07:44 | 23/11/2022

ນະຄອນໂຮ່ຈີມິນ ສະເຫຼີມສະຫຼອງວັນປະກາດເອກະລາດຂອງລາຊະອານາຈັກ ກຳປູເຈຍ

ການເຄື່ອນໄຫວຕ້ອນຮັບບຸນປີໃຫມ່ປະຈຳຊາດ ກຳປູເຈຍ, ລາວ, ມຽນມາ, ໄທ ຢູ່ ນະຄອນໂຮ່ຈີມິນ ການເຄື່ອນໄຫວຕ້ອນຮັບບຸນປີໃຫມ່ປະຈຳຊາດ ກຳປູເຈຍ, ລາວ, ມຽນມາ, ໄທ ຢູ່ ນະຄອນໂຮ່ຈີມິນ
ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ນະຄອນໂຮ່ຈີມິນ ແລະ ສະມາຄົມຂະແມ - ຫວຽດນາມ ໄດ້ມອບຂອງຂວັນບຸນເຕັດ ໃຫ້ປະຊາຊົນເຊື້ອຊາດຫວຽດນາມ ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ນະຄອນໂຮ່ຈີມິນ ແລະ ສະມາຄົມຂະແມ - ຫວຽດນາມ ໄດ້ມອບຂອງຂວັນບຸນເຕັດ ໃຫ້ປະຊາຊົນເຊື້ອຊາດຫວຽດນາມ

ໃນໄລຍະທີ່ຜ່ານມາ, ສະມາຄົມມິດຕະພາບ ຫວຽດນາມ-ກຳປູເຈຍ ນະຄອນໂຮ່ຈີມິນ ໄດ້ສົມທົບກັນຈັດຕັ້ງຫຼາຍການເຄື່ອນໄຫວສະເຫຼີມສະຫຼອງວັນບຸນໃຫຍ່ໃນການພົວພັນລະຫວ່າງຫວຽດນາມ ແລະກຳປູເຈຍ ປະສົບຜົນສໍາເລັດ; ຜັນຂະຫຍາຍບັນດາໂຄງການພົບປະແລກປ່ຽນ, ມອບທຶນການສຶກສາໃຫ້ບັນດານັກສຶກສາກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນ ຢ່າງມີປະສິດທິຜົນ; ກວດພະຍາດ ແລະແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ຄົນເຈັບທຸກຍາກເກືອບ 1.000 ຄົນຢູ່ກຳປູເຈຍ...

ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ ກັບນັກສຶກສາກຳປູເຈຍ ທີ່ພວມຮ່ຳຮຽນຢູ່ນະຄອນໂຮ່ຈີມິນ. ພາບ: ຊວນຢຸຍ

ທີ່ການພົບປະສັງສັນ, ທ່ານ Sok Dareth, ຫົວໜ້າສະຖານກົງສູນໃຫຍ່ກຳປູເຈຍ ປະຈຳນະຄອນໂຮ່ຈີມິນ ຢືນຢັນວ່າ: ປະຫວັດສາດແຫ່ງການຕໍ່ສູ້ເພື່ອຍາດເອົາເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງກຳປູເຈຍ ຍາມໃດກໍ່ຕິດພັນກັບຄວາມສາມັກຄີອັນແໜ້ນແຟ້ນລະຫວ່າງ ກຳປູເຈຍ ແລະຫວຽດນາມ, ຄວາມສາມັກຄີ ແລະການຊ່ວຍເຫຼືອເຊິ່ງກັນ ແລະກັນໃນເວລາທີ່ຫຍຸ້ງຍາກ, ການເສຍສະຫຼະ, ຄວາມສະໜິດຕິດພັນຄຽງບ່າຄຽງໄຫຼ່ລະຫວ່າງປະຊາຊົນສອງປະເທດ; ພ້ອມທັງໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ມານະພະຍາຍາມ, ຊຸກຍູ້, ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບ, ຄວາມສາມັກຄີ, ຍູ້ແຮງ ແລະຍົກສູງການພົວພັນຮ່ວມມືອັນດີງາມ ແລະຮອບດ້ານລະຫວ່າງກຳປູເຈຍ ແລະຫວຽດນາມ.

ກອ​ງ​ທັບ​

Link: https://huunghivietlao.thoidai.com.vn/detail-article-15811.html

In bài biết