ພັດທະນາກະສິກຳ, ເສດຖະກິດຊົນນະບົດ ແລະ ກໍ່ສ້າງຊົນນະບົດໃໝ່*
ຜົນງານຈຳນວນໜຶ່ງໃນກະສິກຳ, ຊົນນະບົດ ແລະ ການກໍ່ສ້າງຊົນນະບົດໃໝ່ ໃນເວລາທີ່ຜ່ານມາ
1- ການກະສິກຳຂອງຫວຽດນາມ ໄດ້ເພີ່ມຂຶ້ນຢ່າງໄວວາທາງດ້ານຂະໜາດ, ເຊິ່ງຮັກສາໄດ້ລະດັບການເຕີບໂຕສູງພໍສົມຄວນ ໃນໄລຍະເວລາຍາວ, ດ້ວຍຄຸນນະພາບ ແລະ ປະສິດທິຜົນທີ່ນັບມື້ນັບໄດ້ຮັບການປົວແປງ.
ນັບແຕ່ປີ 2005 ຮອດປີ 2015, ລວມຍອດມູນຄ່າຜະລິດຕະພັນທັງໝົດ ຂອງຂະແໜງການກະສິກຳໄດ້ເພີ່ມຂຶ້ນ 4,5 ເທື່ອ, ແຕ່ 256,336 ພັນຕື້ດົ່ງ ຂຶ້ນເປັນ 1,16 ລ້ານຕື້ດົ່ງ, ບັນລຸໄດ້ລະດັບການເຕີບໂຕສະເລ່ຍ 4,5% ຕໍ່ປີ; ມູນຄ່າ ຈີດີພີ (GDP) ເພີ່ມຂຶ້ນສະເລ່ຍ 3,3% ຕໍ່ປີ; ຄຸນນະພາບການເຕີບໂຕໄດ້ຮັບການປົວແປງຢ່າງລຽນຕິດ, ອັດຕາສ່ວນມູນຄ່າເພີ່ມໃນມູນຄ່າການຜະລິດທັງໝົດ ຂອງຂະແໜງການໄດ້ເພີ່ມຂຶ້ນແຕ່ 57% (ປີ 2010) ຂຶ້ນເປັນ 63,9% (ປີ 2012), 64,7% (ປີ 2013) ແລະປະມານ 67,8% (ປີ 2014).
ການກະສິກຳພະລິດສິນຄ້າໄດ້ຂະຫຍາຍຕົວຢ່າງແຂງແຮງ, ດ້ວຍປະສິດທິພາບ ແລະ ຄຸນນະພາບນັບມື້ນັບສູງ; ຕອບສະໜອງເປັນຢ່າງດີໃຫ້ຄວາມຮຽກຮ້ອງຕ້ອງການຂອງພາຍໃນປະເທດ ແລະ ການສົ່ງນອກກໍ່ໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ໂຄງປະກອບການຜະລິດຂອງຂະແໜງການ ແລະ ໂຄງປະກອບພາຍໃນແຕ່ລະຂົງເຂດ ກໍ່ໄດ້ຫັນປ່ຽນຕາມທິດຕັ້ງໜ້າ, ບັນດາຂົງເຂດ ຂະແໜງການສິນຄ້າທີ່ມີທ່າໄດ້ປຽບ ແລະ ມີມູນຄ່າເພີ່ມສູງ (ຄື ສິນໃນນ້ຳ ແລະ ການລ້ຽງສັດ) ກໍ່ໄດ້ເພີ່ມຂຶ້ນເປັນກ້າວໆ.
- ໃນຂົງເຂດການປູກຝັງ, ເນື້ອທີ່ດິນປູກເຂົ້າໄດ້ຫຼຸດລົງ, ເນື້ອທີ່ດິນປູກຕົ້ນໄມ້ອຸດສາຫະກຳໄລຍະຍາວ ແລະ ຕົ້ນໄມ້ກິນໝາກທີ່ມີມູນຄ່າດ້ານສິນຄ້າສູງ ແລະ ມີຕະຫຼາດຈຳໜ່າຍ ກໍ່ໄດ້ເພີ່ມຂຶ້ນຢ່າງໄວວາ. ລະດັບຄວາມຮູ້ກ່ຽວກັບການກະເສດສຸມຕົ້ນໄມ້ປະເພດຕ່າງໆ ໄດ້ຮັບການຍົກສູງ, ຄວາມກ້າວໜ້າທາງດ້ານເຕັກນິກ, ວິທະຍາສາດ - ເຕັກໂນໂລຊີ ນະວັດຕະກຳຫຼາຍຢ່າງ ກໍ່ໄດ້ຮັບການມອບໂອນ ແລະ ໝູນໃຊ້ໃນການດັດແປງແນວພັນ, ລຳດັບດຳເນີນເຕັກນິກການປູກຝັງ ດັ່ງນັ້ນ ຜະລິດຕະພາບ ແລະ ຜົນຜະລິດ ຂອງຕົ້ນໄມ້ຫຼາຍປະເພດ ໄດ້ເພີ່ມຂຶ້ນຢ່າງໄວ, ຄຸນນະພາບຂອງຜະລິຕະພັນກະສິກຳນັບມື້ນັບໄດ້ຮັບການປົວແປງ. ຜະລິດຕະພາບເຂົ້າຕາມສະເລ່ຍໄດ້ເພີ່ມຂຶ້ນ ແຕ່ 5,32 ໂຕນຕໍ່ໜຶ່ງເຮັກຕາ (ປີ 2010) ຂຶ້ນເປັນ 5,77 ໂຕນຕໍ່ເຮັກຕາ (ປີ 2015); ປະລິມານຜະລິດຕະພັນເຂົ້າກໍ່ໄດ້ເພີ່ມຂຶ້ນແຕ່ 40 ລ້ານໂຕນ ຂຶ້ນເປັນ 45,2 ລ້ານໂຕນ. ຜະລິດຕະພາບຂອງສາລີກໍ່ເພີ່ມຂຶ້ນ ແຕ່ 4,09 ໂຕນຕໍ່ໜຶ່ງເຮັກຕາ (ປີ 2010) ຂຶ້ນເປັນ 4,48 ໂຕນຕໍ່ເຮັກຕາ (ປີ 2015); ປະລິມານຜະລິດຕະພັນສາລີໃນເວລາດຽວກັນໄດ້ເພີ່ມຂຶ້ນແຕ່ 4,61 ລ້ານໂຕນ ຂຶ້ນເປັນ 5,28 ລ້ານໂຕນ... ບັນດາເຂດຜະລິດສິນຄ້າລວມສູນຂະໜາດໃຫຍ່ ທີ່ສະໜອງວັດຖຸດິບໃຫ້ແກ່ອຸດສາຫະກຳປຸງແຕ່ງກ່ຽວກັບເຂົ້າ, ຢາງພາລາ, ກາເຟ, ພິກໄທ, ອ້ອຍ, ມັນຕົ້ນ ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາ. ສະຖານທີ່ປູກຜັກ, ດອກໄມ້ທີ່ໝູນໃຊ້ເຕັກໂນໂລຊີສູງ ກໍ່ໄດ້ຮັບການສ້າງຕັ້ງ, ຂະຫຍາຍຕົວເປັນຈຳນວນຫຼາຍ ແລະ ພວມກາຍເປັນຂົງເຂດທີ່ມີປະສິດທິຜົນ ແລະ ລາຍໄດ້ສູງໃນປະຈຸປັນ.
ມູນຄ່າການຜະລິດທີ່ບັນລຸໄດ້ໃນແຕ່ລະເຮັກຕາດິນປູກຝັງ ກໍ່ໄດ້ເພີ່ມຂຶ້ນແຕ່ 54,6 ລ້ານດົ່ງຕໍ່ໜຶ່ງເຮັກຕາ (ປີ 2010) ຂຶ້ນເປັນ 82 ລ້ານດົ່ງຕໍ່ເຮັກຕາ (ປີ 2015), ໄດ້ເພີ່ມຂຶ້ນເປັນ 1,5 ເທື່ອ, ມູນຄ່າການສົ່ງນອກຜະລິດຕະພັນການປູກຝັງ ກໍ່ໄດ້ເພີ່ມຂຶ້ນຢ່າງແຂງແຮງ ແຕ່ 10,3 ຕື້ໂດລາສະຫະລັດ (ປີ 2010) ຂຶ້ນເປັນ 16,7 ຕື້ໂດລາສະຫະລັດ (ປີ 2015) ແລະ ຄາດວ່າຈະບັນລຸໄດ້ 17,5 ຕື້ໂດລາສະຫະລັດ (ປີ 2016).
