ເປີດຖ້ຽວບິນຕົງ ຈາກນະຄອນ ໂຮ່ຈີ໋ມິງ ຫາ ນະຄອນ ນິວເດນລີ ປະເທດ ອິນເດຍ
ສາຍການບິນ ຫວຽດເຈັດ.
ປະຈຸບັນ ສາຍການບິນ ແລະ ທ່ອງທ່ຽວ ຂອງປະເທດອິນເດຍ ກຳລັງໄດ້ປະສານ ອຳນວຍຄວາມສະດວກ ໃຫ້ແກ່ຈັດຕັ້ງ ການຕະຫຼາດ ພາຍໃນປະເທດທີ່ມີປະຊາກອນຫລາຍທີ່ສຸດໃນໂລກ, ເຊິ່ງຄາດວ່າຖ້ຽວບິນກົງ ຈະສ້າງຄວາມຈະເລີນເຕີບໂຕ ອັນເຂັ້ມແຂງ ດ້ານຈຳນວນນັກທ່ອງທ່ຽວ ໄປມາ ລະຫວ່າງ ສອງປະເທດ, ພິເສດ ແມ່ນ ນັກທ່ອງທ່ຽວຈາກ ສສ ຫວຽດນາມ ໄປທ່ຽວ ປະເທດ ອິນເດຍ. ສະຖິຕິຂອງຂະແໜງທ່ອງທ່ຽວອິນເດຍໃນ 3 ປີທີ່ຜ່ານມາ, ຈໍານວນນັກທ່ອງທ່ຽວ ຫວຽດນາມ ໄປທ່ຽວຍັງປະເທດອິນເດຍ ເພີ່ມຂື້ນ ແລະ ເຕີບໂຕຢ່າງດີ. ໃນປີກາຍນີ້, ມີຈຳນວນ ນັກທ່ອງທ່ຽວ ທີ່ໄປທ່ຽວຍັງ ປະເທດ ອິນເດຍ ມີ ປະມານ 50.000 ເທື່ອຄົນ. ໃນປີນີ້, ທ່ອງທ່ຽວ ອິນເດຍ ຄາດຄະເນວ່າຈະຕ້ອນຮັບນັກທ່ອງທ່ຽວ ຊາວຫວຽດນາມ ປະມານ 70.000 ຫາ 75.000 ເທື່ອຄົນ.
(ຫັດທະບູນ)