16:30 | 18/10/2022

ປະທານ EuroCham: ຫວຽດນາມ ນຳມາເຊິ່ງກາລະໂອກາດລົງທຶນອັນໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດ ເອີລົບ

ດານັ້ງ ສົ່ງເສີມການລົງທຶນຈາກ ເອີລົບ ດານັ້ງ ສົ່ງເສີມການລົງທຶນຈາກ ເອີລົບ
ເຊື່ອມຕໍ່ ປັນຍາຊົນໜຸ່ມ ຫວຽດນາມ ຢູ່ ເອີລົບ: ແຜ່ກະຈາຍຄວາມຮູ້, ສົ່ງເສີມຄວາມເມົ່າມົວ ສ້າງໂລກ ເຊື່ອມຕໍ່ ປັນຍາຊົນໜຸ່ມ ຫວຽດນາມ ຢູ່ ເອີລົບ: ແຜ່ກະຈາຍຄວາມຮູ້, ສົ່ງເສີມຄວາມເມົ່າມົວ ສ້າງໂລກ
ພາບ: YouGov Decision Lab
ພາບ: YouGov Decision Lab

ຕາມໝາກຜົນຫຼ້າສຸດຂອງດັດຊະນີສະພາບແວດລ້ອມແຫ່ງການດຳເນີນທຸລະກິດ (IBC) ເຊິ່ງ YouGov Decision Lab ແລະ ສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ (EuroCham) ປະກາດໃນວັນທີ 17 ຕຸລາ, ໃນໄຕມາດທີ 3 ປີ 2022, ພື້ນຖານເສດຖະກິດ ຫວຽດນາມ ເຕີບໂຕສະຖິຕິຢູ່ລະດັບ 13,67% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ສຳລັບການລົງທຶນໂດຍກົງຈາກຕ່າງປະເທດ, ມີການຄາດຄະເນ 42% ທີ່ຄາດວ່າ ບໍລິສັດຂອງເຂົາເຈົ້າຈະເພີ່ມແຫຼ່ງທຶນ FDI ເຂົ້າ ຫວຽດນາມ ໃນປີ 2022. ຕາມທ່ານ Alain Cany, ປະທານ EuroCham ແລ້ວ, ຫວຽດນາມ ນຳມາເຊິ່ງກາລະໂອກາດຢ່າງໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດ ເອີລົບ, ພິເສດແມ່ນແງ່ຫວັງໃນໄລຍະກາງ ແລະ ໄລຍະສັ້ນ. ຜ່ານສັນຍາການຄ້າເສລີ ຫວຽດນາມ - ອີຢູ ແລະ ຄຳໝັ້ນສັນຍາລວມຂອງ ອີຢູ ກ່ຽວກັບການພັດທະນາແບບຍືນຍົງ, ບັນດາບໍລິສັດຂອງ ຫວຽດນາມ ແລະ ເອີລົບ ຍັງມີຄວາມສາມາດບົ່ມຊ້ອນເຕີບໂຕຫຼາຍຢ່າງ. ແນ່ນອນວ່າ, ຫວຽດນາມ ຈະມີທີ່ຕັ້ງເປັນຢ່າງດີກວ່າໃນໄລຍະ 2-3 ປີ ຈະມາເຖິງ.

ວີ​ໂອ​ວີ

Link: https://huunghivietlao.thoidai.com.vn/detail-article-15560.html

In bài biết