- ໃນຂົງເຂດລ້ຽງສັດ, ຮູບການລ້ຽງສັດແບບຟາມ, ແບບຄອບຄົວ ແລະ ລ້ຽງສັດແບບເຊື່ອມຕໍ່ ໄດ້ແທນທີ່ເທື່ອລະກ້າວໃຫ້ແກ່ຕົວແບບລ້ຽງສັດແບບສວຍໃຊ້ຂະໜາດນ້ອຍຢູ່ຄອບຄົວ. ລ້ຽງສັດຕາມແບບວິທີເຄິ່ງອຸດສາຫະກຳ ແລະ ອຸດສາຫະກຳ ກໍ່ສືບຕໍ່ໄດ້ຮັບການພັດທະນາ. ຝູງແນວພັນໄດ້ຮັບການປົວແປງທັງຜະລິດຕະພາບ ແລະ ຄຸນນະພາບ ໂດຍຜ່ານການເພີ່ມທະວີການນຳເຂົ້າບັນດາແນວພັນໃໝ່ ທີ່ກ້າວໜ້າ ແລະ ມີສູດປະສົມພັນແບບໃໝ່ ເປັນຈຳນວນຫຼາຍ ທີ່ໄດ້ນຳເຂົ້າໃນການຜະລິດ. ປະລິມານຜະລິດຕະພັນຊີ້ນດິບປະເພດ ຕ່າງໆ ກໍ່ໄດ້ເພີ່ມຂຶ້ນແຕ່ 4 ລ້ານໂຕນ (ປີ 2010) ຂຶ້ນເປັນ 4,7 ລ້ານໂຕນ (ປີ 2015); ຕອບສະໜອງໄດ້ຢ່າງດີໃຫ້ແກ່ຄວາມຕ້ອງການບໍລິໂພກຢູ່ພາຍໃນປະເທດ ແລະ ຍັງເຫຼືອສ່ວນໜຶ່ງຮັບໃຊ້ໃຫ້ແກ່ການສົ່ງນອກ.
ຕົວແບບລ້ຽງສັດແບບອຸດສາຫະກຳ, ຕາມພວງພະນັງທີ່ຕິດພັນກັບການຂ້າສັດ, ປຸງແຕ່ງແບບລວມສູນ ແລະ ແຈກຈ່າຍຜະລິດຕະພັນເປັນຈຳນວນຫຼາຍ ກໍ່ໄດ້ຮັບການລົງທຶນຈາກບັນດາວິສາຫະກິດ, ກຸ່ມວິສາຫະກິດ ພາຍໃນ ແລະ ຕ່າງປະເທດ ເຊິ່ງໄດ້ສ້າງໃຫ້ມີປະສິດທິຜົນດ້ານເສດຖະກິດສູງ. ບັນດາຕົວແບບເຊື່ອມຕໍ່ໃນການຜະລິດ, ຄືຕົວແບບລ້ຽງສັດແບບຮັບເໝົາ, ສະຫະກອນ ແລະ ບັນດາພວງພະນັງການຜະລິດຊີ້ນຕາມວົງຈອນປິດ, ໄຂ່ສະອາດ ຢູ່ນະຄອນຮ່າໂນ້ຍ, ນະຄອນໂຮ່ຈີມີນ, ແຂວງຮ່ານາມ, ບັກຢາງ, ດົ່ງນາຍ,... ທີ່ນັບມື້ນັບໄດ້ປະກົດຕົວຫຼາຍຂຶ້ນ.
ອຸດສາຫະກຳປຸງແຕ່ງອາຫານສັດ ໄດ້ຮັບການພັດທະນາຢ່າງວ່ອງໄວ ທັງຄຸນນະພາບ ແລະ ປະລິມານ. ປີ 2015 ບັນລຸໄດ້ປະມານ 15,6 ລ້ານໂຕນ; ຄວາມໄວໃນການເຕີບໂຕສະເລ່ຍຂອງການແລກປ່ຽນອາຫານສັດເປັນ 7,96% ຕໍ່ປີ; ອັດຕາສ່ວນຫົວອາຫານສັດອຸດສາຫະກຳໃນຈຳນວນອາຫານສັດທັງໝົດໄດ້ເພີ່ມຂຶ້ນແຕ່ 54% (ປີ 2010) ຂຶ້ນເປັນປະມານ 61% (ປີ 2013) ແລະ ຄາດວ່າຈະບັນລຸໄດ້ 65% (ປີ 2016).
- ໃນຂົງເຂດການປ່າໄມ້, ການປູກປ່າຜະລິດໄດ້ຮັບການຍູ້ແຮງ ດ້ວຍນະໂຍບາຍກ່ຽວກັບການມອບເນື້ອທີ່ດິນ, ມອບເນື້ອທີ່ປ່າ ແລະ ບັນດານະໂຍບາຍຊ່ວຍເຫຼືອໂດຍຜ່ານໂຄງການ 327, ໂຄງການປູກຕົ້ນໄມ້ໃໝ່ເນື້ອທີ່ 5 ລ້ານເຮັກຕາ,... ຜົນຜະລິດ ແລະ ປະລິມານການເກັບກ່ຽວແຕ່ປ່າໄມ້ທີ່ປູກໃໝ່ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ເຊິ່ງຍົກສູງຄວາມສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານວັດຖຸດິບ ໃຫ້ແກ່ຂະແໜງການປຸງແຕ່ງໄມ້ພາຍໃນປະເທດ, ໄດ້ເພີ່ມຂຶ້ນ ຈາກ 30% (ປີ 2013) ຂຶ້ນເປັນ 70% (ປີ 2015). ອຸດສາຫະກຳປຸງແຕ່ງໄມ້ ແລະ ຜະລິດຕະພັນປ່າໄມ້ສົ່ງນອກ ໄດ້ພັດທະນາຢ່າງວ່ອງໄວໃນຊຸມປີທີ່ຜ່ານມາມໍ່ນີ້. ນະໂຍບາຍຈ່າຍເງິນຄ່າບໍລິການສິ່ງແວດລ້ອມປ່າໄມ້ ໄດ້ເຂົ້າສູ່ຊີວິດສັງຄົມໃນເບື້ອງຕົ້ນ, ປະກອບສ່ວນເຂົ້າໃນການເພີ່ມເຕີມແຫຼ່ງພະລັງໃຫ້ແກ່ວຽກງານປົກປັກຮັກສາ ແລະ ພັດທະນາປ່າໄມ້, ເພື່ອສົ່ງເສີມໃຫ້ແກ່ປະຊາຊົນມີຄວາມຕິດພັນກັບປ່າໄມ້ຕື່ມອີກ. ອັດຕາສ່ວນການປົກຫຸ້ມຂອງປ່າໄມ້ ໄດ້ເພີ່ມຂຶ້ນແຕ່ 39,5% (ປີ 2010) ຂຶ້ນເປັນ 40,7% (ປີ 2015) ຄາດວ່າຈະບັນລຸໄດ້ 41,17% (ໃນທ້າຍປີ 2016). ລວມຍອດມູນຄ່າການສົ່ງນອກເຄື່ອງໄມ້ ແລະ ຜະລິດຕະພັນປ່າໄມ້ຊະນິດອື່ນ ໄດ້ເພີ່ມຂຶ້ນເປັນ 2 ເທື່ອ, ແຕ່ 3,66 ຕື້ໂດລາສະຫະລັດ (ປີ 2010) ຂຶ້ນເປັນ 7,1 ຕື້ໂດລາຫະຫະລັດ (ປີ 2015) ແລະ ປະມານ 7,2 ຕື້ໂດລາສະຫະລັດ (ປີ 2016).
- ໃນຂົງເຂດສິນໃນນ້ຳ, ການຂຸດຄົ້ນສິນໃນນ້ຳສືບຕໍ່ໄດ້ຮັບການພັດທະນາຕາມທິດຍູ້ແຮງການຫາປາຢູ່ໄກຝັ່ງທະເລ ຕິດພັນກັບການປົກປັກຮັກສາອຳນາດອະທິປະໄຕແຫ່ງຊາດ ແລະ ຮັກສາແຫຼ່ງປະໂຫຍດຈາກຊັບສິນທາງທະເລ. ເຮືອກຳປັ່ນໄດ້ຮັບການຈັດວາງໂຄງປະກອບຄືນໃໝ່, ຫຼຸດຜ່ອນຈຳນວນເຮືອກຳປັ່ນຂະໜາດນ້້ອຍ ທີ່ຫາປາຢູ່ໃກ້ຝັ່ງທະເລ, ເພີ່ມຈຳນວນເຮືອກຳປັ່ນໃຫຍ່ເພື່ອຮັບໃຊ້ການຫາປາຢູ່ໄກຝັ່ງທະເລ. ຈຳນວນເຮືອກຳປັນຫາປາທັງໝົດຂອງທົ່ວປະເທດ ແຕ່ 129 ພັນລຳ (ປີ 2011) ໄດ້ຫຼຸດລົງເປັນ 111.300 ລຳ (ປີ 2015), ໃນຂະນະນັ້ນ ຈຳນວນເຮືອທີ່ມີກຳລັງແຮງສູງກວ່າ 90 ແຮງມ້າ ກໍ່ໄດ້ເພີ່ມຂຶ້ນ ແຕ່ 24.500 ລຳ (ປີ 2011) ຂຶ້ນເປັນ 30.700 ລຳ (ປີ 2015), ກວມເອົາ 27,6% ຂອງຈຳນວນເຮືອທັງໝົດ. ການເຄື່ອນໄຫວຂຸດຄົ້ນສິນໃນນ້ຳໃນທະເລໄດ້ຈັດຕັ້ງຕາມໝູ່, ໜ່ວຍຜະລິດ. ນັບເຖິງທ້າຍປີ 2015, ມີເຮືອປະມານ 19.000 ລຳ ແລະຊາວປະມົງ 108.000 ຄົນ ໄດ້ເຂົ້າຮ່ວມໃນບັນດາໝູ່/ໜ່ວຍຜະລິດໃນທະເລ ເປັນ 3.050 ໝູ່/ໜ່ວຍ, ກວມເອົາ 17% ຂອງຈຳນວນເຮືອຫາປາທັງໝົດຂອງທົ່ວປະເທດ ແລະ ກວມເອົາ 70% ຈຳນວນເຮືອທີ່ຫານປາຢູ່ໄກຝັ່ງທະເລ.
