11:18 | 12/04/2023

ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ລາວ ແລະປະຊາຄົມຊາວຫວຽດນາມ ອາໄສ ຢູ່ ລາວ

ສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ໄດ້ຈັດຕັ້ງງານສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ ສະຖານທູດຫວຽດນາມ ປະຈຳ ກຳປູເຈຍ ໄດ້ຈັດຕັ້ງງານສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ
ສະຖານທູດຫວຽດນາມ ປະຈຳ ການາດາ ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ຜ່ານລະບົບທາງໄກ ສະຖານທູດຫວຽດນາມ ປະຈຳ ການາດາ ຈັດພິທີໄຫວ້ບູຊາເຈົ້າຊີວິດຮຸ່ງ ຜ່ານລະບົບທາງໄກ

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນ​ບ໋າ​ຮຸ່ງ ​ແລ້ວ, ປະຈຸ​ບັນ ມີ​ຊາວ​ຫວຽດນາມ ທີ່ອາ​ໄສ, ​ເຮັດ​ວຽກ ​ແລະ ຮ່ຳຮຽນຢູ່ ລາວ ຈຳນ່ວນປະມານ 100.000 ຄົນ, ​ໃນ​ນັ້ນ ມີ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ ເກືອບ 40.000 ຄົນ.

ທີ່​ການ​ພົບ​ປະ, ຜູ້ຕາງໜ້າ​ຊາວ​ຫວຽດນາມ ອາ​ໄສ​ຢູ່ລາວ ​ໄດ້​ກ່າວ​ຄຳ​ປາ​ໄສ ​ແລະ ສະແດງຄວາມຍິນ​ດີ​ຕ້ອນຮັບ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ມາ​ຢ້ຽມຢາມ ​ສປປ ລາວ ຢ່າງ​ເປັນ​ທາງ​ການ; ໃຫ້ຮູ້ວ່າປະຊາ​ຄົມ​ຊາວ​ຫວຽດນາມ ມີ​ຮີດຄອງ​ປະ​ເພນີ​ສາມັກຄີ, ຕິດພັນກັນ ​ແລະ ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ຊີວິດ.

ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ລາວ ແລະປະຊາຄົມຊາວຫວຽດນາມ ອາໄສ ຢູ່ ລາວ

ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ລາວ ແລະປະຊາຄົມຊາວຫວຽດນາມ ອາໄສ ຢູ່ ລາວ

ໃນ​ໄລຍະ​ຜ່ານ​ມາ, ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ລາວ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ປະຕິບັດ​ຫຼາຍ​ຢ່າງ​ຕໍ່​ບ້ານ​ເກີດ​ເມືອງ​ນອນ, ​ໃນ​ນັ້ນ​ມີ​ການ​ບໍລິຈາກ​ເພື່ອ​ຊ່ວຍ​ເຫຼືອ​ປະຊາຊົນ​ທີ່​​ຮັບ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ, ສະໜັບສະໜູນ​ກອງ​ທຶນ​ວັກ​ແຊງ​ຕ້ານ​ພະຍາດ​ໂຄ​ວິດ-19.

ຊາວຫວຽດນາມ ຢູ່ລາວ ມີຄວາມສະໜິດຕິດພັນ, ແໜ້ນແຟ້ນກັບບັນດາອົງການ ແລະ ປະຊາຊົນລາວ, ແລະ ເປັນຂົວຕໍ່ທີ່ມີປະສິດທິຜົນໃນການປູກຝັງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ໂດຍສະເພາະ ແມ່ນລະຫວ່າງປະຊາຊົນສອງປະເທດ; ຍາມ​ໃດ​ກໍ່ສະແດງຄວາມ​ມາ​ນະ​ພະ​ຍາ​ຍາມ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ປະ​ເທດ​ປະຈຳຖິ່ນ.

ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ເນັ້ນໜັກວ່າ: ພັກ, ລັດ ຍາມໃດກໍ່ເອົາໃຈໃສ່ເຖິງພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ; ຫວັງວ່າພໍ່ແມ່ປະຊາຊົນເຊື່ອມໂຍງກັບປະເທດປະຈຳຖິ່ນໃຫ້ເປັນຢ່າງດີ, ທຳມາຫາກິນ, ດຳລົງຊີວິດ ແລະ ພັດທະນາ, ພ້ອມທັງຍາມໃດກໍ່ອວ່າຍໜ້າເມື່ອຫາບ້ານເກີດເມືອງນອນ, ປະເທດຊາດ.

ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ລາວ ແລະປະຊາຄົມຊາວຫວຽດນາມ ອາໄສ ຢູ່ ລາວ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ມອບຂອງຂວັນໃຫ້ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ຢູ່ລາວ ເນື່ອງໃນໂອກາດບຸນເຕັດບຸນປີ​ໃຫມ່

ທ່ານປະທານປະເທດ ປາດຖະໜາວ່າ ພໍ່ແມ່ປະຊາຊົນສືບຕໍ່ແມ່ນຂົວເຊື່ອມຕໍ່ເພີ່ມພູນຄຸນສ້າງສາຍພົວພັນແບບພິເສດ ຫວຽດນາມ - ລາວ; ສະຖານທູດຫວຽດນາມ ປະຈຳ ລາວ ສືບຕໍ່ເອົາໃຈໃສ່ປະຕິບັດວຽກງານປົກປ້ອງພົນລະເມືອງ ແລະຊ່ວຍເຫຼືອພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ລາວ.

ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ຫວໍວັນເຖືອງ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປວາງພວງມາລາຢູ່ອະນຸສາວະລີ ປະທານ ໄກສອນ ພົມວິຫານ ໃນບໍລິເວນຫໍພິພິທະພັນ ໄກສອນ ພົມວິຫານ ຢູ່ນະຄອນຫຼວງວຽງຈັນ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16515.html

In bài biết