນປາງສົງຄາມ ໄດ້ຫຼາຍກ່ວາ 730 ຄົນ.