ການລ້ຽງສັດນ້ຳກໍ່ໄດ້ເພີ່ມຂຶ້ນຢ່າງວ່ອງໄວ, ສຸມໃສ່ບັນດາເປົ້າໝາຍສັດລ້ຽງຕົ້ນຕໍ່, ທີ່ມີຄວາມສາມາດແຂ່ງຂັນສູງ (ຄື ກຸ້ງ, ປາສະຫວາຍ, ສັດນ້ຳທີ່ບໍ່ມີກະດູກສັນຫຼັງ). ພ້ອມກັບການເປີດກວ້າງເນື້ອທີ່, ການລ້ຽງສັດໃນນ້ຳກໍ່ໄດ້ຫັນປ່ຽນຢ່າງແຂງແຮງຕາມທິດກະເສດສຸມ, ມີຄວາມປອດໄພດ້ານໂລຄາພະຍາດ. ເນື້ອທີ່ລ້ຽງແບບກະເສດສຸມກໍ່ໄດ້ຮັບການເປີດກວ້າງ, ເປັນຕົ້ນແມ່ນລ້ຽງກຸ້ງຕີນຂ່າວ. ອັດຕາສ່ວນການລ້ຽງແບບກະເສດສຸມຄາດກະຈະບັນລຸໄດ້ 20% - 22%, ໃນນັ້ນ ສ່ວນໃຫຍ່ແມ່ນກຸ້ງຕີນຂາວ ແລະ ກຸ້ງກຸລາດຳ ກວມເອົາ 7% - 8%. ສ້າງຕັ້ງ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ລະບົບການຜະລິດ ແລະ ສະໜອງແນວພັນສິນຄ້າ, ກໍ່ສ້າງບັນດາເຂດຜະລິດແນວພັນອຸດສາຫະກຳລວມສູນ, ເພື່ອຕອບສະໜອງໃຫ້ຄົບກັບຄວາມຮຽກຮ້ອງຕ້ອງການທາງດ້ານແນວພັນ ໃຫ້ແກ່ການລ້ຽງບັນດາເປົ້າໝາຍສັດລ້ຽງຕົ້ນຕໍ່ (ຄື ກຸ້ງກຸລາດຳ, ກຸ້ງຕີນຂາວ, ປາສະຫວາຍ, ກຸ້ງກ້ານຂຽວ, ປານິນ, ສັດນ້ຳທີ່ບໍ່ມີກະດູກສັນຫຼັງ) ສ່ວນໃຫຍ່ແມ່ນແນວພັນທີ່ປອດພະຍາດ (ໄດ້ຜ່ານການກັກກັນ). ການໝູນໃຊ້ປະຕິບັດການປູກ, ລ້ຽງສິນໃນນ້ຳດີ ຫວຽດກາບ (VietGAP) ໄດ້ຮັບການເສີມຂະຫຍາຍ.
ຄຽງຄູ່ກັບການຍູ້ແຮງການຜະລິດ, ການບໍລິໂພກຜະລິດຕະພັນກະສິກຳກໍ່ໄດ້ຮັບຄວາມເອົາໃຈໃສ່ຊີ້ນຳຢ່າງແທດເໝາະຈາກລັດຖະບານ; ລັດຖະບານໄດ້ມີນະໂຍບາຍຫຼາຍສະບັບກ່ຽວກັບການຊ່ວຍເຫຼືອ, ແກ້ໄຂຄວາມຫຍຸ້ງຍາກຂອງຂະແໜງການກະສິກຳ, ໂດຍສະເພາະແມ່ນໃນເວລາທີ່ຕະຫຼາດໂລກ ແລະ ຕະຫຼາດພາຍໃນປະເທດ ຜັນປ່ຽງຢ່າງສັບສົນ ບໍ່ສະດວກດີ, ການຈຳໜ່າຍພົບຄວາມຫຍຸ້ງຍາກ, ສິນຄ້າຄ້າງສາງຈຳນວນຫຼາຍ. ຂໍ້ຫຍຸ້ງຍາກ, ສິ່ງຄົງຄ້າງຫຼາຍຢ່າງໄດ້ຮັບການແກ້ໄຂຢ່າງທັນເວລາ, ຮັບປະກັນການຈຳໜ່າຍຂາຍຜະລິດຕະພັນກະສິກຳຂອງຊາວກະສິກອນ.
2- ເສດຖະກິດຊົນນະບົດໄດ້ຂະຫຍາຍຕົວຢ່າງໄວວາ, ໂຄງສ້າງເສດຖະກິດຊົນນະບົດຄ່ອຍໆເຄື່ອນຍ້າຍຈາກການອິງໃສ່ກະສິກຳເປັນຕົ້ນຕໍ ມາເປັນການຂະຫຍາຍອຸດສາຫະກຳ, ການບໍລິການ ແລະ ຂະແໜງອາຊີບ.
ເສດຖະກິດຄອບຄົວສືບຕໍ່ໄດ້ຮັບການພັດທະນາ, ແຕ່ພວມມີການເຄື່ອນຍ້າຍມາເປັນແບບຟາມຄອບຄົວ, ຟາມ ຫຼື ສະຫະກອນ, ເຊື່ອມຕໍ່ຕາມໝູ່, ໜ່ວຍ, ສະຫະກອນ ຫຼື ເຊື່ອນຕໍ່ກັບວິສາຫະກິດ ເພື່ອຜະລິດຕາມຂະໜາດໃຫຍ່. ໂຄງສ້າງລາຍໄດ້ຂອງບັນດາຄອບຄົວຢູ່ຊົນນະບົດກໍ່ໄດ້ມີການປ່ຽນແປງ, ອັດຕາສ່ວນລາຍໄດ້ມາຈາກການຜະລິດກະສິກຳ, ປ່າໄມ້, ການປະມົງ ກໍ່ໄດ້ຫຼຸດລົງ ແຕ່ລະດັບ 39,4% (ປີ 2008) ລົງເປັນ 31,9% (ປີ 2012) ແລະ ຍັງຍັງເຫຼືອ 28,8% (ປີ 2014)(1).
ສະຫະກອນແບບໃໝ່ໄດ້ຮັບການສ້າງຕັ້ງ ແລະ ພັດທະນາຢ່າງແຂງແຮງ, ຊ່ວຍໃຫ້ເສດຖະກິດຄອບຄົວສະມາຊິກສະຫະກອນ ຂະຫຍາຍຕົວກວ່າອີກ. ມາຮອດປັດຈຸປັນນີ້, ໃນທົ່ວປະເທດມີສະຫະກອນ 6.302 ແຫ່ງ, ທຽບກັບປີ 2008 ໄດ້ຫຼຸດລົງ 11%, ໃນນັ້ນ 74% ຂອງຈຳນວນສະຫະກອນໄດ້ເຄື່ອນໄຫວເປັນປົກກະຕິແລະມີລາຍໄດ້. ໃນປັດຈຸປັນ, ຫວຽດນາມມີຈຳນວນໝູ່ຮ່ວມມືໃນຂົງເຂດກະສິກຳເປັນ 114.000 ໝູ່, ເພີ່ມຂຶ້ນຫຼາຍກວ່າປີ 2008 7,8%, ມີຈຳນວນໝູ່ຮ່ວມມືຜະລິດໃນທະເລຂອງຊາວປະມົງເປັນ 3.700 ໝູ່. ບັນດາໝູ່ຮ່ວມມືກໍ່ໄດ້ເສີມຂະຫຍາຍຄຸນປະໂຫຍດຢ່າງຕັ້ງໜ້າ ເພື່ອໃຫ້ຊາວກະສິກອນ, ຊາວປະມົງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ການທຳມາຫານກິນໄດ້ຮັບຜົນດີກວ່າແຕ່ກ່ອນ.
