11:07 | 06/06/2018

ເດັກນ້ອຍ ອາຍຸຕ່ຳກວ່າ 6 ປີ, ໂດຍ​ສານລົດເມສອງຊັ້ນ ເລາະຕົວເມືອງ ຮ່າໂນ້ຍ ເດືອນທຳອິດໂດຍບໍ່ໄດ້ເສຍຄ່າ

ເດັກນ້ອຍ ອາຍຸຕ່ຳກວ່າ 6 ປີ, ໂດຍ​ສານລົດເມສອງຊັ້ນ ເລາະຕົວເມືອງ ຮ່າໂນ້ຍ ເດືອນທຳອິດໂດຍບໍ່ໄດ້ເສຍຄ່າ

ລົດ​ເມ​ສອງ​ຊັ້​ນ​ເປີດ​ຫຼັງ​ຄາ ໃຫ້​ບໍ​ລິ​ການ​ແກ່​ນັກ​ທ່ອງ​ທ່ຽວ ໂດຍ​ສານ​ຢ້ຽມ​ຊົມ​ຮ່າ​ໂນ້ຍ.

ການ​ໃຫ້​ບໍ​ລິ​ການລົດ​ເມ​ສອງ​ຊັ້ນ​ເປີດ​ຫຼັງ​ຄາ ຄັ້ງທຳ​ອິດ ​ແມ່ນ​ເພື່ອ ບໍ​ລິ​ການ, ພັດ​ທະ​ນາ ການ​ທ່ອງ​ທ່ຽວ ນະ​ຄອນ​ຫຼວງ ໂດຍ Transerco ຈັດ​ຕັ້ງ​ປະ​ຕິ​ບັດ ​ຮ່ວມ​ກັບ ບໍ​ລິ​ສັດ ແອັ້ງ​ຫວຽດ ໂຫບ​ອອນ-ໂຫບ​ອ໋ອບ ຫວຽດ​ນາມ, ຫາກໍ່ເປີດຕົວ ແລະ ພັດ​ທະ​ນາ ຢ່າງ​ເປັນ​ທາງ​ການ ໃນ​ວັນ ທີ 30 ພຶດ​ສະ​ພາ.

ເສັ້ນທາງຜ່ານ ແມ່ນ​ຈະ​ຜ່ານຖະຫນົນ 25 ເສັ້ນ, ບ່ອນ​ຈອດ​ຂື້​ນ​ລົງ​ຂອງ​ແຂກມີ 13 ຈຸດ, ສ້າງເງື່ອນໄຂສະ​ດວກ ສໍາລັບຜູ້ໂດຍສານ​ເຂົ້າ​ເຖິງ ສະຖານທີ່ທ່ອງທ່ຽວທີ່ເປັນ ເອກະລັກ 30 ແຫ່ງ ຂອງ ຮ່າໂນ້ຍ.ປີ້​ລົດນຳ​ໃຊ້​ໄດ້ 4 ຊົ່ວໂມງ, 24 ຊົ່ວໂມງ ຫລື 48 ຊົ່ວໂມງ ມີ​ລາ​ຄາ ຢູ່ທີ່​ປະ​ມານ 300,000 ​ດົ່ງ, 450,000 ​ດົ່ງ ແລະ 650,000 ​ດົ່ງ ຕາມລໍາດັບ.

(ຫັດ​ທະ​ບູນ)

Link: https://huunghivietlao.thoidai.com.vn/detail-article-1621.html

In bài biết