00:00 | 29/07/2023

ພົນລະພາກຫຼວງ 15 ໄດ້ຕ້ອນຮັບ ແລະ ຝຶກອົບຮົບກ່ຽວກັບກະສິກຳ ໃຫ້ແກ່ພະນັກງານກະຊວງປ້ອງກັນປະເທດລາວ ຈຳນວນ 50 ຄົນ

ທ່ານພັນເອກ ເລຊວນເຟືອງ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການພົນລະພາກຫຼວງ 15, ແລະ ທ່ານພັນເອກ ຄຳຮັ່ງ ໄຊມຸງຄຸນ, ຮອງຫົວໜ້າກົມກໍ່ສ້າງຮາກຖານ, ກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ເປັນປະທານຮ່ວມກອງປະຊຸມ.

ພົນລະພາກຫຼວງ 15 ໄດ້ຕ້ອນຮັບ ແລະ ຝຶກອົບຮົບກ່ຽວກັບກະສິກຳ ໃຫ້ແກ່ພະນັກງານກະຊວງປ້ອງກັນປະເທດລາວ ຈຳນວນ 50 ຄົນ

ທີ່ກອງປະຊຸມ

ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າບາງອົງການກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ລາວ; ບັນດາເຈົ້າໜ້າທີ່ຂອງພົນລະພາກຫຼວງ 15 ແລະ ການນຳ, ຫ້ອງການວິທະຍາໄລເຕັກນິກວິຊາຊີບ ເລກ 21 (ພົນລະພາກຫຼວງ 15).

ໃນເວລາ 3 ເດືອນ, ວິທະຍາໄລເຕັກນິກວິຊາຊີບ ເລກ 21 ຈະຝຶກອົບຮົມ, ບຳລຸງຄວາມຮູ້, ເຕັກນິກ ແລະ ເຕັກໂນໂລຊີທີ່ກ້າວໜ້າໃນການປູກຝັງ ແລະ ລ້ຽງສັດ ທີ່ເໝາະສົມກັບສະພາບເສດຖະກິດ - ສັງຄົມ, ດິນຟ້າອາກາດ, ຄຸນລັກສະນະດິນຂອງປະເທດລາວໃຫ້ພະນັກງານກະຊວງປ້ອງກັນປະເທດລາວ ຈຳນວນ 50 ຄົນ. ພິເສດ, ເນື້ອໃນ ແລະ ຫຼັກສູດຂອງການຝຶກອົບຮົມ ໄດ້ມີການສົມທົບກັບການຮຽນທິດສະດີ ແລະ ປະຕິບັດຕົວຈິງ, ໄປທັດສະນະສຶກສາ, ແລກປ່ຽນປະສົບການ ຢູ່ບັນດາບໍລິສັດ, ໂຮງງານຜະລິດ ຂອງພົນລະພາກຫຼວງ 15.

ກ່າວຄຳປາໄສຕໍ່ກອງປະຊຸມ, ທ່ານ​ພັນ​ເອກ ເລຊວນເຟືອງ ​ໃຫ້​ຮູ້​ວ່າ ​ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ແລະ ບັນດາ​ອົງການ​ປະຕິບັດ​ໜ້າ​ທີ່​ຂອງ​ສອງ​​​​ກະຊວງປ້ອງກັນປະເທດ, ນີ້​ແມ່ນ​ປີ​ທີ 2 ​ເຊິ່ງພົນລະພາກຫຼວງ 15 ​ໄດ້ຈັດ​ການ​ຝຶກ​ອົບ​ຮົມກ່ຽວກັບກະສິກຳໃຫ້ແກ່ພະນັກງານກະຊວງປ້ອງກັນປະເທດລາວ. ການ​ເຄື່ອນ​ໄຫວ​ນີ້​ບໍ່​ພຽງ​ແຕ່​ຊ່ວຍ​ເຈົ້າ​ມີ​ແຫຼ່ງກຳລັງຄົນເພື່ອ​ພັດທະນາ​ເສດຖະກິດ - ສັງຄົມ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ເພີ່ມ​ທະວີ ​ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ພັກ, ລັດ, ກອງທັບ ​ແລະ ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ລາວ ອີກດ້ວຍ.

ທ່ານພັນເອກ ຄຳຮັ່ງ ໄຊມຸງຄຸນ ໄດ້ສະແດງຄວາມຂອບໃຈກະຊວງປ້ອງກັນປະເທດຫວຽດນາມ, ພົນລະພາກຫຼວງ 15 ທີ່ໄດ້ຊ່ວຍເຫຼືອກອງທັບ, ປະຊາຊົນລາວ ຝຶກອົບຮົບພະນັກງານ ແລະ ມີຫຼາຍເຄື່ອນໄຫວກ່ຽວກັບການຄ້ຳປະກັນສັງຄົມ. ຕາມທ່ານພັນເອກ ຄຳຮັ່ງ ໄຊມຸງຄຸນ ແລ້ວ, ຊຸດຝຶກອົບຮົມປີ 2022 ອຳນາດການປົກຄອງ, ກະຊວງປ້ອງກັນປະເທດ ລາວ ໄດ້ຕີລາຄາສູງ; ຖັນແຖວພະນັກງານພາຍຫຼັງ​ໄດ້​ຮັບ​ການ​ຝຶກ​ອົບຮົມ ກໍ່ໄດ້ໝູນໃຊ້​​ຄວາມ​ຮູ້ ​ແລະ ປະສົບ​ການ​ເຂົ້າ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ຢູ່​ທ້ອງ​ຖິ່ນ​ຂອງ​ລາວ ໄດ້ເປັນຢ່າງດີ.

ພົນລະພາກຫຼວງ 15 ໄດ້ຕ້ອນຮັບ ແລະ ຝຶກອົບຮົບກ່ຽວກັບກະສິກຳ ໃຫ້ແກ່ພະນັກງານກະຊວງປ້ອງກັນປະເທດລາວ ຈຳນວນ 50 ຄົນ
ທ່ານ​ພັນ​ເອກ ເລຊວນເຟືອງ ມອບຂອງຂວັນໃຫ້ຄະນະປະຕິບັດງານ ກະຊວງປ້ອງກັນປະເທດ ລາວ.

ທີ່​ກອງ​ປະຊຸມ, 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ມອບ​ຮັບ, ຕ້ອນຮັບ ເເລະ ມອບ​ຂອງຂວັນທີ່ເປັນເອກະລັກ​ຂອງ​ບ້ານ​ເກີດ​ເມືອງ​ນອນ​ໃຫ້​ກັນ.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-16692.html

In bài biết