ບັນດານິຄົມກະເສດ, ນິຄົມປ່າໄມ້ແຫ່ງລັດ ກໍ່ໄດ້ຮັບການຈັດວາງ ຈັດຕັ້ງຄືນໃໝ່ໃຫ້ເໝາະສົມກວ່າເກົ່າ. ບັນດາວິສາຫະກິດແຫ່ງລັດໃນຂົງເຂດກະສິກຳ, ປ່າໄມ້, ການປະມົງທັງໝົດ ກໍ່ໄດ້ຫັນເປັນແບບຫຸ້ມສ່ວນ ປະສິດທິຜົນແຫ່ງການເຄື່ອນໄຫວ ນັບມື້ນັບໄດ້ຍົກສູງກວ່າເກົ່າ. ບັນດາວິສາຫະກິດເອກະຊົນ (ທັງພາຍໃນ ແລະ ຕ່າງປະເທດ) ມີທ່າອຽງຊອກຫາ ແລະ ລົງທຶນເຂົ້າໃນການກະສິກຳ, ຊົນນະບົດ ໄດ້ເພີ່ມຂື້ນຢ່າງແຂງແຮງ, ໃນນັ້ນມີວິສາຫະກິດທີ່ໄປຕາມທິດພັດທະນາກະສິກຳເຕັກໂນໂລຊີສູງ, ມີຄວາມປອດໄພດ້ານສະບຽງອາຫານເປັນຈຳນວນຫຼາຍ; ໄດ້ສ້າງວຽກເຮັດງານທຳ, ເພີ່ມລາຍຮັບລາຍໄດ້ໃຫ້ແກ່ປະຊາຊົນຢູ່ຊົນນະບົດ ແລະ ດັດສ້າງໂຄງສ້າງແຮງງານກະສິກຳ ແລະ ເສດຖະກິດຊົນນະບົດຄືນໃໝ່.
ມາຮອດປະຈຸປັນນີ້, ອຸດສາຫະກຳ ແລະ ການບໍລິການ ໄດ້ກວມເອົາເຖິງ 61% ຂອງໂຄງສ້າງເສດຖະກິດຊົນນະບົດ, ຈຳນວນພື້ນຖານອຸດສາຫະກຳຊົນນະບົດ ໄດ້ເພີ່ມຂຶ້ນຕາມສະເລ່ຍເປັນ 8,64% ຕໍ່ປີ. ມີເຂດ, ກຸ່ມອຸດສາຫະກຳ ໄດ້ກາຍເປັນແກ່ນກາງເພື່ອສ້າງຕັ້ງບັນດາເຂດຜະລິດວັດຖຸດິບ, ເພື່ອພັດທະນາເສດຖະກິດ - ສັງຄົມຢູ່ທ້ອງຖິ່ນ.
ໄປຄຽງຄູ່ກັບການພັດທະນາອຸສາຫະກຳ ແລະ ການບໍລິການ, ທ້ອງຖິ່ນຕ່າງໆ ໄດ້ມີການເອົາໃຈໃສ່ເຂົ້າໃນການຮັກສາ ແລະ ພັດທະນາບັນດາບ້ານອາຊີບ, ວິຊາອາຊີບເພື່ອທັງພັດທະນາເສດຖະກິດ, ທັງອະນຸລັກ ຮັກສາສີສັນວັດທະນະທຳເອກະລັກຂອງເຂດ ພາກ, ວັດທະນະທຳຫວຽດນາມ. ຮອດເດືອນກັນຍາ 2016, ໃນທົ່ວປະເທດໄດ້ມີຈຳນວນບ້ານອາຊີບ ແລະ ບ້ານທີ່ມີອາຊີບເປັນ 5.409 ບ້ານ, ເຊິ່ງດຶງດູດຄົນງານທີ່ມີວິຊາສະເພາະເປັນ 12 ລ້ານຄົນ, ສ້າງວຽກເຮັດງານທຳ, ລາຍໄດ້ໃຫ້ແກ່ແຮງງານຢູ່ຊົນນະບົດ; ການສົ່ງນອກບັນລຸໄດ້ຫຼາຍກວ່າ 1 ຕື້ໂດລາສະຫະລັດຕໍ່ປີ. ມີສິນຄ້າຫຼາຍປະເພດທີ່ມີການເຕີບໂຕຫຼາຍພໍສົມຄວນຄື: ເຄື່ອງປັ້ນດິນເຜົາ, ເຄື່ອງໄມ້, ສິນຄ້າຫັດຖະກຳ,...
ທ້ອງຖິ່ນຫຼາຍແຫ່ງໄດ້ມີການເອົາໃຈໃສ່ຊີ້ນຳປົວແປງບູລະນະການຈັດຕັ້ງການຜະລິດ, ພ້ອມກັບການເພີ່ມທະວີການເຄື່ອນໄຫວຂອງບັນດາສະຫະກອນກະສິກຳ, ຕົວແບບ “ທົ່ງນາຜືນໃຫຍ່” ໄດ້ຮັບການເຜີຍແຜ່ຂະຫຍາຍໃນທົ່ວປະເທດ ແລະ ທຸກຂົງເຂດ. ຕົວແບບເຊື່ອມຕໍ່ການຜະລິດຕາມພວງພະນັງໃນການລ້ຽງສັດ, ປູກ - ລ້ຽງສິນໃນນ້ຳ ແລະ ປ່າໄມ້, ຕົວແບບໝູ່, ໜ່ວຍຜະລິດໃນການຂຸດຄົ້ນສິນໃນນ້ຳ... ກໍ່ໄດ້ຮັບການສ້າງຕັ້ງຂຶ້ນຢູ່ຫຼາຍແຫ່ງ ແລະ ເຄື່ອນໄຫວຢ່າງມີປະສິດທິຜົນ. ຫຼາຍທ້ອງຖິ່ນໄດ້ຈັດຕັ້ງການປະຕິບັດການ “ທ້ອນໂຮມລວມສູນດິນນາ, ແລກປ່ຽນດິນນາ”, ອອກແບບຄືນໃໝ່ລະບົບຊົນລະປະທານ, ຄົມມະນາຄົມພາຍໃນທົ່ງນາ... ກະກຽມເງື່ອນໄຂທີ່ສະດວກດີໃຫ້ແກ່ການນຳໃຊ້ກົນຈັກເຂົ້າໃນທົ່ງນາ, ພົ້ນເດັ່ນແມ່ນບັນດາແຂວງ, ນະຄອນຄື ຖາຍບິ່ງ, ຮ່ານາມ, ນາມດິ້ງ, ຮ່າໂນ້ຍ, ນິງບິ່ງ, ແທງຮວາ,... ນະໂຍບາຍກ່ຽວກັບການຊ່ວຍເຫຼືອປະຊາຊົນຊື້ຈັກໄຖນາ, ຈັກກ່ຽວເຂົ້າ, ລະບົບຂາງເຂົ້າເປືອກ... ໄດ້ຜັນຂະຫຍາຍປະຕິບັດຢູ່ຫຼາຍແຂວງຄື ຖາຍບິ່ງ, ຮ່າຕິ້ງ, ອານຢາງ, ເຮົ້າຢາງ, ດົ່ງທາບ,... ໄດ້ຍົກອັດຕາສ່ວນກ່ຽວກັບການນຳໃຊ້ກົນຈັກໃນຂອດການກະສິກຳເພີ່ມຂຶ້ນແຕ່ 40% - 50% ຂຶ້ນເປັນ 80% - 90%.
ວຽກງານບຳລຸງສ້າງວິຊາອາຊີບໃຫ້ແກ່ຜູ້ອອກແຮງງານຢູ່ຊົນນະບົດ ພວມເສີມຂະຫຍາຍປະສິດທິຜົນ. ນັບເຖິງເດືອນມິຖຸນາ 2016 ຈຳນວນຄົນທີ່ໄດ້ຮັບການຊ່ວຍເຫຼືອໃນການບຳລຸງສ້າງວິຊາອາຊີບເປັນປະມານ 2,53 ລ້ານຄົນ, ໃນນັ້ນຈຳນວນຄົນທີ່ຮຽນອາຊີບກະສິກຳມີ 1,13 ລ້ານຄົນ ແລະ ຈຳນວນຄົນຮຽນອາຊີບທີ່ບໍ່ແມ່ນກະສິກຳເປັນ 1,4 ລ້ານຄົນ.
