09:13 | 21/10/2022

UNDP ຮ່ວມເດີນທາງພ້ອມກັບ ຫວຽດນາມ ໃນການຟື້ນຟູເສດຖະກິດ

undefined
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຕ້ອນຮັບທ່ານນາງ Ramla Al Khalidi, ຜູ້ຕາງໜ້າຂອງ UNDP ປະຈຳ ຫວຽດນາມ

ວັນທີ 19 ຕຸລາ, ທີ່ສຳນັກງານກະຊວງການຕ່າງປະເທດ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຕ້ອນຮັບທ່ານນາງ Ramla Al Khalidi, ຜູ້ຕາງໜ້າຂອງໂຄງການ ສປຊ ເພື່ອການພັດທະນາ (UNDP) ປະຈຳ ຫວຽດນາມ ເຂົ້າຍື່ນສານຕາຕັ້ງເນື່ອງໃນໂອກາດເລີ່ມມາປະຕິບັດໜ້ທີ່ຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ສະເໜີໃຫ້ UNDP ສືບຕໍ່ໜູນຊ່ວຍແຫຼ່ງກຳລັງ, ໃຫ້ຄຳປຶກສາດ້ານນະໂຍບາຍ, ແບ່ງປັນປະສົບການເພື່ອໃຫ້ ຫວຽດນາມ ປະຕິບັດຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2030, ປະຕິບັດການຫັນປະເທດເປັນອຸດສາຫະກິດ - ທັນສະໄໝ ດ້ວຍ 3 ຂອດບຸກທະລຸກ່ຽວກັບການສ້າງ ແລະ ຍົກສູງຄຸນນະພາບລະບອບລະບຽບການໃຫ້ສົມບູນແບບ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ປັບປຸງລະບົບໂຄງປະກອບພື້ນຖານໂຄງລ່າງ.

ສ່ວນທ່ານນາງ Ramla Al Khalidi ຢັ້ງຢືນວ່າ: UNDP ຍາມໃດກໍ່ຖືການຮ່ວມມືກັບ ຫວຽດນາມ ເປັນສຳຄັນ ແລະ ຈະມານະພະຍາຍາມຮ່ວມມືຢ່າງແໜ້ນແຟ້ນເພື່ອປະຕິບັດສຳເລັດເອກະສານໂຄງການແຫ່ງຊາດລະຫວ່າງ ຫວຽດນາມ ແລະ UNDP ໄລຍະ 2022 – 2026 ແລະ ຂອບການຮ່ວມມືລະຫວ່າງ ຫວຽດນາມ ແລະ ສປຊ ໄລຍະ 2022 – 2026, ພິເສດແມ່ນໃນການຟື້ນຟູເສດຖະກິດ, ໜູນຊ່ວຍບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ, ໜູນຊ່ວຍການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ໝູນໃຊ້ເຕັກໂນໂລຊີດີຈີຕອນໃນບັນດາຂົງເຂດສາທາລະນະສຸກ - ການສຶກສາ.

ວີ​ໂອ​ວີ

Link: https://huunghivietlao.thoidai.com.vn/detail-article-15579.html

In bài biết