ແມ່ວິລະຊົນ ຫວຽດນາມ ເລືອງທິກຶງ ສົ່ງສະການຜູ້ທີ່ເປັນທີ່ຮັກເຖິງ 3 ຄັ້ງ
ແມ່ເລືອງທິກຶງ ໄດ້ເລົ່າວ່າ ເພິ່ນມີອ້າຍສອງຄົນ ແລະ ເອຶ້ອຍໜື່ງຄົນ. ອ້າຍທັງສອງແມ່ນເສຍຊີວິດໃນສົງຄາມ, ສ່ວນເອື້ອຍກໍ່ມີຜູ້ເປັນຜົວເຂົ້າຮ່ວມການປະຕິວັດ ແລະ ກໍ່ເສຍສະຫຼະ. ຕອນທີ່ຜູ້ເປັນອ້າຍ ເລືອງວັນຮວ່າງ ກຳລັງຢູ່ແນວໜ້າ ເມຍໃຫ້ກຳເນີດລູກຊາຍ ເລືອງວັນໂນ. ບໍ່ດົນຈາກນັ້ນເອື້ອຍໄພ້ກໍ່ເສຍຊີວິດ, ແມ່ກຶງຮັບຫຼານມາລ້ຽງ. ພໍເພິ່ນອາຍຸໄດ້ 25 ປີ ເພິ່ນກໍ່ສ້າງຄອບຄົວ ແລະ ໃຫ້ກຳເນີດລູກ ສີ່ຄົນ.
ທ່ານ ຈ່າວັນຟູ - ຜົວຂອງແມ່ ກໍ່ເຂົ້າຮ່ວມການຕໍ່ສູ້ກັບສັດຕູເພື່ອປົກປັກຮັກສາປະເທດຊາດ. ແມ່ກຶງ ຢູ່ແນວຫຼັງເບິ່ງແຍງ ລູກ ແລະ ຫຼານຄອຍຖ້າຜູ້ເປັນເສົາຫຼັກກັບມາ. ລູກສາວຜູ້ທີສີ່ຂອງແມ່ເສຍຊີວິດຍ້ອນ ເປັນໄຂ້ເລືອດອອກ.
![]() |
ປະເທດຊາດມອບໃບປະກາດ ຍອມຮັບຄຸນງາມຄວາມດີຕໍ່ປະເທດຊາດຂອງຄອບຄົວ ແມ່ກຶງ. (ພາບ :STO)
ປີ 1968 ແມ່ກຶງ ໄດ້ຮັບໃບມໍລະນະຂອງຫຼານ ເລືອງວັນໂນ, ຫຼັງຈາກນັ້ນ 5ປີ (ປີ 1973), ແມ່ກຶງ ກໍ່ໄດ້ຮັບໃບມມໍລະນະຂອງຜູ້ເປັນລູກຊາຍ ຈ່າວັນໂຫ໋. ຫົວຂອງຜູ້ເປັນແມ່ ຄືກັບມີໃຜເອົາມີດມາແທງໃສ່ຫົວໃຈ , ແຕ່ເມື່ອຄິດເຖິງລູກ, ຫຼານເສຍສະຫຼະເພື່ອປະເທດຊາດ ເພິ່ນກໍ່ມີຄວາມຜ່ອນຄາຍລົງມາ.
ພາຍຫຼັງປະເທດຊາດມີສັນຕິພາບ, ແມ່ກຶງ ຍັງຮັກສາໄວ້ການດຳລົງຊີວິດແບບລຽບງ່າຍ ຄືແຕ່ກ່ອນ ແລະ ສອນລູກຫຼານ ຮັກສາມູນເຊື້ອຄອບຄົວປະຕິວັດ.
ເຮືອນຫຼັງນ້ອຍ ຄວາມສຸກຂອງແມ່ປະຈຸບັນແມ່ນ ຄວາມເປັນຜູ້ໃຫຍ່, ສືບທອດພາລະກິດຂອງຜູ້ເປັນພໍ່ລຸ້ນກ່ອນ ທີ່ອຸທິດຕົນຕໍ່ບ້ານເກີດເມືອງນອນ, ປະເທດຊາດຂອງລູກຫຼານ. ແຕ່ລະເທື່ອເບິ່ງຮູບພາບ ສາມໃບ ທີ່ພັກລັດ ລະນືກຈົດຈຳຄຸນງາມຄວາມດີຂອງ ຜູ້ເປັນຜົວ, ລູກຊາຍ ແລະ ຫຼານ ແມ່ກຶງ ຮູ້ສຶກເປັນກຽດຍ້ອນຄວາມເສຍສະຫຼະຂອງຜູ້ເປັນທີ່ຮັກຂອງຕົນ ໄດ້ປະກອບສ່ວນເຂົ້າໃນການຂະບວນການປົດປ່ອຍ ບ້ານເກີດເມືອງນອນກໍ່ຄືປະເທດຊາດ.
ແມ່ກືງມີຄວາມສຸກຫຼາຍ ໃນວັນບຸນ, ປີໃໝ່, ວັນຄົບຮອບ ທະຫານເສຍອົງຄະ -ທະຫານວິລະຊົນ , ການນຳພັກ-ລັດ, ອຳນາດກາປົກຄອງມາຢ້ຽມຢາມ ແລະ ໃຫ້ກຳລັງໃຈ. ປີ 2015 ແມ່ກຶງ ໄດ້ຮັບກຽດພົບປະກັບ ທ່ານເລຂາທິການໃຫຍ່ ຫງວ໋ຽນຟູ໋ຈ້ອງ ລົງມາຢ້ຽມຢາມ ແລະ ມອບຂອງຂວັນ ຕອນທີ່ທ່ານລົງມາເຮັດວຽກຢູ່ບ້ານເງາະໂຕ໋.
(ຫັດທະບູນ)