ອັດຕາສ່ວນຄອບຄົວທີ່ທຸກຍາກຢູ່ເຂດຊົນນະບົດກໍ່ໄດ້ຫຼຸດລົງ ແຕ່ 17,4% (ປີ 2010) ລົງເປັນປະມານ 8,2%(2) (ປີ 2015), ຫຼຸດລົງສະເລ່ຍ 1,84% ຕໍ່ປີ. ອັດຕາສ່ວນຄອບຄົວທຸກຍາກຢູ່ບັນດາເມືອງທີ່ທຸກຍາກໄດ້ຫຼຸດລົງ ແຕ່ 50,07% (ທ້າຍປີ 2011) ລົງເປັນ 32,59% (ທ້າຍປີ 2014), ຫຼຸດລົງສະເລ່ຍ 5% ຕໍ່ປີ.
ໂຄງສ້າງພື້ນຖານດ້ານກະສິກຳ, ຊົນນະບົດກໍ່ໄດ້ຮັບການເອົາໃຈໃສ່ລົງທຶນຍົກລະດັບ ແລະ ຫັນເປັນທັນສະໄໝເທື່ອລະກ້າວ, ຄວາມສາມາດຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການປ້ອງກັນ ຕ້ານໄພທຳມະຊາດ ໄດ້ຮັບການເພີ່ມທະວີ. ໂຄງສ້າງພື້ນຖານຊົນລະປະທານກໍ່ສືບຕໍ່ໄດ້ຮັບດານເອົາໃຈໃສ່ລົງທຶນຍົກລະດັບຄວາມສາມາດໃນການຫົດນ້ຳ ລະບາຍນ້ຳ ສະໜອງນ້ຳ ແລະ ຮັບມືກັບການປ່ຽນແປງດິນຟ້າອາກາດ. ໂຄງການກ່ຽວກັບການຮັບປະກັນຄວາມປອດໄພໃຫ້ແກ່ບັນດາອ່າງເກັບນ້ຳ; ໂຄງການປັບປຸງຄັນຄູແມ່ນ້ຳ, ຄັນຄູທະເລ ໄດ້ຮັບການຜັນຂະຫຍາຍປະຕິບັດ, ບັນດາຄັນຄູທີ່ສຳຄັນໃນທົ່ວປະເທດໄດ້ຮັບການປັບປຸງ ແລະ ກໍ່ສ້າງເປັນແບບຖາວອນ, ເຊິ່ງຕອບສະໜອງໄດ້ໂດຍພື້ນຖານ ຄວາມຮຽກຮ້ອງຕ້ອງການຂອງການຜະລິດ ກໍ່ຄືຂອງການປ້ອງກັນ ຕ້ານໄພທຳມະຊາດ; ໂຄງສ້າງພື້ນຖານທີ່ຮັບໃຊ້ການຫາປາ ແລະ ຮັກສາ ພັດທະນາປ່າໄມ້, ຄວາມສາມາດໃນການຄາດຄະເນ ແລະຄວບຄຸມໂລຄາພະຍາດໃຫ້ຕົ້ນໄມ້ ສັດລ້ຽງ, ການຄົ້ນຄວ້າປະສົມພັນ ແລະ ຜະລິດແນວພັນໃໝ່,... ນັບມື້ນັບໄດ້ຮັບການລົງທຶນ, ຫັນເປັນທັນສະໄໝ.
3. ການກໍ່ສ້າງຊົນນະບົດໃໝ່ໄດ້ກາຍເປັນຂະບວນການທີ່ແຂງແຮງ, ທົ່ວເຖິງໃນທົ່ວປະເທດ, ໂດຍຜ່ານເວລາ 6 ປີແຫ່ງການປະຕິບັດ ເຊິ່ງໄດ້ປະກອບສ່ວນປ່ຽນແປງໃບໜ້າຊົນນະບົດ, ປົວແປງເງື່ອນໄຂການດຳລົງຊີວິດຂອງພົນລະເມືອງຢູ່ເຂດຊົນນະບົດຫຼາຍແຫ່ງ.
ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດ ໄດ້ຕອບສະໜອງຄວາມມຸ່ງມາດປາຖະໜາຂອງປະຊາຊົນ ແລະ ດຶງດູດການເຂົ້າຮ່ວມຢ່າງຕັ້ງໜ້າ ຂອງທົ່ວສັງຄົມ. ໂດຍຜ່ານ 6 ປີແຫ່ງການປະຕິບັດ ໂຄງການນີ້ໄດ້ເຮັດໃຫ້ຄວາມຮັບຮູ້ຂອງປະຊາຊົນສ່ວນຫຼາຍປ່ຽນແປງເປັນຢ່າງດີ, ຈາກແນວຄິດເອື່ອຍອິງ ຄອງຖ້າການລົງທຶນຂອງລັດ ມາເປັນຄວາມໝັ້ນໃຈ ເປັນເຈົ້າການ ແລະ ເຂົ້າຮ່ວມການກໍ່ສ້າງຊົນນະບົດໃໝ່ຢ່າງຕັ້ງໜ້າ. ກົງຈັກຊີ້ນຳຄຸ້ມຄອງໄດ້ຮັບການສ້າງຕັ້ງຂຶ້ນຢູ່ສູນກາງ, ຈົນຮອດຂັ້ນແຂວງ, ເມືອງ, ຕາແສງ ແລະ ບ້ານ. ນາຍົກລັດຖະມົນຕີໄດ້ປຸກລະດົມຂະບວນການ “ທົ່ວປະເທດຮ່ວມແຮງກໍ່ສ້າງຊົນນະບົດໃໝ່”. ແນວໂຮມປະເທດຊາດຫວຽດນາມ ໄດ້ເປີດຂະບວນການ “ທົ່ວປວງຊົນສາມັກຄີກໍ່ສ້າງຊີວິດວັດທະນະທຳຢູ່ເຂດຊຸມຊົນ” ຕິດກັບການກໍ່ສ້າງຊົນນະບົດໃໝ່.
ຊົນນະບົດໃໝ່ໄດ້ປະກົດເປັນຈິງແລ້ວ: ລະບົບໂຄງສ້າງພື້ນຖານຊົນນະບົດໄດ້ຮັບການພັດທະນາຢ່າງແຂງແຮງ, ໄດ້ເຮັດໃຫ້ໃບໜ້າຊົນນະບົດໃນຫຼາຍເຂດມີການປ່ຽນແປງສົດໃສ. ເງື່ອນໄຂການດຳລົງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງພົນລະເມືອງຊົນນະບົດສ່ວນໃຫຍ່ ໄດ້ຍົກສູງຢ່າງຈະແຈ້ງ. ການຜະລິດກະສິກຳແບບສິນຄ້າ ໄດ້ຮັບການເອົາໃຈໃສ່ເປັນສຳຄັນ ແລະ ມີການຫັນປ່ຽນຫຼາຍຢ່າງ, ເຊິ່ງປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການຍົກສູງລາຍໄດ້ຂອງພົນລະເມືອງຢູ່ເຂດຊົນນະບົດ.
ພາລະບົດບາດຂອງບັນດາອົງການຈັດຕັ້ງຂອງພັກ, ອຳນາດການປົກຄອງ, ອົງຄະນະມະຫານຊົນຢູ່ຫຼາຍແຫ່ງ ໄດ້ຮັບການເສີມຂະຫຍາຍ; ຄວາມເປັນປະຊາທິປະໄຕຢູ່ເຂດຊົນນະບົດກໍ່ໄດ້ຮັບການຍົກສູງ. ຢູ່ບັນດາເຂດທີ່ການກໍ່ສ້າງຊົນນະບົດໃໝ່ໄດ້ຮັບຜົນສຳເລັດແລ້ວ, ຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ບັນດານະໂຍບາຍ, ແຜນນະໂຍບາຍ, ການນຳພາຂອງຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ ກໍ່ໄດ້ຮັບການຍົກສູງຕື່ມອີກ.
ໃນປີ 2015, ລາຍໄດ້ຕາມສະເລ່ຍຂອງປະຊາຊົນຢູ່ເຂດຊົນນະບົດ ໄດ້ບັນລຸ 24,4 ລ້ານດົ່ງຕໍ່ຄົນຕໍ່ປີ (ເພີ່ມປະມານ 1,9 ເທື່ອທຽບກັບປີ 2010). ສະເພາະບັນດາຕາແສງທີ່ໄດ້ບັນລຸມາດຕະຖານການກໍ່ສ້າງຊົນນະບົດໃໝ່, ເມື່ອເລີ່ມຕົ້ນປະຕິບັດໂຄງການດັ່ງກ່າວ, ລາຍໄດ້ຕາມສະເລ່ຍຂອງປະຊາຊົນເປັນ 16 ລ້ານດົ່ງຕໍ່ຄົນຕໍ່ປີ, ອັດຕາສ່ວນຂອງຄອບຄົວທີ່ທຸກຍາກກວມເອົາ 11,6%, ແຕ່ມາຮອດປັດຈຸປັນ, ລາຍໄດ້ຕາມສະເລ່ຍໄດ້ບັນລຸ 28,4 ລ້ານດົ່ງຕໍ່ຄົນຕໍ່ປີ, ອັດຕາສ່ວນຄອບຄົວທີ່ທຸກຍາກໄດ້ຫຼຸດລົງເປັນ 3,6%.
