11:37 | 28/01/2020

ປະເທດລາວໄດ້ປະຕິບັດມາດຕະການຕ່າງໆ ເພື່ອບໍ່ໃຫ້ເກີດໂລກລະບາດ ປອດອັກເສບ Corona

ອີງຕາມການລາຍງານຂອງ ທ່ານ ໄຊເພັດສະຫວັນ, ຫົວໜ້າກົມຄວບຄຸມພະຍາດໂລກລະບາດ, ກະຊວງສາທາລະນະສຸກ ສປປ.ລາວ ກຳລັງຈັດຕັ້ງປະຕິບັດມາດຕະການຕ່າງໆຢ່າງຮີບດ່ວນ ເພື່ອຕິດຕາມສະຖານະການ ປອດອັກເສບ Corona, ປ້ອງກັນ ແລະ ຕອບສະໜອງຢ່າງວ່ອງໄວໃນການຮັບມືກໍລະນີທີ່ ນຳເອົາໄວຣັດ Corona ເຂົ້າມາໃນປະເທດລາວ.

ມາຮອດປະຈຸບັນ, ຍັງບໍ່ທັນມີກໍລະນີໃດທີ່ພົບເຫັນຖືກຕິດໄວຣັດ Corona ໃນ ປະເທດລາວ, ເຖິງຢ່າງໃດກໍ່ຕາມ, ກະຊວງສາທາລະນະສຸກ ປະເທດລາວ ໄດ້ຊີ້ນຳບັນດາແຂວງທີ່ມີຊາຍແດນຕິດກັບບັນດາປະເທດໄດ້ພົບເຫັນກໍລະນີຕິດໄວຣັດ Corona ເພື່ອຄວບຄຸມສະຖານະການ. ກະຊວງສາທາລະນະສຸກ ປະເທດລາວ ຍັງຮ່ວມມືກັບອົງການສາທາລະນະສຸກໂລກ WHO ແລະ ອົງການຈັດຕັ້ງສາກົນ ເພື່ອຕິດຕາມກວດກາການພັດທະນາຂອງພະຍາດນີ້.

ປະເທດລາວໄດ້ປະຕິບັດມາດຕະການຕ່າງໆ ເພື່ອບໍ່ໃຫ້ເກີດໂລກລະບາດ ປອດອັກເສບ Corona

ການພະຍາບານສຸກເສີນເບິ່ງແຍງ ສຳລັບຄົນເຈັບທີ່ສົງໃສຕິດເຊື້ອໄວຣັດປອດອັກເສບ Corona ໃນໂຮງໝໍປະເທດຈີນ. (ພາບ: AFP)

ນອກຈາກນີ້, ບັນດາຜູ້ຊ່ຽວຊານດ້ານສຸຂະພາບຂອງລາວ ຍັງແນະນຳໃຫ້ປະຊາຊົນ ຕ້ອງການປົກປ້ອງຄວາມປອດໄພຂອງຕົວເອງ ແລະ ຍາດພີ່ນ້ອງຂອງພວກເຂົາ ໂດຍການຈຳກັດການຕິດຕໍ່ກັບຄົນທີ່ມີປະກົດການລະບົບຫາຍໃຈ, ຈຳເປັນຕ້ອງລ້າງມືໃຫ້ສະອາດໂດຍສະບູ, ເວລາອອກໄປ ຫລື ມາບ່ອນທີ່ມີຫຼາຍຄົນ, ຈຳເປັນຕ້ອງໃສ່ຖົງມື ແລະ ຜ້າບັງປາກ.

ປະເທດລາວແມ່ນປະເທດມີຫຼາຍຄົນ ຈີນ ເຂົ້າມາເຮັດທຸລະກິດ ແລະ ດຳລົງຊີວິດ. ປັດຈຸບັນ, ກະຊວງສາທາລະນະສຸກແຫ່ງ ສປປລາວ ໄດ້ຈັດຕັ້ງປະຕິບັດຫຼາຍມາດຕະການ ຢູ່ບັນດາແຂວງຊາຍແດນຕິດກັບປະເທດທີ່ໄດ້ພົບເຫັນກໍລະນີຕິດເຊື້ອໄວຣັດ Corona, ໂດຍສະເພາະ ບັນດາແຂວງທີ່ມີຊາຍແດນຕິດກັບປະເທດຈີນເຊັ່ນ: ຜົ້ງສາລີ, ອຸດົມໄຊ, ແຂວງຫຼວງນ້ຳທາ.

(ຄຳຮຸ່ງ)

Link: https://huunghivietlao.thoidai.com.vn/detail-article-1538.html

In bài biết