ນັກຮຽນທີມຊາດຫວຽດນາມ ຍາດໄດ້ 4 ຫຼຽນ ຈາກການແຂ່ງຂັນ ໂອລິມປິກ ເຄມີສາດ ນາໆຊາດ 2018
ນ້ອງນັກຮຽນສີ່ຄົນທີ່ໄດ້ຮັບຫຼຽນ ໃນການແຂ່ງຂັນ ໂອລີມປິກເຄມີສາດ ນາໆຊາດ ປີ 2018.
ການແຂ່ງຂັນ ໂອລີມປິກເຄມີສາດ ນາໆຊາດ ປີ 2018 ຄັ້ງທີ 50 ຢູ່ ປະເທດສາທາລະນະລັດ ເຊັກ ແລະ ສະໂລວາເກຍ ທີ່ມີນັກຮຽນເຂົ້າຮ່ວມແຂ່ງຂັນ ເຖິງ 304 ຄົນ ມາຈາກ 82 ປະເທດທົ່ວໂລກ. ນັກຮຽນຫວຽດນາມ 4 ຄົນ ທີ່ເຂົ້າຮ່ວມສາມາດຍາດໄດ້ ຫຼຽນປະກອບມີ: ຫຼຽນຄຳ 1 ຫຼຽນ, ຫຼຽນເງິນ 1ຫຼຽນ, ຫຼຽນທອງ 1ຫຼຽນ.
ຫຼຽນຄຳທຳອິດເປັນຂອງ ນ້ອງ ຟ້າມດຶກແັອງ, ຫ້ອງ 12 (ມໍ7) ໂຮງຮຽນມັດທະຍົມປາຍ ພອນສະຫວັນ ສາຂາທຳມະຊາດ ມະຫາວິທະຍາໄລ ແຫ່ງຊາດ ຮ່າໂນ້ຍ. ຫຼຽນເງິນເປັນຂອງ ນ້ອງ ຫງວ໋ຽນວັນຈີ໋ຫງວຽນ , ນັກຮຽນຫ້ອງ 11 (ມ6) ໂຮງຮຽນມັດທະຍົມປາມ ພອນສະຫວັນ ລາມເຊີນ ແຂວງ ແທັງຫວ໋າ ແລະ ນ້ອງ ຮ່ວາງແທັງຕຸ່ງ , ນັກຮຽນ ຫ້ອງ 12 (ມ7) ໂຮງຮຽນມັດທະຍົມພອນສະຫວັນ ເລຮົ່າງຟອງ ແຂວງ ນາມດິ້ງ. ຫຼຽນທອງເປັນຂອງນ້ອງ ຟານເຍີ້ດເຢີ໋ດ , ຫ້ອງ 10 ໂຮງຮຽນມັດທະຍົມ ພອນສະຫວັນ ຟານໂບ້ຍເຈົາ ແຂວງ ເຫງະອານ.
ນ້ອງ ຟານດຶກແອັງ ຍາດໄດ້ຫຼຽນຄຳ.
ຍິນດີກັບບັນດານ້ອງນັກຮຽນໝົດທຸກຄົນທີ່ຍາດໄດ້ຫຼຽນໃນການແຂ່ງຂັນໂອລີມປິກ ເຄມີສາດ ນາໆຊາດ 2018. ຂອບໃຈນຳນ້ອງນັກຮຽນໝົດທຸກຄົນທີ່ນຳຄວາມເອກອ້າງມາໃຫ້ປະເທດຫວຽດນາມ, ຂໍສະແດງຄວາມຍິນດີແລະອວຍພອນໃຫ້ນ້ອງໆທຸກຄົນຈົ່ງປະສົບຜົນສຳເລັດໃນອານາຄົດ.
(ຫັດທະບູນ)