ຊົນນະບົດໄດ້ຮັບການປ່ຽນແປງໃໝ່ ສິວິໄລ ຮັ່ງມີສວຍງາມກ່ວາແຕ່ກ່ອນເທື່ອລະກ້າວ, ປະກອບສ່ວນອັນສຳຄັນເຂົ້າໃນການຫລຸດຜ່ອນຄວາມອຶດຫິວ ແລະ ຄວາມທຸກຍາກ, ຮັບປະກັນສະຫວັດດີການ, ຮັກສາສະຖຽມລະພາບດ້ານການເມືອງ - ສັງຄົມໃຫ້ໝັ້ນຄົງ.
ກ່ຽວກັບການລະດົມແຫຼ່ງພະລັງ ໃຫ້ແກ່ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ໃນໄລຍະ 2011 - 2015, ແຫຼ່ງທຶນທັງໝົດທີ່ລະດົມເພື່ອປະຕິບັດໂຄງການ ໄດ້ບັນລຸ 851.380 ຕື້ດົ່ງ, ໃນນັ້ນ, ງົບປະມານແຫ່ງລັດທີ່ໄດ້ຈ່າຍເງິນເປັນ 98.664 ຕື້ດົ່ງ, ກວມເອົາ 11,6% (ລວມທັງງົບປະມານສູນກາງທີ່ຈັດແບ່ງໂດຍກົງໃຫ້ໂຄງການ: 16.400 ຕື້ດົ່ງ, ງົບປະມານຂອງທ້ອງຖິ່ນ 82.264 ຕື້ດົ່ງ) ແລະ ທຶນທີ່ລະດົມໄດ້ຈາກຫຼາຍແຫຼ່ງພະລັງທີ່ຕ່າງກັນ 88,4%, ຄືທຶນສິນເຊື່ອ: 434.950 ຕື້ດົ່ງ, ທຶນຂອງວິສາຫະກິດ: 42.198 ຕື້ດົ່ງ, ທຶນຂອງຊຸມຊົນ ແລະ ທຶນຂອງແຫຼ່ງຕ່າງໆ: 107.447 ຕື້ດົ່ງ, ທຶນສັບຊ້ອນຈາກບັນດາໂຄງການອື່ນທີ່ປະຕິບັດໃນຂອບເຂດຊົນນະບົດມີປະມານ 168.121 ຕື້ດົ່ງ. ສະເພາະໃນປີ 2016, ທຶນທີ່ລະດົມໄດ້ໃນທົ່ວປະເທດ 332.475 ຕື້ດົ່ງ, ໃນນັ້ນ ງົບປະມານຈາກສູນກາງມີ 7.374 ຕື້ດົ່ງ (ກວມເອົາ 2,2%), ງົບປະມານທ້ອງຖິ່ນ: 23.193 ຕື້ດົ່ງ (ກວມເອົາ 7%) ແລະ ບັນດາແຫຼ່ງທຶນທີ່ລະດົມໄດ້ຈາກແຫຼ່ງຕ່າງໆ (ຄືທຶນສັບຊ້ອນຈາກໂຄງການອື່ນ 4,7%, ທຶນສິນເຊື່ອ 78,3%, ທຶນຂອງວິສາຫະກິດ: 3,1%, ທຶນທີ່ປະຊາຊົນປະກອບສ່ວນ: 4,7%).
ບັນດາບັນຫາທີ່ວາງອອກມາ ແລະ ມາດຕະການປະຕິບັດ
ເຖິງວ່າການກະສິກຳ, ຊົນນະບົດ ໄດ້ບັນລຸບັນດາຜົນງານທີ່ໃຫຍ່ຫຼວງດັ່ງກ່າວເທິງນີ້ກໍ່ຕາມ, ແຕ່ການກະສິກຳ, ຊົນນະບົດຢູ່ປະເທດຫວຽດນາມ ກໍ່ໄດ້ແລະພວມມີບັນດາຂໍ້ຈຳກັດ, ຈຸດອ່ອນ ພ້ອມທັງຄວາມຫຍຸ້ງຍາກ, ສິ່ງທົດສອບຫຼາຍຢ່າງຈາກພາຍນອກ, ນັ້ນແມ່ນ:
ການຜະລິດກະສິກຳຫັນປ່ຽນຕາມທິດທັນສະໄໝ, ຂະໜາດໃຫຍ່ ຢ່າງຊັກຊ້າ; ມູນຄ່າເພີ່ມ, ຄວາມສາມາດແຂ່ງຂັນຂອງຜະລິດຕະພັນກະສິກຳຫຼາຍປະເພດ ກໍ່ຍັງຕ່ຳ; ເສດຖະກິດຄອບຄົວຍັງກວມເອົາອັດຕາສ່ວນໃຫຍ່, ດິນຜະລິດຍັງກະແຈກກະຈາຍ ເຊິ່ງກໍ່ຄວາມຫຍຸ້ງຍາກໃຫ້ແກ່ການໝູນໃຊ້ວິທະຍາສາດ - ເຕັກໂນໂລຊີ, ລະດັບນຳໃຊ້ກົນຈັກໄດ້ເພີ່ນຂຶ້ນ ແຕ່ກໍ່ຍັງຕ່ຳ ແລະ ບໍ່ຄົບຊຸດ; ອຸດສາຫະກຳປຸງແຕ່ງ ແລະ ອຸດສາຫະກຳສະໜັບສະໜູນຂະຫຍາຍຕົວຢ່າງຊັກຊ້າ; ໂຄງປະກອບແຮງງານຫັນປ່ຽນຢ່າງຊັກຊ້າ, ອັດຕາສ່ວນແຮງງານກະສິກຳຍັງສູງ ເມື່ອທຽບກັບແຮງງານທັງໝົດໃນສັງຄົມ (46%); ຜະລິດຕະພາບແຮງງານ ແລະ ຄວາມສາມາດແຂ່ງຂັນກໍ່ຍັງຕ່ຳ; ຕະຫຼາດຈຳໜ່າຍຜະລິດຕະພັນກະສິກຳ ຍັງບໍ່ມີຄວາມໝັ້ນທ່ຽງ, ໂຄງປະກອບຜະລິດຕະພັນສົ່ງນອກໄດ້ຮັບການປົວແປງບໍ່ຫຼາຍປານໃດ (ຜະລິດຕະພັນຍັງເປັນແບບວັດຖຸດິບ, ການປຸງແຕ່ງທີ່ມີມູນຄ່າເພີ່ມຕ່ຳ ຍັງກວມອັດຕາສ່ວນສູງ), ຍັງບໍ່ມີເຄື່ອງໝາຍການຄ້າຜະລິດຕະພັນກະສິກຳແຫ່ງຊາດທີ່ແຂງແຮງ; ອະນາໄມຄວາມປອດໄພດ້ານສະບຽງ ອາຫານ ກໍ່ຍັງເປັນບັນຫາທີ່ເຮັດໃຫ້ປະຊາຊົນກັງວົນ ເດືອດຮ້ອນ; ການດຶງດູດແຫຼ່ງພະລັງສັງຄົມທີ່ລົງທຶນໃຫ້ແກ່ການກະສິກຳ, ຊົນນະບົດ ກໍ່ຍັງຖືກຈຳກັດ; ໂຄງສ້າງພື້ນຖານກະສິກຳ, ຊົນນະບົດ ຍັງບໍ່ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ; ການຈັດວາງໂຄງປະກອບກະສິກຳຄືນໃໝ່ຢູ່ຫຼາຍທ້ອງຖິ່ນ ຍັງບໍ່ໄດ້ຮັບຄວາມເອົາໃຈໃສ່ທີ່ເໝາະສົມ, ການຈັດຕັ້ງປະຕິບັດຍັງຊັກຊ້າ, ຜົນສຳເລັດຍັງບໍ່ໄດ້ຈະແຈ້ງ, ຄວາມເຕີບໂຕຍັງບໍ່ມີຄວາມໝັ້ນຄົງ.
ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ບັນລຸຄວາມຄືບໜ້າຢ່າງຊັກຊ້າ ເມື່ອທຽບກັບຄາດໝາຍທີ່ໄດ້ວາງອອກ (ເຖິງທ້າຍປີ 2015 ຈຳນວນຕາແສງທີ່ບັນລຸມາດຕະຖານຊົນນະບົດໃໝ່່ໄດ້ 17,5% ທຽບກັບຄາດໝາຍຂອງໂຄງການແມ່ນ 20%), ແຫຼ່ງພະລັງຢູ່ຫຼາຍບ່ອນຍັງຂາດເຂີນ, ການລະດົມແຫຼ່ງພະລັງກໍ່ເກີນຄວາມສາມາດຂອງປະຊາຊົນ ດັ່ງນັ້ນຈຶ່ງມີການຄ້າງຊຳລະ; ຊີວິດການເປັນຢູ່ຂອງປະຊາຊົນເຂດຊົນນະບົດຢູ່ຫຼາຍແຫ່ງ, ພິເສດແມ່ນຢູ່ເຂດພູດອຍ, ເກາະທະເລ, ເຂດຫ່າງໄກສອກຫຼີກ ຍັງພົບຄວາມຫຍຸ້ງຍາກຫຼາຍຢ່າງ.
ການຂະຫຍາຍຕົວຂອງເສດຖະກິດສະຫະກອນກໍ່ຍັງຊັກຊ້າ, ການເຄື່ອນໄຫວຂອງສະຫະກອນກະເສດມີປະສິດທິຜົນຕ່ຳ; ວິສາຫະກິດດ້ານກະສິກຳມີຈຳນວນໜ້ອຍທີ່ສຸດ (ຫາກໍ່ກວມພຽງ 1% ຂອງຈຳນວນວິສາຫະກິດທັງໝົດໃນທົ່ປະເທດ), ຄວາມສາມາດແຂ່ງຂັນຍັງອ່ອນ; ການຈັດຕັ້ງຜະລິດແບບສະຫະກອນ, ການເຊື່ອມຕໍ່ພວງພະນັງກໍ່ໄດ້ດຳເນີນໄປຢ່າງຊັກຊ້າ.
ເພື່ອປະຕິບັດໃຫ້ມີປະສິດທິຜົນ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ແລະ ສືບຕໍ່ປະຕິບັດເປົ້າໝາຍຂອງມະຕິສະບັບເລກທີ 26-NQ/TW, ລົງບັນທີ 5 ສິງຫາ 2008, ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X “ກ່ຽວກັບກະສິກຳ, ຊາວນາ, ຊົນນະບົດ”, ໃນເວລາຕໍ່ໄປນີ້, ຂະແໜງການກະສິກຳຕ້ອງສຸມໃສ່ວຽກງານຕ່າງໆ ດັ່ງລຸ່ມນີ້:
- ຍູ້ແຮງການຈັດວາງໂຄງປະກອບຄືນໃໝ່, ຫັນປ່ຽນການຜະລິດກະສິກຳຢ່າງແຂງແຮງ ຈາກການພັດທະນາຕາມລວງກວ້າງ ທີ່ຖືເອົາຈຳນວນເປັນເປົ້າໝາຍສູ້ຊົນ ມາເປັນການຍົກສູງຄຸນນະພາບ, ມູນຄ່າເພີ່ມ ແລະ ຄວາມສາມາດແຂ່ງຂັນສາກົນ. ເພີ່ມທະວີການໝູນໃຊ້ວິທະຍາສາດ - ເຕັກໂນໂລຊີ, ມີການບຸລິມະສິດໃນການໝູນໃຊ້ເຕັກໂນໂລຊີສູງ ແລະ ບັນດາລຳດັບການດຳເນີນການຜະລິດທີ່ກ້າວໜ້າ ແນໃສ່ສ້າງຄວາມບຸກທະລຸທາງດ້ານຜະລິດຕະພາບ, ຄຸນນະພາບຂອງຕົ້ນປູກ ສັດລ້ຽງ, ຮັບປະກັນຄວາມປອດໄພດ້ານສະບຽງອາຫານ ແລະ ມີຄວາມປອດໄພຕໍ່ສິ່ງແວດລ້ອມ.
- ສືບຕໍ່ປ່ຽນແປງໃໝ່ ແລະ ພັດທະນາ ບັນດາຮູບການຈັດຕັ້ງການຜະລິດທີ່ເໝາະສົມ, ມີຈຸດສຸມໃຈກາງ ແມ່ນການປ່ຽນແປງໃໝ່ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາວິສາຫະກິດແຫ່ງລັດ, ບໍລິສັດກະສິກຳ, ປ່າໄມ້ ແລະ ສະຫະກອນ; ພັດທະນາບັນດາຮູບການຮ່ວມມື, ເຊື່ອມຕໍ່ການຜະລິດ ການແຈກຢາຍຈຳໜ່າຍຜະລິດຕະພັນກະສິກຳ ຕາມພວງພະນັງມູນຄ່າປິດ, ເຊື່ອມຕໍ່ກັບລະບົບແຈກຢາຍຈຳໜ່າຍທົ່ວໂລກ; ມີການສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ແກ່ວິສາຫະກິດລົງທຶນເຂົ້າໃນການກະສິກຳ, ຊົນນະບົດ.
- ພັດທະນາອຸດສາຫະກຳປຸງແຕ່ງ, ປຸງແຕ່ງຫົວອາຫານສັດລ້ຽງ, ກະສິກຳ, ປ່າໄມ້, ສິນໃນນ້ຳ ຢ່າງແຂງແຮງ ເພື່ອຫຼຸດຜ່ອນຄວາມເສຍຫາຍ ແລະ ຍົກສູງມູນຄ່າເພີ່ມ; ພັັດທະນາອຸດສາຫະກຳ ແລະ ການບໍລິການຢູ່ຊົນນະບົດ ເພື່ອສ້າງວຽກເຮັດງານທຳ ແລະ ຫັນປ່ຽນແຮງງານກະສິກຳ.
- ຂຸດຄົ້ນຢ່າງສຸດຂີດ ກາລະໂອກາດໂດຍການເຊື່ອມໂຍງສາກົນນຳມາໃຫ້ ເພື່ອພັດທະນາຕະຫຼາດຈຳໜ່າຍຢ່າງແຂງແຮງ, ຍູ້ແຮງການປະຕິບັດໂຄງການກໍ່ສ້າງເຄື່ອງໝາຍການຄ້າຜະລິດຕະພັນກະສິກຳ ຫວຽດນາມ; ມີນະໂຍບາຍທີ່ເໝາະສົມ ເພື່ອພັດທະນາ ແລະ ຈຳໜ່າຍ ສຳລັບແຕ່ລະໝວດຜະລິດຕະພັນທີ່ຕ່າງກັນ: 1- ໝວດຜະລິດຕະພັນທີ່ມີທ່າໄດ້ປຽບແຫ່ງຊາດ, 2- ໝວດຜະລິດຕະພັນທີ່ມີທ່າໄດ້ປຽບຂອງທ້ອງຖິ່ນ, 3- ໝວດຜະລິກຕະພັນພິເສດຂອງເຂດ, ພາກພື້ນ ທີ່ຕິດກັບການຊີ້ແນະທາງພູມສາດ.
- ສືບຕໍ່ລົງທຶນພັດທະນາ ແລະ ຫັນໂຄງສ້າງພື້ນຖານກະສິກຳ, ຊົນນະບົດ ເປັນທັນສະໄໝ; ຍົກສູງຄວາມສາມາດໃນການປ້ອງກັນ ຕ້ານ ແລະ ຫຼຸດຜ່ອນໄພພິບັດ ແລະ ຮັບມືກັບການປ່ຽນແປງດິນຟ້າອາກາດຢ່າງມີປະສິດທິຜົນ.
- ສືບຕໍ່ສຸມໃສ່ການຄົ້ນຄວ້າ, ປົວແປງບູລະນະກົນໄກ, ນະໂຍບາຍ ເພື່ອສ້າງກຳລັງໜູນໃໝ່ໃຫ້ແກ່ການພັດທະນາກະສິກຳ, ຊາວນາ, ຊົນນະບົດ, ເຊິ່ງກ່ອນອື່ນໝົດ ແລະ ສຳຄັນກວ່າໝູ່ ແມ່ນນະໂຍບາຍກ່ຽວກັບທີ່ດິນ, ອຳນວຍຄວາມສະດວກໃຫ້ແກ່ການສະສົມ ເຕົ້າໂຮມດິນຜະລິດ, ແກ້ໄຂຂໍ້ຄົງຄ້າງກ່ຽວກັບການຄຸ້ມຄອງ ແລະ ນຳໃຊ້ດິນປູກເຂົ້າ.
