ການແຮງງານລາວ ໄດ້ພັດທະນາສີມືກະໂດດຂັ້ນ ເກືອບ 80 ພັນຄົນ
ໂອກາດນີ້ ທ່ານ ຄຳແພງ ໄຊສົມແພງ ໄດ້ກ່າວວ່າ: ປີ 2019 ຂະແໜງ ຮສສ ໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນຢ່າງຕັ້ງໜ້າມີຜົນສຳເລັດຫຼາຍດ້ານ ໂດຍໄດ້ເພີ່ມທະວີປະຕິບັດບົດບາດມະຫາພາກຢ່າງຕັ້ງໜ້າ ດ້ວຍການຄົ້ນຄວ້າສ້າງກົດໝາຍ ແລະ ລະບຽບການຕ່າງໆ ພ້ອມທັງຕິດຕາມຊຸກຍູ້ຈັດຕັ້ງປະຕິບັດຢ່າງກວ້າງຂວາງ ແລະ ມີຄວາມສັກສິດກວ່າເກົ່າ ການຈັດຕັ້ງປະຕິບັດຕົວເລກຄາດໝາຍສູ້ຊົນຫຼາຍດ້ານມີຄວາມຄືບໜ້າດີຂຶ້ນ ເປັນຕົ້ນ ຕົວເລກການພັດທະນາສີມືແຮງງານ ການຈັດຫາວຽກເຮັດງານທຳ ການຄຸ້ມຄອງແຮງງານ ອັດຕາການຂະຫຍາຍປະກັນສັງຄົມ ນະໂຍບາຍສະແດງຄວາມກະຕັນຍູຕໍ່ຜູ້ມີຜົນງານ ວຽກສັງຄົມສົງເຄາະ ແລະ ໄພພິບັດ ວຽກເກັບກູ້ລະເບີດຕົກຄ້າງບໍ່ທັນແຕກ ແລະ ວຽກງານກາແດງ ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດຂອງຕົນຕາມທິດທາງ ແລະ ຄາດໝາຍສູ້ຊົນທີ່ໄດ້ກຳນົດໃນແຜນພັດທະນາວຽກ ຮສສ ປະຈຳປີ 2019 ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການຈັດຕັ້ງຜັນຂະຫຍາຍເປົ້າໝາຍການພັດທະນາແບບຍືນຍົງຢ່າງຕັ້ງໜ້າ.
![]() |
ການສ້ອມແປງລົດໃນລາວໃຫ້ເກັບລາຍໄດ້ດ້ທີ່ໝັ້ນຄົງ. (ພາບ: nld.com)
ພ້ອມກັນນັ້ນ ໄດ້ສຳເລັດຄຳແນະນຳວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ຮສສ ປະຈຳປີ 2019 ເຊິ່ງເປັນເຄື່ອງມືໃຫ້ບັນດາກົມ ຫົວໜ່ວຍວິຊາການ ພະແນກ ຮສສ ແຂວງ ນະຄອນຫຼວງ ເພື່ອຈັດຕັ້ງປະຕິບັດຄາດໝາຍສູ້ຊົນແຕ່ລະດ້ານໃຫ້ມີປະສິດທິຜົນ ແລະ ໄດ້ຕິດຕາມຊຸກຍູ້ຢ່າງໃກ້ຊິດຕິດແທດກັບການຈັດຕັ້ງປະຕິບັດວຽກງານ ຮສສ ຢູ່ສູນກາງ ແລະ ທ້ອງຖິ່ນຢ່າງເລິກເຊິ່ງກວ່າເກົ່າ ບັນດາຄະນະກົມ ຫົວໜ່ວຍວິຊາການ ພະແນກ ຮສສ ແຂວງ ນະຄອນຫຼວງ ແລະ ພະນັກງານ-ລັດຖະກອນ ໄດ້ເພີ່ມທະວີສະຕິຄວາມຮັບຜິດຊອບ ແລະ ຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາການໃຫ້ມີຄວາມເຂັ້ມແຂງຂຶ້ນ ເປັນກຳລັງແຮງສັງລວມເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ຮສສ ປະຈຳປີ 2019 ຢ່າງເປັນຂະບວນຟົດຟື້ນ ແລະ ກວ້າງຂວາງກວ່າເກົ່າ ທັງໄດ້ເອົາໃຈໃສ່ຕິດຕາມການດຸ່ນດ່ຽງແຮງງານຕາມທິດການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ອັດຕາສ່ວນໂຄງປະກອບກຳລັງແຮງງານຂົງເຂດກະສິກຳຫຼຸດລົງຈາກ 64,8% ປີ 2018 ເປັນ 64,1% ປີ 2019 ຂົງເຂດອຸດສາຫະກຳ ແລະ ບໍ່ແຮ່ ເພີ່ມຈາກ 11,6% ປີ 2018 ເປັນ 12% ປີ 2019 ແລະ ຂົງເຂດການບໍລິການເພີ່ມຈາກ 23,6% ປີ 2018 ເປັນ 23,7% ປີ 2019 ປະສານສົມທົບກັບບັນດາຂະແໜງການຂອງລັດ ແລະ ເອກະຊົນໃນການເຝິກ ແລະ ພັດທະນາສີມືແຮງງານໃຫ້ແກ່ແຮງງານລາວໄດ້ທັງໝົດ 75.769 ຄົນ ຍິງ 33.709 ຄົນ ເທົ່າກັບ 48,83% ຂອງແຜນການປີ (155.183 ຄົນ) ໃນນີ້ ຂະແໜງກະສິກຳ 19.063 ຄົນ ຍິງ 8.309 ຄົນ ອຸດສາຫະກຳ 19.332 ຄົນ ຍິງ 4.609 ຄົນ ແລະ ຂະແໜງບໍລິການ 37.370 ຄົນ ຍິງ 20.791 ຄົນ.
ນອກນີ້ ກອງປະຊຸມຍັງໄດ້ພ້ອມກັນຮັບຟັງສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກ ຮສສ ປີ 2019 ແລະ ທິດທາງແຜນການປີ 2020 ເປັນປີມ້ວນທ້າຍຂອງແຜນ 5 ປີ ຂອງຂະແໜງການ ຮສສ ແລະ ກຳລັງຄົ້ນຄວ້າສ້າງຮ່າງແຜນພັດທະນາ ຮສສ 5 ປີ ຄັ້ງທີ V ໄລຍະປີ 2021-2025 ລວມທັງການສະເໜີບົດວິຊາການຕ່າງໆ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈໃຫ້ກວ້າງຂວາງກວ່າເກົ່າ ແລະ ວາງມາດຕະການຕ່າງໆ ໃນການຈັດຕັ້ງປະຕິບັດບັນດາຄາດໝາຍວຽກ ຮສສ ຕາມທີ່ໄດ້ກຳນົດໄວ້ໃຫ້ມີປະສິດທິຜົນດີຂຶ້ນ.
(ແຫຼ່ງຂໍ້ມູນ: vientianemai)