ຫວຽດນາມ ແລະ ລາວ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຄົ້ນຄວ້າກ່ຽວກັບທິດສະດີ ແລະ ພຶດຕິກໍາຕົວຈິງ
ຫວ່າງແລ້ວນີ້, ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກຢູ່ລາວ, ສະຫາຍ ຫງວຽນຊວນຖັ໊ງ ກໍາມະການກົມການເມືອງ, ຫົວໜ້າສະຖາບັນການເມືອງ ແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ແລະສະຫາຍ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີລາວ.
![]() |
ສະຫາຍ ຫງວຽນຊວນຖັ໊ງ ກໍາມະການກົມການເມືອງ, ຫົວໜ້າສະຖາບັນການເມືອງ ແຫ່ງຊາດໂຮ່ຈີມິນ, ປະທານສະພາທິດສະດີສູນກາງ ແລະສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ລາວ ແລະສະຫາຍ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີລາວ. |
ທີ່ການຕ້ອນຮັບ, ສະຫາຍ ຫງວຽນຊວນຖັ໊ງ ສະແດງຄວາມປິຕິຊົມຊື່ນຕໍ່ສາຍ ພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມື ຮອບດ້້ານຫວຽດນາມ-ລາວ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ ແລະ ຂອບໃຈການສະໜັບສະໜູນ, ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ ເຊິ່ງລາວ ໄດ້ສະຫງວນໃຫ້ແກ່ຫວຽດນາມ ນັບແຕ່ກ່ອນມາຮອດປະຈຸບັນ. ສະຫາຍ ຫງວຽນຊວນຖັ໊ງ ຢັ້ງຢືນວ່າ ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ຈະສົມທົບກັນຢ່າງແໜ້ນແຟ້ນກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງ ຊາດລາວ ຜັນຂະຫຍາຍປະຕິບັດຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດ ແລະ ສອງສະຖາບັນ ໃຫ້ເປັນຢ່າງດີ, ປະກອບສ່ວນປະຕິບັດ ມະຕິກອງປະຊຸມໃຫຍ່ ຂອງແຕ່ລະພັກຢ່າງມີໄຊ ແລະ ເຮັດໃຫ້ສາຍພົວພັນ ສາມັກຄີ ແບບພິເສດ ຫວຽດນາມ-ລາວ ເລິກເຊິ່ງກວ່າອີກ.
ບັນດາສະຫາຍການນໍາຂັ້ນສູງຂອງລາວ ສະແດງຄວາມປາດຖະໜາວ່າ ສອງ ສະຖາບັນຈະສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຄົ້ນຄວ້າກ່ຽວກັບ ທິດສະດີ ແລະ ສະຫຼຸບພຶດຕິກໍາຕົວຈິງ, ໂດຍສະເພາະແມ່ນບັນດາບັນຫາໃໝ່ທີ່ ວາງອອກ; ສືບຕໍ່ຍົກສູງວຽກງານສຶກສາ-ບຳລຸງສ້າງ ໃຫ້ພະນັກງານຊ່ວຍໃຫ້ ລາວ, ປະກອບສ່ວນປະຕິບັດກິດຈະການປ່ຽນແປງໃໝ່ຢູ່ແຕ່ລະປະເທດຢ່າງ ມີໄຊ. ບັນດາສະຫາຍການນໍາຂັ້ນສູງຂອງລາວ ໄດ້ສົ່ງຄໍາຢື້ຢາມຖາມຂ່າວເຖິງ ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ແລະ ການນໍາຂັ້ນສູງຂອງພັກ, ລັດຫວຽດນາມ.
ບູນມີ