ສູນກາງ ແນວໂຮມແຫ່ງຊາດ ຫວຽດນາມ ວາງດອກໄມ້ຈູດທູບທຽນ ຮູ້ບຸນຄຸນ ນັກຮົບວິລະຊົນ ຢູ່ທີ່ ສຸສານ ຫວຽດ-ລາວ
ເພື່ອຄຳນັບຮັບຕ້ອນ ຄົບຮອບ 71 ປີ ວັນນັກຮົບຜູ້ເສຍອົງຄະ (27/7/1947-27/7/2018), ວັນທີ 6 ກໍລະກົດ ທີ່ແຂວງ ເຫງະອານ, ຄະນະກຳມະການ ສູນກາງແນວໂຮມຊາດຫວຽດນາມ ໄດ້ໄປເຄົາລົບ ສຸສານນັກຮົບເສຍສະຫຼະ, ຢ້ຽມຢາມ ແລະ ມອບຂອງຂວັນ ໃຫ້ແກ່ບັນດາຄອບຄົວ ນະໂຍບາຍ ທີ່ ເມືອງນາມດ່ານ ແລະ ເມືອງ ແອັງເຊີນ.
ຕໍ່ໜ້າດວງວິນຍານຂອງ ນັກຮົບພິລາດອາດຫານ ທີ່ສຸສານັກຮັບວິລະຊົນ ຫວຽດ-ລາວ , ທ່ານ ເຈີ່ນແທັງເມິ໋ນ ພ້ອມຄະນະ ສະແດງຄວາມຮູ້ບຸນຄຸນຢ່າງສຸດຊື້ງ, ຮູ້ບຸນຄຸນຕໍ່ກັບຄວາມນ້ຳໃຈເສຍສະຫຼະອັນຍິ່ງໃຫຍ່ຂອງ ບັນດານັກຮົບວິລະຊົນຜູ້ພິລາດອາດຫານ ໄດ້ເສຍສະຫຼະທັງຊີວິດຂອງຕົນ, ອາດຫານຕໍ່ສູ້, ເສຍສະຫຼະເພື່ອເອກກະລາດ, ເສລີພາບ ຂອງຊາດ.
|
ສະຫາຍ ເຈີ່ນແທັງເມິ໋ນ ປະທານກຳມະການ ສູນກາງ ແນວໂຮມຊາດຫວຽດນາມ ພ້ອມຄະນະເຂົ້າວາດອກໄມ້ທູບທຽນ ຢູ່ສຸສານ ແອັງເຊີນ. (ພາບ: Dangcongsan.vn)
ສະຫາຍ ເຈີ່ນແທັງເມິ໋ນ ຢຶນຢັນວ່າ: ແນວໂຮມແຫ່ງຊາດ ຫວຽດນາມ ຈະພະຍາຍາມຢ່າງສຸດຄວາມສາມາດເພື່ອປັບປຸງ ກ້ອນກຳລັງແຫ່ງຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາປະເທດຊາດ ຫວຽດນາມ ໃຫ້ນັບມື້ນັບມີຄວາມຮັ່ງມີ ເຮັດແນວໃດໃຫ້ສົມກັບການເສຍສະຫຼະເລືອດເນື້ອຂອງ ພໍ່ແມ່ປະຊາຊົນຄົນລຸ້ນກ່ອນ.
ໄລຍະຜ່ານມາ ພັກ-ລັດ, ແນວໂຮມແຫ່ງຊາດ ຫວຽດນາມ ເຫັນສຳຄັນໃນການເອົາໃຈໃສ່ແກ່ຜູ້ທີ່ມີຄຸນງາມຄວາມດີ ປະຈຸບັນແມ່ນໜ້າທີ່, ຄວາມຮັບຜິດຊອບ ແລະ ເປັນກຽດສັກສິດຕໍ່ກັບອາດີດອັນສະຫງ່າອົງອາດ ຂອງປະຊາຊົນບັນດາເຜົ່າ ແລະ ຕໍ່ກັບອານາຄົດອັນສົດໃສຂອງຄົນລຸ້ນຫຼັງ.
|
ພິທີມອບຂອງຂວັນໃຫ້ແກ່ຄອບຄົວວິລະຊົນ ຢູ່ແຂວງ ເຫງະອານ. (ພາບ: Dangcongsan.vn)
ສະຫາຍ ເຈີ່ນແທັງເມິ໋ນ ໄດ້ເວົ້າວ່າ: “ຄອບຄົວຜູ້ທີ່ມີຄຸນງາມຄວາມດີຕໍ່ຊາດຕ້ອງມີຄວາມມານະພະຍາຍາມຜ່ານຜ່າ, ສືບຕໍ່ເຊື່ອໝັ້ນ ແລະ ຈັດຕັ້ງປະຕິບັດດີແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ, ບໍ່ໃຫ້ຄົນບໍດີສວຍໃຊ້ນ້ຳໃຈຮັກຊາດ, ຕື່ນຕົວ ແລະ ສ່ອງໃສ ໃນການຮັບຂ່າວສານ ເພື່ອປັບປຸງ ເພີ່ມທະວີກຳລັງແຮງຂອງກ້ອນກຳລັງຄວາມສາມັກຄີປະຊາຊົນບັນດາເຜົ່າໃນທົ່ວປະເທດ”.
