08:29 | 27/06/2018

ລາຍການສົ່ງຂໍ້ຄວາມ “ຮ່ວມແຮງຮ່ວມໃຈເພື່ອຫຼຸດຜ່ອນຄວາມເຈັບປວດຈາກທາດພິດສີສົ້ມ 2018”

ລາຍການສົ່ງຂໍ້ຄວາມ “ຮ່ວມແຮງຮ່ວມໃຈເພື່ອຫຼຸດຜ່ອນຄວາມເຈັບປວດຈາກທາດພິດສີສົ້ມ 2018”

ລາຍການສົ່ງຂໍ້ຄວາມ “ຮ່ວມແຮງຮ່ວມໃຈເພື່ອຫຼຸດຜ່ອນຄວາມເຈັບປວດຈາກທາດພິດສີສົ້ມ 2018.

ດ້ວຍລະຫັດ DA CAM ສົ່ງເຖິງ 1400, ແຕ່ລະຂໍ້ຄວາມຈະສະໜັບສະໜູນ 18.000 ດົ່ງ ຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ. ລາຍການຖືກດຳເນີນນັບແຕ່ນີ້ຮອດວັນທີ 22 ສິງຫາ. ກ່າວຄຳເຫັນທີ່ພິທີປຸກລະດົມ, ພົນໂທ ຫງວຽນວັນຣິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຊົນທຸກຄົນໃນທົ່ວປະເທດ ຮ່ວມແຮງຮ່ວມໃຈພ້ອມກັບສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ ສົ່ງຂໍ້ຄວາມສະໜັບສະໜູນລາຍການ.

ຈຳນວນເງິນສະໜັບສະໜູນທີ່ເກັບມາໄດ້ ສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ເອົາໄປໜູນຊ່ວຍ, ລ້ຽວດູ, ກວດ ປິ່ນປົວພະຍາດ, ສອນອາຊີບ, ສ້ອມແປງເຮືອນຢູ່… ຊ່ວຍເຫຼືອບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ.

(ແຫຼ່ງ​ຂໍ້​ມູນ​: vov5)

Link: https://huunghivietlao.thoidai.com.vn/detail-article-1654.html

In bài biết