- ຍູ້ແຮງ ແລະ ຍົກສູງຄຸນນະພາບຂອງຂະບວນການກໍ່ສ້າງຊົນນະບົດໃໝ່ໄລຍະ 2016 – 2020 ຕາມຂໍ້ຕົກລົງສະບັບເລກທີ 1600/QĐ-TTg, ລົງວັນທີ 16 ສິງຫາ 2016, ຂອງນາຍົກລັດຖະມົນຕີ, ກ່ຽວກັບ “ການອະນຸມັດຜ່ານ ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັັບການກໍ່ສ້າງຊົນນະບົດໃໝ່ ໄລຍະ 2016 – 2020”, ປະຕິບັດບັນດາເນື້ອໃນກ່ຽວກັບເສດຖະກິດ ແລະ ສັງຄົມ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຮັກສາສິ່ງແວດລ້ອມ, ກໍ່ສ້າງພັກ, ປັບປຸງລະບົບການເມືອງຢ່າງຄົບຊຸດ; ສືບຕໍ່ຍົກສູງຄຸນນະພາບ, ປະສິດທິຜົນ ບັນດາດັດຊະນີກ່ຽວກັບຊົນນະບົດໃໝ່ ສຳລັບບັນດາຕາແສງ, ເມືອງ ທີ່ໄດ້ຮັບການຮັບຮອງວ່າໄດ້ບັນລຸມາດຕະຖານຊົນນະບົດໃໝ່; ໃຫ້ຄວາມສຳຄັນແກ່ບັນດາເນື້ອໃນກ່ຽວກັບການຈັດຕັ້ງການຜະລິດ, ຈັດວາງໂຄງສ້າງພື້ນຖານຂະແໜງການກະສິກຳຄືນໃໝ່, ພັດທະນາວິຊາອາຊີບ, ຍົກສູງຄວາມສາມາດການຜະລິດ, ປົວແປງດ້ານລາຍໄດ້, ຫຼຸດຜ່ອນຄວາມອຶດຫິວ ແລະ ຄວາມທຸກຍາກ, ກໍ່ສ້າງຊີວິດວັດທະນະທຳ, ກໍ່ສ້າງສະພາບແວດລ້ອມການດຳລົງຊີວິດທີ່ ຂຽວ-ສະອາດ-ສວຍງາມ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ໃຫ້ນັບມື້ນັບດີຂຶ້ນກວ່າເກົ່າ ເພື່ອຊົນນະບົດໃໝ່ພັດທະນາຕາມແບບຍືນຍົງ./.
ການສົ່ງນອກຜະລິດຕະພັນກະສິກຳ, ປ່າໄມ້, ສິນໃນນ້ຳ ໄດ້ຮັບການເພີ່ມຂຶ້ນຢ່າງໄວວາ ແຕ່ 19,5 ຕື້ໂດລາສະຫະລັດ (ປີ 2010) ຂຶ້ນເປັນ 30,45 ຕື້ໂດລາສະຫະລັດ (ປີ 2015) ຄາດກະຈະບັນລຸປະມານ 31 ຕື້ - 31,5 ຕື້ ໂດລາສະຫະລັດ (ປີ 2016). ຫວຽດນາມ ມີສິນຄ້າທີ່ບັນລຸລວມຍອດມຸນຄ່າສົ່ງນອກ ແຕ່ 1 ຕື້ ໂດລາສະຫະລັດ ຂຶ້ນໄປ ແລະ ມີອັນດັບສູງໃນຕະຫຼາດສາກົນເປັນ 10 ປະເພດ ນັ້ນແມ່ນ ໝາກມ່ວງຫິມະພານ, ໝາກພິກໄທ, ປາ... (ເປັນອັນດັບທີ່ໜຶ່ງ); ເຂົ້າສານ, ກາເຟ (ເປັນອັນດັບທີ່ສອງ); ກຸ້ງ (ເປັນອັນດັບທີ່ສາມ, ສະເພາະກຸ້ງກຸລາດຳເປັນອັນດັບທີ່ໜຶ່ງ), ຢາງພາລາ (ເປັນອັນດັບທີ່ສີ່), ເຄື່ອງໄມ້ຕົກແຕ່ງພາຍໃນ ແລະ ພາຍນອກ, ຜັກ, ດອກໄມ້, ມັນຕົ້ນ. ຫວຽດນາມໄດ້ກາຍເປັນໜຶ່ງໃນ 15 ປະເທດ ທີ່ມີການສົ່ງນອກຜະລິດຕະພັນກະສິກຳໃຫຍ່ທີ່ສຸດຢູ່ໃນໂລກ.
ນັບເຖິງວັນທີ 15 ກັນຍາ 2016, ທົ່ວປະເທດໄດ້ມີຕາແສງທີ່ໄດ້ຮັບການຮັບຮອງບັນລຸໄດ້ມາດຕະຖານກ່ຽວກັບຊົນນະບົດໃໝ່ເປັນ 2.045 ຕາແສງ (ກວມເອົາ 23% ຈຳນວນຕາແສງໃນທົ່ວປະເທດ), ໄດ້ເພີ່ມຂຶ້ນຕື່ມອີກ 515 ຕາແສງ (ເທົ່າກັບ 5,9%) ທຽບກັບທ້າຍປີ 2015. ຈຳນວນດັດຊະນີທີ່ບັນລຸມາດຕະຖານຕາມສະເລ່ຍຂອງທົ່ວປະເທດ ແມ່ນ 13,1 ດັດຊະນີຕໍ່ໜຶ່ງຕາແສງ. ມີຫຼາຍດັດຊະນີທີ່ໄດ້ເພີ່ມຂຶ້ນຢ່າງສູງ, ຈຳນວນຕາແສງທີ່ບັນລຸດັດຊະນີດ້ານໄປຊະນີ ກວມ 90,9%; ຈຳນວນຕາແສງທີ່ບັນລຸດັດຊະນີດ້ານແຮງງານ ກວມ 85,48%; ຈຳນວນຕາແສງທີ່ບັນລຸດັດຊະນີດ້ານໄຟຟ້າຊົນນະບົດ ກວມ 82,38%; ຈຳນວນຕາແສງທີ່ບັນລຸດັດຊະນີດ້ານສາທາລະນະສຸກ ກວມ 67,1%; ຈຳນວນຕາແສງທີ່ບັນລຸດັດຊະນີດ້ານຊົນລະປະທານ ກວມ 61,37%; ຈຳນວນຕາແສງທີ່ບັນລຸດັດຊະນີດ້ານຕະຫຼາດຊົນນະບົດ ກວມ 57,95%; ຈຳນວນຕາແສງທີ່ບັນລຸດັດຊະນີດ້ານລາຍໄດ້ ກວມ 56,48%; ຈຳນວນຕາແສງທີ່ບັນລຸດັດຊະນີດ້ານແກ້ໄຂຄອບຄົວທຸກຍາກ ກວມ 53,36%; ຈຳນວນຕາແສງທີ່ບັນລຸດັດຊະນີດ້ານໂຮງຮຽນ ກວມ 42,12%; ຈຳນວນຕາແສງທີ່ບັນລຸດັດຊະນີດ້ານພື້ນຖານວັຖຸ ວັດທະນະທຳ ກວມ 34,56%;...
ຈຳນວນເມືອງ ທີ່ນາຍົກລັດຖະມົນຕີຕົກລົງຮັບຮອງວ່າໄດ້ບັນລຸມາດຕະຖານກ່ຽວກັບຊົນນະບົດໃໝ່ ເປັນ 24 ເມືອງ, ເພີ່ມຂຶ້ນຕື່ມອີກ 9 ເມືອງ ທຽບກັບທ້າຍປີ 2015. ຄາດວ່າ ເຖິງທ້າຍປີ 2016 ໃນທົ່ວປະເທດຈະມີ 30 ເມືອງ ຈະໄດ້ຮັບຮອງວ່າບັນລຸມາດຕະຖານກ່ຽວກັບຊົນນະບົດໃໝ່.
ໂດຍ ປອ. ຫງວຽນຊວນເກື່ອງ,
ກຳມະການສູນກາງພັກ, ລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ.
--------------------------------------
* ບົດນີ້ໄດ້ລົງພິມໃນວາລະສານກອມມູນິດ ສະບັບເລກທີ 890 (ເດືອນທັນວາ 2016)
(1) ແຫຼ່ງ: ປຶ້ມສະຖິຕິປະຈຳປີ 2015.
(2) ຕາມຂໍ້ຕົກລົງເລກທີ 1294/QĐ-BLĐTBXH, ສະບັບລົງວັນທີ 10 ທັນວາ 2015 ຂອງກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ກ່ຽວກັບ “ຂໍ້ຕົກລົງກ່ຽວກັບການອະນຸມັດຜ່ານຜົນງານແຫ່ງການສຳຫຼວດ, ກວດຄືນຄອບຄົວທີ່ທຸກຍາກ, ຄອບຄົວທີ່ຢູ່ໃກ້ຄວາມທຸກຍາກ ໃນປີ 2014”, ຈຳນວນຄອບຄົວທີ່ທຸກຍາກຢູ່ເຂດຊົນນະບົດຂອງທົ່ວປະເທດໃນປີ 2014 ມີ 1.312.656 ຄອບຄົວ, ກວມເອົາ 92,29% ຂອງຄອບຄົວທີ່ທຸກຍາກທັງໝົດໃນທົ່ວປະເທດ.