ສະມາຊິກຄະນະຊາວໜຸ່ມຫວຽດນາມ ຈະກວດພະຍາດ, ແຈກຢາຍຢຸກຢາ ແລະ ມອບເຂົ້າສານໃຫ້ເເກ່ບັນດາເພື່ອນລາວໂດຍບໍ່ເສຍຄ່າ
ວັນທີ 15 ກໍລະກົດນີ້, ຄະນະຊາວໜຸ່ມນະຄອນ ດ່ານັງ ໄດ້ມີໜ້າຢູ່ແຂວງ ສາລະວັນ (ລາວ) ເພື່ອປະຕິບັດລາຍການອາສາສະໝັກສາກົນຢູ່ທີ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ສະຫາຍເລຂາຄະນະຊາວໜຸ່ມແຂວງສາລະວັນ ແລະ ຜູ້ຕາງໜ້າພະແນກພົວພັນຕ່າງປະເທດນະຄອນດ່ານັງ ໄດ້ຮັບຕ້ອນຄະນະອາສາສະໝັກສາກົນຂອງຊາວໜຸ່ມແຂວງ ດ່ານັງ ດ້ວຍດອກໄມ້ທີ່ສົດໃສສວຍງາມ ແລະ ການຈັບມືເພື່ອມິດຕະພາບ.
ຄະນະອາສາສະໝັກໂດຍຮອງເລຂາຄະນະຊາວໜຸ່ມນະຄອນ ດ່ານັງ ສະຫາຍ ເລກົງຮຸ່ງ, ເປັນຫົວໜ້າຄະນະໂດຍມີການເຂົ້າຮ່ວມຂອງອາສາສະໝັກ 36 ຄົນທີ່ເປັນ ພະນັກງານ, ສະມາຊິກຄະນະຊາວໜຸ່ມ, ຊາ່ວໜຸ່ມ; ບັນດາແພດໝໍ ຈາກບັນດາຫົວໜ່ວຍໃນສັງກັດຄະນະຊາວໜຸ່ມນະຄອນ ດ່ານັງ.
![]() |
ຄະນະຊາວໜຸ່ມນະຄອນ ດ່ານັງ ໄດ້ມີໜ້າຢູ່ແຂວງ ສາລະວັນ (ລາວ) ເພື່ອປະຕິບັດບັນດາເຄື່ອນໄຫວອາສາສະໝັກໃນປີ 2023. |
ກ່າວຄຳປາໄສກ່ຽວກັບລາຍການອາສາສະໝັກສາກົນຢູ່ລາວຂອງຊາວໜຸ່ມນະຄອນ ດ່ານັງ, ສະຫາຍ ເລກົງຮຸ່ງ ໃຫ້ຮູ້ວ່າ: : “ຫວຽດນາມ ແລະ ລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ໄດ້ຮັບການປົກປັກຮັກສາ, ເສີມສ້າງ ແລະ ພັດທະນາໃນຊຸມປີຜ່ານມາ. ເພື່ອເສີມຂະຫຍາຍບົດບາດປະຈັນບານຂອງຊາວໜຸ່ມ, ຮ່ວມແຮງຮ່ວມໃຈເຂົ້າໃນຜົນງານສາຍພົວພັນມິດຕະພາບທີ່ເຂັ້ມແຂງນັ້ນ, ຊາວໜຸ່ມນະຄອນ ດ່ານັງ ຈະມານະພະຍາຍາມເພື່ອມີຫຼາຍເຄື່ອນໄຫວອາສາສະໝັກຮ່ວມເດີນທາງທີ່ມີຄຸນນະພາບ, ແທດຈິງເພື່ອສະໜອງແຫຼ່ງກຳລັງຊ່ວຍເຫຼືອປະຊາຊົນລາວ ໃນການເດີນທາງໄປຄັ້ງນີ້; ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ”.
ຕາມແຜນການ, ບັນດາກິດຈະກຳໃນການເດີນທາງອາສາສະໝັກລວມມີ: ກວດພະຍາດ ແລະ ແຈກຢາຍຢຸກຢາໃຫ້ປະຊາຊົນ 2.000 ຄົນໂດຍບໍ່ເສຍຄ່າ; ມອບເຂົ້າສານ, ເຄື່ອງໃຊ້ທີ່ຈຳເປັນໃຫ້ 200 ຄອບຄົວ (ແຕ່ລະພູດ 500.000 ດົ່ງ); ມອບຂອງຂວັນໃຫ້ນັກຮຽນ ແລະ ເດັກນ້ອຍ 40 ຄົນ (ບັນດາອຸປະກອນການຮຽນ: ກະເປົ໋າ, ບິກ, ປຶ້ມ...) ທີ່ມີສະພາບຫຍຸ້ງຍາກ; ມອບຂອງຂວັນທີ່ເປັນເຄື່ອງສາຍ (ໂປເຈັກເຕີ) 1 ເຄື່ອງໃຫ້ຄະນະຊາວໜຸ່ມແຂວງສາລະວັນ; ຈັດຕັ້ງບັນດາການເຄື່ອນໄຫວແລກປ່ຽນ, ຊອກຮູ້ວັດທະນະທຳ, ສິລະປະ ແລະ ກິລາລາວ. ຍອດມູນຄ່າການເຄື່ອນໄຫວຄັ້ງນີ້ແມ່ນກວ່າ 300 ລ້ານດົ່ງ
ດີງເລື້ອງ