16:17 | 05/01/2023

CNN ນໍາປະເທດລາວ ເຂົ້າໃນບັນຊີລາຍຊື່ປາຍທາງທີ່ດີທີ່ສຸດໃນປີ 2023

ທ່ານປະທານປະເທດ ຫງວຽນຊວນຟຸກ ສົ່ງຈົດໝາຍອວຍພອນຂະແໜງການສຶກສາເນື່ອງໃນໂອກາດໄຂສົກຮຽນໃໝ່ 2022 – 2023 ທ່ານປະທານປະເທດ ຫງວຽນຊວນຟຸກ ສົ່ງຈົດໝາຍອວຍພອນຂະແໜງການສຶກສາເນື່ອງໃນໂອກາດໄຂສົກຮຽນໃໝ່ 2022 – 2023
ຫວຽດນາມ ຈະກາຍເປັນປະເທດມີລາຍຮັບສະເລ່ຍສູງໃນປີ 2023, ດ້ວຍລາຍຮັບສະເລ່ຍໃສ່ຫົວຄົນປະມານ 11.000 ໂດລາສະຫະລັດ ຫວຽດນາມ ຈະກາຍເປັນປະເທດມີລາຍຮັບສະເລ່ຍສູງໃນປີ 2023, ດ້ວຍລາຍຮັບສະເລ່ຍໃສ່ຫົວຄົນປະມານ 11.000 ໂດລາສະຫະລັດ

ວັນທີ 2​ ມັງກອນ, ຊ່ອງໂທລະພາບ CNN ຂອງອາເມລິກາ ໄດ້ນໍາ ປະເທດລາວ ເຂົ້າໃນບັນຊີລາຍຊື່ປາຍທາງທີ່ດີທີ່ສຸດຂອງໂລກ ໃນປີ 2023.

CNN ນໍາປະເທດລາວ ເຂົ້າໃນບັນຊີລາຍຊື່ປາຍທາງທີ່ດີທີ່ສຸດໃນປີ 2023
ປະຊາຊົນ ສັນຈອນຕາມຖະໜົນຫົນທາງ ຢູ່ວຽງຈັນ, ປະເທດລາວ. ພາບ:AFP/TTXVN

CNN ໃຫ້ຮູ້ວ່າ ໂດຍຕິດກັບ ໄທ, ກໍາປູເຈຍ, ຫວຽດນາມ ແລະ ຈີນ, ລາວ - ປະເທດບໍ່ມີຊາຍແດນຕິດກັບທະເລ ໄດ້ກາຍເປັນສະຖານທີ່ທີ່ບໍ່ຄວນພາດສໍາລັບນັກທ່ອງທ່ຽວທີ່ມີເວລາໃນການໄປທ່ອງຫຼາຍ ເມື່ອຊອກເສັ້ນທາງຂ້າມອາຊີຕາເວັນອອກ.

ເລື່ອງປະເທດລາວ ເປີດການນໍາໃຊ້ເສັ້ນທາງລົດໄຟ ໃນທ້າຍປີ 2021 ໄດ້ເຮັດໃຫ້ການເຂົ້າເຖິງຫຼາຍແຂວງຢູ່ພາກເໜືອຂອງລາວ ກາຍເປັນງ່າຍດາຍກວ່າ ແທນທີ່ຕ້ອງເສຍເວລາເພື່ອໄປຜ່ານເສັ້ນທາງພູດອຍ ທີ່ຫຍຸ້ງຍາກ.

ເລື່ອງ CNN ນໍາປະເທດລາວ ເຂົ້າໃນບັນຊີລາຍຊື່ປາຍທາງທີ່ດີທີ່ສຸດໃນປີ 2023 ອີກຄັ້ງໜຶ່ງໄດ້ກາຍເປັນສະຖານທີ່ທ່ອງທ່ຽວ ຈຸດສຸມທ່ົວໂລກ.

ຫວ່າງແລ້ວນີ້, ວາລະສານ National Geographic ກໍໄດ້ເລືອກເຟັ້ນ ລາວ ແມ່ນ 1 ໃນ 25 ສະຖານທີ່ທ່ອງທ່ຽວທີ່ໜ້າໄປລອງ ໃນປີ 2023.

ບູນມີ

Link: https://huunghivietlao.thoidai.com.vn/detail-article-16155.html

In bài biết