ເວັບໄຊ TasteAtlas: ຫວຽດນາມ ລອດເຂົ້າທອັບ 20 ພື້ນຖານອາຫານການກິນສຸດຍອດໃນໂລກ
ເວັບໄຊການທ່ອງທ່ຽວຕ່າງປະເທດ: 10 ນະຄອນທີ່ພິເສດທີ່ສຸດຂອງຫວຽດນາມ ທີ່ທ່ານຕ້ອງໄປແວ່ຢາມ | |
ໂຮງແຮມໜຶ່ງດຽວຢູ່ຮ່າໂນ້ຍ ລອດເຂົ້າທອັບ “ໂຮງແຮມໃໝ່ດີທີ່ສຸດຢູ່ອາຊີ-ປາຊີຟິກ” |
ເວັບໄຊອາຫານການກິນ TasteAtlas: ຫວຽດນາມ ຈັດອັນດັບທີ 20 ໃນຈຳນວນ 100 ພື້ນຖານອາຫານການກິນທີ່ສຸດຍອດໃນໂລກ.
ພາບປະກອບ.
ຕາມນັ້ນແລ້ວ, TasteAtlas ໄດ້ນຳສະເໜີອາຫານທີ່ມີຊື່ສຽງ ໂດຍອີງໃສ່ຄວາມນິຍົມສຳລັບນັກທ່ອງທ່ຽວ. ດ້ວຍອາຫານການກິນຂອງຫວຽດນາມ, ບັນຊີລາຍການ ລວມມີ: ເຝີ, ເຂົ້າຈີ່, ບັ໊ນແຈ່ວ, ຢໍ, ບັ໊ນກວນ...
ໃນ 20 ອັນດັບນໍາໜ້າ, ຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ມີພຽງ 2 ຜູ້ຕາງໜ້າຄື: ອິນໂດເນເຊຍ (ອັນດັບທີ 16) ແລະ ຫວຽດນາມ (20).
ຕາຕະລາງຈັດອັນດັບຂອງTasteAtlas. ພາບ: TasteAtlas
ການຈັດອັນດັບແມ່ນປະຕິບັດຕາມການຄັດເລືອກຂອງເພື່ອນຜູ້ອ່ານກ່ຽວກັບວັດຖຸດິບ, ອາຫານການກິນ ແລະ ເຄື່ອງດື່ມ. ສໍາລັບອາຫານການກິນຫວຽດນາມ, TasteAtlas ຖືວ່າຈຸດເດັ່ນຕົ້ນຕໍແມ່ນນ້ໍາປາ, ເຝີ, ແລະ ເຂົ້າຈີ່. ເມື່ອເດືອນຕຸລາ 2022, ເວັບໄຊນີ້ ໄດ້ຈັດເຝີ ຂອງຫວຽດນາມ ເຂົ້າໃນບັນຊີລາຍຊື່ 100 ເຍື່ອງອາຫານທີ່ແຊບ ແລະ ມີຊື່ສຽງໃນໂລກ.
ບູນມີ