ທ່ານນາງ ເຈືອງທິມາຍ ກຳມະການກົມການເມືອງ- ກຳມະການສູນກາງພັກ ຫົວໜ້າຂົນຂວາຍສູນກາງພັກພ້ອມຄະນະ ປະທານຄະນະສູນກາງ ແນວໂຮມແຫ່ງຊາດຫວຽດນາມ ໄດ້ເຂົ້າວາງດອກໄມ້ທູບທຽນ ຢູ່ເຂດປູນີຍະສະຖານ ກີມລຽນ (ເມືອງນາມດ່ານ).
ໃນໂອກາດນີ້ ປະທານກຳມະການ ສູນກາງແນວໂຮມແຫ່ງຊາດຫວຽດນາມ ພ້ອມກັບຄະນະ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ຄອບຄົວຄອບນະໂຍບາຍ ຈະນວນ ຄອບຄົວ ທີ່ ເມືອງນາມດ່ານ ແລະ 20 ຄອບຄົວ ຂອງເມືອງ ແອັງເຊີນ ພ້ອມນີ້ກໍ່ໄດ້ມອບ ເຮືອນ 2 ຫຼັງຢູ່ເມືອງດຽວກັນ ຂອງແຂວງ ເຫງະອານ.
ສະຫາຍ ເຈີ່ນແທັງເມິ໋ນ ໃຫ້ຮູ້ວ່າ ແຕ່ປີ 1945 ມາຮອດປະຈຸບັນມີ ນັກຮົບວິລະຊົນ ເຖິງ 1,2 ລ້ານຄົນ, ປະມານ 1 ລ້ານຄົນ ໄດ້ຮັບບາດເຈັບ ແລະ ເສຍອົງຄະ , ເປັນຜູ້ໄດ້ຮັບຜົນສະທ້ອນຈາກສານເຄມີ ສີສົ້ມ, ຜູ້ເປັນທັງແມ່, ທັງເປັນເມຍ ຫຼື ຜູ້ທີ່ມີລູກຫຼາຍຄົນເສຍສະຫຼະເພື່ອຊາດ ຫຼາຍ 127.000 ຄົນ. ຈຳນວນພົນຜູ້ທີ່ໄດ້ຮັບວ່າ ເປັນຜູ້ທີ່ມີຄຸນງາມຄວາມດີຕໍ່ຊາດມີເຖິງ 9 ລ້ານຄົນ.
ແບ່ງປັນຕໍ່ຄວາມໂສກເສົ້າສູນເສຍດັ່ງກ່າວ ກັບຄອບຄົວນະໂຍບາຍ ທີ່ຜ່ານມາ ພັກ-ລັດ, ແນວໂຮມແຫ່ງຊາດ ຫວຽດາມ ເຫັນສຳຄັນໃນການເອົາໃຈໃສ່ເບິ່ງແຍງຜູ້ທີ່ຄຸນງາມຄວາມດີຕໍ່ຊາດໃນປະຈຸບັນ ແມ່ນເປັນໜ້າທີ່ຄວາມຮັບຜິຊອບ ແລະ ເປັນກຽດສັກສິດ ຕໍ່ກັບອາດີດອັນສະຫງ່າອົງອາດຂອງປະຊາຊົນບັນດາເຜົ່າ ແລະ ຕໍ່ກັບອານາຄົດອັນສົດໃສຂອງຄົນລຸ້ນຫຼັງ.
ຕອນບ່າຍຂອງ ວັນທີ 5 ກໍລະກົດ ທ່ານນາງ ເຈືອງທິມາຍ ກຳມະການກົມການເມືອງ, ກຳມະການສູນກາງພັກ ຫົວໜ້າຄະນະຂົນຂວາຍ ສູນກາງ ພ້ອມຄະນະ ຜູ້ແທນ ແນວໂຮມແຫ່ງຊາດຫວຽດນາມ ເຂົ້າວາງດອກໄມ້ທູບທຽນ ທີ່ອະນຸສາວະລີ ທ່ານປະທານ ໂຮ່ຈີ໋ມິງ ຢູ່ເຂດປູນີຍະສະຖານ ກິມລຽນ (ເມືອງ ນາມດ່ານ).
(ຫັດທະບູນ)