06:57 | 26/09/2022

ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ພົບປະກັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄທ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄທ
ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມອບເງິນບໍລິຈາກກວ່າ 6,2 ຕື້ດົ່ງ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19 ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໄດ້ມອບເງິນບໍລິຈາກກວ່າ 6,2 ຕື້ດົ່ງ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດທີ່ສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານພະຍາດໂຄວິດ-19
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ພ້ອມດ້ວຍບັນດາສະມາຊິກໃນຄະນະ ແລະຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ. ພາບ: vov.vn
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ພ້ອມດ້ວຍບັນດາສະມາຊິກໃນຄະນະ ແລະຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ. ພາບ: vov.vn

ທີ່ການພົບປະ, ທ່ານ ຟ້າມບິ່ງມິງ ຊົມເຊີຍທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຮັບການໃຫ້ສັດຕະຍາບັນຈາກສະພາແຫ່ງຊາດ ສະໄໝທີ IX ໃຫ້ດໍາລົງຕໍາແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ທີ່ກອງປະຊຸມສະໄໝສາມັນເທື່ອທີ 3 (ເດືອນມິຖຸນາ ປີ 2022) ແລະຫວັງວ່າ ໃນຖານະຕໍາແໜ່ງໃໝ່, ທ່ານ ສະເຫຼີມໄຊ ກົມມະສິດ ຈະສືບຕໍ່ເອົາໃຈໃສ່ຊີ້ນໍາຜັນຂະຫຍາຍບັນດາການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະບັນດາກົນໄກຮ່ວມມືສອງຝ່າຍທີ່ສໍາຄັນໃຫ້ເປັນຢ່າງດີ; ສືບຕໍ່ໜູນຊ່ວຍບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສອງປະເທດ ຕັ້ງໜ້າຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງສອງປະເທດ.

ສອງຝ່າຍ ສະແດງຄວາມປະຕິຊົມຊື່ນ ແລະຕີລາຄາສູງຕໍ່ການພັດທະນາອັນດີງາມຂອງສາຍພົວພັນສາມັກຄີພິເສດ ກໍຄືຜົນການຮ່ວມມືລະຫວ່າງສອງປະເທດ ໃນໄລຍະຜ່ານມາ; ຢັ້ງຢືນວ່າ ຍາມໃດກໍຖືເປັນສໍາຄັນ ແລະສະຫງວນບຸລິມະສິດສູງສຸດໃຫ້ແກ່ການພົວພັນ ຫວຽດນາມ-ລາວ.

ສອງຝ່າຍ ເຫັນດີຕັດສິນໃຈຜັນຂະຫຍາຍບັນດາຂໍ້ຕົກລົງຂອງການນໍາຂັ້ນສູງສອງປະເທດ ແລະຜົນກອງປະຊຸມ ຄັ້ງທີ 44 ຄະນະກໍາມະການລະຫວ່າງລັດຖະບານ ຫວຽດນາມ-ລາວ ຢ່າງມີປະສິດທິຜົນ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງການຜັນຂະຫຍາຍວຽກງານແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະທຸກຂັ້ນໃຫ້ເປັນຢ່າງດີ; ຜັນຂະຫຍາຍການເຄື່ອນໄຫວທີ່ຍັງເຫຼືອໃນປີສາມັກຄີມິດຕະພາບ; ຊຸກຍູ້ການຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມ, ເຫັນດີເພີ່ມທະວີການສົມທົບກັນ, ສະໜັບສະໜູນເຊິ່ງກັນ ແລະກັນທີ່ເວທີສາກົນ, ພາກພື້ນ ແລະອະນຸພາກ ພື້ນ.

ກອ​ງ​ທັບ​

Link: https://huunghivietlao.thoidai.com.vn/detail-article-15340.html

In bài biết