ນັກຮຽນຫຼາຍກວ່າ 95 ພັນຄົນ ເຂົ້າຮັບການເຜີຍແຜ່ລະບຽບການສອບເສັງເຂົ້າ ຫ້ອງ 10 ( ຂື້ນມໍ 4) ທີ່ ຮ່າ ໂນ້ຍ
ນັກສອບເສັງໄດ້ຮັບການເຜີຍແຜ່ກົດລະບຽບການສອບເສັງ, ຕາຕະລາງການສອບເສັງ, ກົດລະບຽບກ່ຽວກັບລະຫັດຕີກອງ(ກະດິ່ງ), ເວລາເລີ່ມການສອບເສັງແຕ່ລະຄັ້ງ ...
ໃນການຮຽນກົດລະບຽບການສອບເສັງ, ອາຈານສອນໄດ້ນັກສອບເສັງເອົາໃຈໃສ່ ຢ່າງລະອຽດກ່ຽວກັບຄວາມຮັບຜິດຊອບຂອງນັກສອບເສັງ, ຮູບແບບການປະຕິບັດກົດລະບຽບວິໄນ ຖ້າຫາກວ່ານັກສອບເສັງລະເມີດ. ຄູອາຈານເນັ້ນໜັກເປັນພິເສດກັບນ້ອງນັກຮຽນ ວ່າຫ້າມນຳເອກສານເຂົ້າຫ້ອງສອບເສັງ, ອຸບປະກອນທີ່ຜິດກົດລະບຽບ, ໂດຍສະເພາະແມ່ນໂທລະສັບມືຖື ເຂົ້າໄປໃນຫ້ອງສອບເສັງ. ຖ້າຫາກຈັບໄດ້ວ່ານຳອຸບປະກອນ, ເອກກະສານ ເຂົ້າຫ້ອງການສອບເສັງ, ບໍ່ວ່າຈະນໍາໃຊ້ ຫຼື ບໍ່, ນັກສອບເສັງ ຈະຖືກໄລ່ອອກຈາກຫ້ອງສອບເສັງ ແລະ ບົດສອບຈະໄດ້ຄະແນນສູນ(0).
ຄູອາຈານກຳລັງເຜີຍແຜ່ກົດລະບຽບການສອບເສັງໃຫ້ນັກສອບເສັງ ທີ່ຈະເສັງຂື້ນຫ້ອງມໍ4 (ຫ້ອງ 10) ສົກປີ 2018-2019 ທີ່ຮ່າໂນ້ຍ.
ຄູອາຈານໄດ້ຮຽກຮ້ອງໃຫ້ນັກຮຽນ ກວດສອບຄືນ ຂໍ້ມູນລາຍຊື່ ຢູ່ເຂດສອບເສັງ ແລະ ປຽບທຽບ ກັບ " ບັດ ສອບເສັງ ຂື້ນມໍ 4 ມັດທະຍົມປາຍ ສົກປີ 2018-2019" ຂອງຕົນ, ໂດຍສະເພາະຂໍ້ມູນສ່ວນຕົວຄື: ຊື່, ນາມສະກຸນ, ວັນເດືອນປີເກີດ ... ນີ້ຄັ້ງສຸດທ້ານທີ່ນັກສອບເສັງມີໂອກາດທີ່ຈະແກ້ໄຂ, ຄວາມຜິດພາດ(ຖ້າມີ), ອີງຕາມການປະເມີນເບື້ອງຕົ້ນຈາກຫົວຫນ້າຮັບຜິດຊອບ ເຂດສອບເສັງ, ຢູ່ສະຖານທີ່ສອບເສັງຫຼືເຂດຍັງບໍ່ໄດ້ຮັບລາຍງານກ່ຽວກັບນັກສອບເສັງມີຫຍັງຜິດ, ຫຼືວ່າ ຫຼົງລືມກ່ຽວກັບຂໍ້ມູນສ່ວນບຸກຕົວຫຍັງໝົດ.
ຈຸດປ່ຽນໃໝ່ຂອງການສອບເສັງ ຂື້ນຊັ້ນ ມໍ4 (ຫ້ອງ10) ມັດທະຍົມປາຍ ຢູ່ ຮ່າໂນ້ຍປີນີ້ແມ່ນ ກົດລະບຽບໃນການເກັບ “ ບັດນັກຮຽນ” ທຸກຄົນ (ທີ່ມີຮູບ ແລະ ຕີກາ)ຂອງນັກສອບເສັງຕັ້ງແຕ່ຕອນທີ່ເຂົ້າຮຽນ ແລະ ເຜີຍແຜ່ກົດລະບຽບການສອບເສັງເລີຍ.
ຕອນເຊົ້າມື້ອື່ນ, ເລີ່ມຕັ້ງແຕ່ ເວລາ 7ໂມງ 55 ນາທີ ນັກສອບເສັງ ຈະສອບເສັງ ວິຊາ: ວັນນັກຄະດີ-ພາສາສາດ; ຕອນແລງ ແຕ່ເວລາ 14ໂມງ 25, ນັກສອບເສັງ ຈະເສັງວິຊາ: ຄະນິດສາດ. ເວລາ ເຮັດບົດສອບ 120 ນາທີ.
(ຫັດທະບູນ)