ໂຮງຮຽນນາຍທະຫານບົກ ເລກ 1 ໄດ້ຈັດພິທີຮັບປະກາດຈົບຊັ້ນ ລຸ້ນ 38 ນັກສຳມະນາກອນກອງທັບປະຊາຊົນລາວ
ສະຫາຍ ພົນຈັດຕະວາ ຟ້າມກົວກຕັວນ, ຮອງອຳນວຍການໂຮງຮຽນນາຍທະຫານບົກ ເລກ 1 ເປັນປະທານໃນພິທີດັ່ງກ່າວ.
ໃນໄລຍະ 4 ປີຂອງການຮ່ຳຮຽນ ແລະ ຝຶກຝົນຢູ່ໂຮງຮຽນ, ສຳມະນາກອນຊຸດທີ 38 ໄດ້ຮັບການບຳລຸງສ້າງດ້ານນາຍທະຫານບັນຊາການເສນາທິການທະຫານບົກຂັ້ນ ລະດັບມະຫາວິທະຍາໄລ. ໂຮງຮຽນຍາມໃດກໍ່ຖືເປັນສຳຄັນການຍົກສູງກຳລັງຄວາມສາມາດໃນການປະຕິບັດຕົວຈິງ, ແບ່ງປັນບົດຮຽນໃນການສູ້ຮົບ ແລະ ໃນການສິດສອນ; ພື້ນຖານວັດຖຸຮັບປະກັນໃຫ້ໜ້າທີ່ສິດສອນ, ການດຳລົງຊີວິດນັບມື້ນັບສົມບູນ. ພ້ອມກັນນັ້ນ ກໍ່ແມ່ນຄວາມເອົາໃຈໃສ່ , ນໍາພາ, ຊີ້ນຳຂອງຄະນະພັກ, ຄະນະອຳນວຍການໂຮງຮຽນ, ຄະນະວິຊາ , ບັນດາອົງການທີ່ມີໜ້າທີ່ ແລະ ຄະນະພັກບັນດາຂັ້ນ, ຜູ້ບັນຊາການຫົວໜ່ວຍ ໄດ້ຊ່ວຍໃຫ້ນັກສຳມະນາກອນທະຫານລາວ ໄດ້ຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ພັດທະນາຢ່າງຮອບດ້ານ, ເຮັດສຳເລັດເນື້ອໃນ, ຫຼັກສູດຂອງຊຸດຮຽນ ແລະ ໜ້າທີ່ທີ່ໄດ້ມອບໝາຍ.
ໃນໄລຍະການຮ່ຳຮຽນ, ນັກສຳມະນາກອນຊຸດທີ 38 ໄດ້ເປັນເຈົ້າການຜ່ານຜ່າທຸກຄວາມຫຍຸ້ງຍາກ, ຍາມໃດກໍ່ມີຄວາມພະຍາຍາມໃນການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ, ປະຕິບັດຕາມກົດໝາຍແຫ່ງລັດ, ກົດລະບຽບວິໄນດ້ານການທະຫານ, ບັນດາຂໍ້ກຳນົດກົດລະບຽບຂອງໂຮງຮຽນ ແລະ ກົມກອງ; ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳ, ສິລະປະ ແລະ ກິລາ; ສ້າງຈິດໃຈສາມັກຄີສາກົນ, ຄວາມສາມັກຄີທະຫານປະຊາຊົນ.
ສິ້ນສຸດຊຸດຮຽນ, 100% ນັກສຳມະນາກອນໄດ້ີໍຮັບການຮັບຮອງຮຽນຈົບ. ໃນນັ້ນ, ມີ 4 ສະຫາຍ ທີ່ຮຽນຈົບດ້ວຍກຽດນິຍົມ; 1 ສະຫາຍ ໄດ້ຮັບໃບຍ້ອງຍໍຈາກກະຊວງປ້ອງກັນປະເທດ; ວິທະຍາຄານ ໄດ້ຍ້ອງຍໍ ແລະ ມອບນາມມະຍົດນາມມະຍົດນັກຮົບແຂ່ງຂັນຮາກຖານ 8 ສະຫາຍ, ມອບນາມມະຍົດນາຍທະຫານກ້າວໜ້າ 23 ສະຫາຍ.
Kết thúc khóa học, 100% học viên được công nhận tốt nghiệp. Trong đó, có 4 đồng chí tốt nghiệp loại giỏi; 1 đồng chí được tặng Bằng khen của Bộ Quốc phòng; 8 lượt học viên được Nhà trường tặng Danh hiệu Chiến sĩ thi đua cơ sở, 23 lượt học viên được tặng danh hiệu Chiến sĩ tiên tiến.
![]() |
ທ່ານ ພົນຈັດຕະວາ ຟ້າມກົວກຕັວນ ໄດ້ມອບໃບປະກາດຈົບໃຫ້ຕົວແທນນັກສຳມະນາກອນ. |
ໝາກຜົນຂອງຊຸດຮຽນດັ່ງກ່າວໄດ້ປະກອບສ່ວນເຮັດໃຫ້ໂຮງຮຽນສຳເລັດພາລະກິດການບຳລຸງສ້າງດ້ານນາຍທະຫານບັນຊາການເສນາທິການທະຫານບົກຂັ້ນ ລະດັບມະຫາວິທະຍາໄລໃຫ້ເເກ່ ລາວ. ນັບແຕ່ປີ 1960 ເປັນຕົ້ນມາ, ວິທະຍາຄານໄດ້ບຳລຸງສ້າງ ແລະ ໄດ້ຢັ້ງຢືນການຮຽນຈົບໃຫ້ແກ່ຖັນແຖວພະນັກງານກອງທັບປະຊາຊົນລາວ, ເຊິ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຝຶກອົບຮົມ, ຄຸ້ມຄອງ ແລະ ບັນຊາການຢູ່ບັນດາຫົວໜ່ວຍກອງທັບປະຊາຊົນລາວ.
ສະຫາຍ ພົນຈັດຕະວາ ຟ້າມກົວກຕັວນ ຫວັງວ່າ ບັນດາສະຫາຍ ລຸ້ນທີ38 ເມື່ອກັບເມືອປະເທດ ຈະຍົກສູງຄວາມຮັບຜິດຊອບ, ແບບຢ່າງ, ຄວາມມານະພະຍາຍາມສູ້ຊົນ,ເສີມຂະຫຍາຍກຳລັງຄວາມສາມາດ, ລະດັບຄວາມຮູ້ຄວາມສາມາດເຂົ້າໃນການເຮັດວຽກງານໃຫ້ປະສົບຜົນສຳເລັດທຸກໜ້າທີ່ໄດ້ຮັບມອບໝາຍ, ສົມແກ່ການເປັນນາຍທະຫານດີເດັ່ນຂອງກອງທັບປະຊາຊົນລາວ.
ໃນພິທີ, ທ່ານ ພົນຈັດຕະວາ ຟ້າມກົວກຕັວນ ໄດ້ມອບໃບປະກາດຈົບໃຫ້ຕົວແທນນັກສຳມະນາກອນ ແລະ ມອບລາງວັນໃຫ້ບັນດາສະຫາຍທີ່ໄດ້ຮັບນາມມະຍົດນັກຮົບແຂ່ງຂັນຮາກຖານ ແລະ ມອບນາມມະຍົດນາຍທະຫານກ້າວໜ້າ.

ດີງເລື້ອງ