11:08 | 29/08/2023

ຫວຽດນາມ ຢືນອັນດັບທີ 2 ກ່ຽວກັບຈຳນວນນັກທ່ອງທ່ຽວສາກົນໄປລາວ

​

ຫວຽດນາມ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ, ເປັນເຈົ້າການ ​ແລະ ມີ​ປະສິດທິ​ຜົນ​ໃນ​ວຽກ​ງານ​ຮ່ວມ​ຂອງ​ສະຫະ​ປະຊາ​ຊາດ ຫວຽດນາມ ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ, ເປັນເຈົ້າການ ​ແລະ ມີ​ປະສິດທິ​ຜົນ​ໃນ​ວຽກ​ງານ​ຮ່ວມ​ຂອງ​ສະຫະ​ປະຊາ​ຊາດ
ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ສາສະໜາ​ອາ​ຊຽນ ​ແລະ ສ.​ເກົາຫຼີ (ACT+1) ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະພາ​ສາສະໜາ​ອາ​ຊຽນ ​ແລະ ສ.​ເກົາຫຼີ (ACT+1)

ເປັນ​ໜ້າສົນໃຈວ່າ, ເມື່ອທຽບໃສ່ປີ 2022, ຈຳນວນແຂກທ່ອງທ່ຽວ ຫວຽດນາມ ໄປທ່ຽວ ລາວ ໃນ 6 ເດືອນຕົ້ນປີ ໄດ້ເພີ່ມຂຶ້ນ 10,8%, ໃນຂະນະນັ້ນ, ຈຳນວນແຂກທ່ອງທ່ຽວ ລາວ ມາທ່ຽວຢູ່ ຫວຽດນາມ ກໍເພີ່ມຂຶ້ນ 42,7%. ບັນດາສະຖານທີ່ທ່ອງທ່ຽວພົ້ນເດັ່ນຂອງລາວ ເຊິ່ງແຂກທ່ອງທ່ຽວ ຫວຽດນາມ ນິຍົມ ສ່ວນຫຼາຍແມ່ນຢູ່ນະຄອນຫຼວງ ວຽງຈັນ, ວັງວຽງ ແລະ ເມືອງເກົ່າ ຫຼວງພະບາງ.

ຫວຽດນາມ ຢືນອັນດັບທີ 2 ກ່ຽວກັບຈຳນວນນັກທ່ອງທ່ຽວສາກົນໄປລາວ
(ທີ່ມາ:laotiantimes)

ກົມພັດທະນາການທ່ອງທ່ຽວ ລາວ ຄາດຄະເນວ່າ ທັງປີ 2023, ປະເທດລາວ ສາມາດດຶງດູດແຂກທ່ອງທ່ຽວສາກົນໄດ້ປະມານ 2 ລ້ານເທື່ອຄົນ ຫຼື ອາດຈະຫຼາຍກວ່າ 2 ລ້ານ. ລາວ​ຍັງ​ໄດ້​ວາງຈຸດໝາຍ​ສູ້​ຊົນ​ປີ​ທ່ອງ​ທ່ຽວ​ລາວ 2024 ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ໃຫ້​ໄດ້ 4,6 ລ້ານ​ຖ້ຽວຄົນ, ດ້ວຍ​ລາຍ​ຮັບ​ປະມານ 712 ລ້ານ​ໂດ​ລາ​ສະຫະລັດ.

ເພື່ອບັນລຸຄາດໝາຍທີ່ກ່າວມາຂ້າງເທິງນັ້ນ, ລັດຖະບານລາວ ພວມຕັ້ງໜ້າລົງທຶນປັບປຸງພື້ນຖານໂຄງລ່າງ, ຍົກສູງຄຸນນະພາບການບໍລິການທ່ອງທ່ຽວ, ຊຸກຍູ້ການໂຄສະນາການທ່ອງທ່ຽວໃນໂປຼແກຼມດີຈິຕອນ.

Link: https://huunghivietlao.thoidai.com.vn/detail-article-16799.html

In bài biết