07:41 | 21/10/2022

ຫວຽດ​ນາມ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ຮັບ​ປະ​ກັນ ແລະ ຊຸກ​ຍູ້​ສິ​ດ​ທິ​ມະ​ນຸດ

undefined
ທ່ານນາງ ເລທິມິງທວາ ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ

ກ່າວຄຳເຫັນທີ່ການປຶກສາຫາລື, ທ່ານນາງ ເລທິມິງທວາ ອັກຄະລັດຖະທູດ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ເນັ້ນໜັກວ່າ ພື້ນຖານສຳຄັນໃຫ້ແກ່ການຮັບປະກັນ ແລະ ຊຸກຍູ້ສິດທິມະນຸດແມ່ນຍົກສູງລັດທິຫຼາຍຝ່າຍ, ເພີ່ມທະວີຄວາມສາມັກຄີ ແລະ ຮ່ວມມືໃນການຮັບມືກັບບັນດາສິ່ງທ້າທາຍທົ່ວໂລກ, ຮັບປະກັນສັນຕິພາບໂລກ. ວິທີການທີ່ມີປະສິດທິຜົນທີ່ສຸດເພື່ອແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງ ສິດທິມະນຸດແມ່ນດຳເນີນການໂອ້ລົມສົນທະນາທີ່ມີລັກສະນະສ້າງສັນ ແລະ ຮ່ວມມື ເພື່ອແນໃສ່ຮັບປະກັນການດຳລົງຊີວິດອັນດີງາມກ່ວາອີກ ແລະ ກຽດສັກສີໃຫ້ແກ່ປະຊາຊົນ.

ຜູ້ຕາງໜ້າ ຫວຽດນາມ ກໍ່ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືມະນຸດເປັນໃຈກາງ, ແມ່ນເປົ້າໝາຍຊົມໃຊ້, ກຳລັງໜູນຫຼັກຂອງວິວັດການພັດທະນາ. ທ່ານນາງ ເລທິມິງທວາ ກໍ່ຍົກໃຫ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມມານະພະຍາຍາມ, ໝາກຜົນ ແລະ ຜົນງານເຊິ່ງ ຫວຽດນາມ ບັນລຸໄດ້ໃນຂົງເຂດນີ້ ໃນເວລາຜ່ານມາ ຄືການເຕີບໂຕເສດຖະກິດກວມລວມ ແລະ ຍືນຍົງ, ປະຕິຮູບກົດໝາຍ, ລະບອບລະບຽບການເພື່ອຮັບປະກັນສິດທິມະນຸດໃຫ້ດີກ່ວາເກົ່າ, ເປັນຕົ້ນແມ່ນກຸ່ມຄົນທີ່ມີຄວາມສ່ຽງ. ບົນເນື້ອໃນຈິດໃຈ “ເຄົາລົບນັບຖືເຊິ່ງກັນແລະກັນ, ໂອ້ລົມສົນທະນາ ແລະ ການຮ່ວມມື, ຮັບປະກັນທຸກສິດໃຫ້ແກ່ທຸກຄົນ”, ຫວຽດນາມ ຈະຮ່ວມມືກັບບັນດາປະເທດສະມາຊິກ ແລະ ບັນດາຝ່າຍທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ເພື່ອຮັບປະກັນ ແລະ ຊຸກຍູ້ສິດທິມະນຸດ.

ວີ​ໂອ​ວີ

Link: https://huunghivietlao.thoidai.com.vn/detail-article-15576.html

In bài biết