07:00 | 09/11/2022

ຊຸກຍູ້ວຽກງານປະຊາຄົມຢູ່ມາເລເຊຍ

ຊຸກຍູ້ການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ ຊຸກຍູ້ການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ
ການຢ້ຽມຢາມ ຫວຽດນາມ ຂອງ ເຟຣເດີຣິກ ອົງມົງກຸດລາຊະກຸມມານ ແຫ່ງລາຊະອານາຈັກເດນມາກ ໄດ້ປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍໃຫ້ດີຍິງຂຶ້ນອີກ ການຢ້ຽມຢາມ ຫວຽດນາມ ຂອງ ເຟຣເດີຣິກ ອົງມົງກຸດລາຊະກຸມມານ ແຫ່ງລາຊະອານາຈັກເດນມາກ ໄດ້ປະກອບສ່ວນຊຸກຍູ້ການພົວພັນສອງຝ່າຍໃຫ້ດີຍິງຂຶ້ນອີກ

ໃນລະຫວ່າງວັນທີ 03 – 05 ພະຈິກ, ຄະນະປະຕິບັດງານຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໂດຍທ່ານ ມາຍຟານຢຸງ, ຮອງຫົວໜ້າຄະນະກຳມະການນຳໜ້າ, ໄດ້ໄປຢ້ຽມຢາມມາເລເຊຍ ເພື່ອແນໃສ່ຊອກຮູ້ສະພາບການຂອງປະຊາຄົມຊາວຫວຽດນາມ ຢູ່ປະເທດປະຈຳຖິ່ນ, ຊຸກຍູ້ວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນໄລຍະຈະມາເຖິງ.

ການເຄື່ອນໄຫວຂອງຄະນະປະຕິບັດງານຢູ່ມາເລເຊຍ. ພາບ: scov.gov.vn
ການເຄື່ອນໄຫວຂອງຄະນະປະຕິບັດງານຢູ່ມາເລເຊຍ. ພາບ: scov.gov.vn

ໂດຍຕີລາຄາສູງວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຊິ່ງສະຖານທູດຫວຽດນາມ ປະຈຳ ມາເລເຊຍ ໄດ້ຜັນຂະຫຍາຍໃນໄລຍະຜ່ານມາ, ທ່ານ ມາຍຟຽນຢຸງ ສະເໜີໃຫ້ສະຖານທູດ ສືບຕໍ່ສົມທົບກັບຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນວຽກງານດັ່ງກ່າວ; ເພີ່ມທະວີການຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ເອົາໃຈໃສ່ເຖິງຄວາມມຸ່ງມາດປາດຖະໜາຂອງຜູ້ອອກແຮງງານ; ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດເຂົ້າຮ່ວມການເຄື່ອນໄຫວໂດຍຄະນະກຳມະການຈັດຕັ້ງຂຶ້ນ.

ທີ່ການເຮັດວຽກກັບຜູ້ຕາງໜ້າສະມາຄົມຊາວຫວຽດນາມ ອາໄສຢູ່ມາເລເຊຍ, ທ່ານຮອງຫົວໜ້າ ມາຍຟານຢຸງ ໄດ້ແຈ້ງໃຫ້ພໍ່ແມ່ປະຊາຊົນຊາບກ່ຽວກັບນະໂຍບາຍຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ; ຮັບຟັງການແບ່ງປັນກ່ຽວກັບຄວາມຫຍຸ້ງຍາກ, ຂໍ້ຕິດຄັດ ແລະຂໍ້ສະເໜີແນະຂອງພໍ່ແມ່ປະຊາຊົນ.

ກອ​ງ​ທັບ​

Link: https://huunghivietlao.thoidai.com.vn/detail-article-15700.html

In bài biết