ອັດຕະປື ເປີດໂຄງການກໍ່ສ້າງ ອະນຸສາວະລີ ບັນພະບູລຸດລາວ
ຂປລ. ແຂວງອັດຕະປື ຈັດພິທີວາງສີລະລຶກ ໂຄງການກໍ່ສ້າງອານຸສາວະລີ ພຣະເຈົ້າໄຊຍະເຊດຖາທິຣາດ ວິລະກະສັດ ທີ່ມີຄວາມປີຊາສາມາດ ໃນສະໄໝອະນາຈັກລາວລ້ານຊ້າງ ໃນວັນທີ 21 ມິຖຸນາຜ່ານມາ ໂດຍມີ ທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດແຫ່ງ ສປປ ລາວ ພ້ອມພັນລະຍາ, ມີ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີເຈົ້າແຂວງເຊກອງ, ຮອງເຈົ້າແຂວງອ້ອມຂ້າງ, ຮອງລັດຖະມົນຕີກະຊວງ ຖວທ, ມີພາກສ່ວນກ່ຽວຂ້ອງ ຕະຫລອດຮອດມວນຊົນພາຍໃນແຂວງອັດຕະປື ເຂົ້າຮ່ວມ.
ທ່ານ ພົງໄຊໄຊຊະນະ ໄຊຍະເສນາ ຜູ້ອຳນວຍການໃຫຍ່ບໍລິສັດ ວັງຕັດຂຸດຄົ້ນບໍ່ແຮ່ ເຊິ່ງເປັນບໍລິສັດຮັບເໝົາ ໂຄງການກໍ່ສ້າງ ໄດ້ຍົກໃຫ້ເຫັນວ່າ: ໂຄງການນີ້ ໃຊ້ເນື້ອທີ່ ໃນການກໍ່ສ້າງທັງໝົດ 1,8 ເຮັກຕາ, ລັກສະນະຮູບປັ້ນຫລໍ່ ອານນຸສາວະລີຂອງພຣະອົງ ແມ່ນມີລັກສະນະຂີຊ້າງຂ້າເສິກ ແລະ ນັ່ງສະງ່າຢູ່ຫລັງຊ້າງ ປິ່ນໜ້າໄປທາງທິດຕາເວັນອອກ, ມີຂະໜາດ 14 ມ x 22,8 ມ, ລວມມູນຄ່າການກໍ່ສ້າງ 25 ຕື້ກີບ ໂດຍຈະໃຊ້ເວລາໃນການກໍ່ສ້າງ 18 ເດືອນ, ໃນນັ້ນ ບໍລິເວນດ້ານໃນ ຂອງສວນຈະມີ ນໍ້າພຸ, ຫໍມູນເຊື້ອ, ເປັນບ່ອນນັ່ງພັກຜ່ອນ, ພ້ອມນີ້ພາຍໃນສວນ ຍັງເປັນບ່ອນຈັດກິດຈະກຳຕ່າງໆຂອງແຂວງ, ເມືອງຕື່ມອີກ ເຊິ່ງສວນແຫ່ງນີ້ຕັ້ງ ຢູ່ຈຸດສາມແຍກ ບ້ານຫາດຊາຍຂາວ ເຂດພະເມືອງ, ເມືອງໄຊເຊດຖາ ແຂວງອັດຕະປື.
ການສ້າງອານຸສາວະລີດັ່ງກ່າວ ແມ່ນເພື່ອສະແດງຄວາມຮູ້ບຸນຄຸນ ຕໍ່ພຣະເຈົ້າໄຊຍະເສດຖາທິລາດ ທີ່ພະອົງໄດ້ປົກປັກຮັກສາ ແລະ ພັດທະນາ ອານາຈັກລາວລ້ານຊ້າງ ໃຫ້ເຂັ້ມແຂງຮຸ່ງເຮືອງ ໃນຊຸມປີ 1548-1572 ໂດຍສະເພາະ ແມ່ນໄດ້ຕິດພັນກັບບັ້ນປາຍຊີວິດ ແລະ ການເຄື່ອນ ໄຫວຂອງພະອົງ ໃນທົ່ວອານາຈັກລາວລ້ານຊ້າງ ຢູ່ແຂວງອັດຕະປື, ພ້ອມນີ້ ຍັງເປັນການເສີມຂະຫຍາຍມູນຮັກຊາດ, ການຕໍ່ສູ້ພິລະອາດຫານ ຂອງພະອົງ ເຊິ່ງໄດ້ກາຍເປັນມໍລະດົກ ອັນລ້ຳຄ່າປະໄວ້ ໃຫ້ລູກຫລານສືບທອດຄົ້ນຄວ້າ ສຶກສາຮ່ຳຮຽນ, ເປັນການເສີມສ້າງ ວັດທະນະທຳໃໝ່ ໃຫ້ກາຍເປັນປູສະນີຍະສະຖານ, ເປັນແຫລ່ງທ່ອງທ່ຽວ ແລະ ຈຸດເຕົ້າໂຮມຄວາມສາມັກຄີ ຂອງປວງຊົນລາວ ບັນດາເຜົ່າໃນທົ່ວປະເທດ ໄດ້ພ້ອມພຽງກັນປົກປັກຮັກສາ ແລະ ພັດທະນາໃຫ້ຮຸ່ງເຮືອງ, ເປັນສົ່ງເສີມການຜະລິດເປັນສິນຄ້າ, ຜະລິດຕະພັນການບໍລິການ ແກ່ຜູ້ສະແຫວງບຸນ ຫລື ນັກທ່ອງທ່ຽວ ປະກອບສ່ວນລົບລ້າງຄວາມທຸກຍາກ ເທື່ອລະກ້າວ.
(ແຫຼ່ງຂໍ້ມູນ: KPL)